ຍີ່ປຸ່ນເລັ່ງແຜນການຈັດຊື້ຂີປະນາວຸດ ເພື່ອເພີ່ມຄວາມເຂັ້ມແຂງກອງກຳລັງປ້ອງກັນຕົນເອງ - ອິດສະຫຼະ

ຍີ່ປຸ່ນເລັ່ງແຜນການຈັດຊື້ຂີປະນາວຸດ ເພື່ອເພີ່ມຄວາມເຂັ້ມແຂງກອງກຳລັງປ້ອງກັນຕົນເອງ



ສຳນັກຂ່າວຕ່າງປະເທດລາຍເມື່ອວັນທີ 8 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ອິດສຶໂນຣິ ໂອໂນະເດຣະ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ປະກາດແຜນການຈັດຊື້ຂີປະນາວຸດພິໄພກາງ ເຊິ່ງທ່ານຢ້ຳວ່າ ເພື່ອໃຊ້ໃນການປ້ອງກັນຕົນເອງ, ຂະນະທີ່ຍີ່ປຸ່ນຍັງຕ້ອງເພິ່ງພາສະຫະລັດໃນການໂຈມຕີຖານສັດຕູ "ພວກເຮົາກຳລັງວາງແຜນໃຊ້ຂີປະນາວຸດແບບ JSM (Joint Strike Missile) ເຊິ່ງຈະຕິດຕັ້ງໃນຍົນຮົບ F-35A ເປັນອາວຸດທີ່ກຽມພ້ອມຮັບມື ແລະ ສາມາດຍິງໄດ້ໄກເກີນໄລຍະຮຸກຮານຂອງສັດຕູ" ທ່ານ ໂອໂນະເດຣະ ກ່າວໃນລະຫວ່າງການຖະແຫຼງຂ່າວ.

ທ່ານ ໂອໂນະເດຣະ ກ່າວວ່າ ຍີ່ປຸ່ນຍັງມີແຜນຕິດຕັ້ງຂີປະນາວຸດແບບ JASSM-ER (Joint Air-to-Surface Standoff Missile) ຂອງບໍລິສັດລັອກຮີດ ມາຕິນ (Lockheed Martin) ຂອງສະຫະລັດ ອາເມຣິກາ ໃນກັບຝູງຍົນຮົບ F-15 ຂອງກອງກຳລັງປ້ອງກັນຕົນເອງທາງອາກາດຍີ່ປຸ່ນອີກດ້ວຍ.

JSM ເປັນຂີປະນາວຸດທີ່ອອກແບບໂດຍບໍລິສັດຄອງເບີກ ດີເຟນ ແອນ ແອໂຣສະເປສ (Kongsberg Defence & Aerospace) ຂອງປະເທດນອກແວ ມີໄລຍະການຍິງໄດ້ໄກ 500 ກິໂລແມັດ, ສ່ວນ JASSM-ER ສາມາດຍິງໂຈມຕີເປົ້າໝາຍທີ່ຢູ່ໄກອອກໄປໄດ້ 1,000 ກິໂລແມັດ.

ແຜນການຈັດຊື້ຂີປະນາວຸດໃນຄັ້ງນີ້ຄາດວ່າຈະຕ້ອງເກີດສຽງວິພາກວິຈານຈາກພັກຝ່າຍຄ້ານຍີ່ປຸ່ນໃນສະພາແນ່ນອນ, ແຕ່ໄພຮຸກຮານກໍ່ໄດ້ເພີ່ມຂຶ້ນເລື້ອຍໆຈາກການທົດລອງຂີປະນາວຸດຂອງເກົາຫຼີເໜືອ ເຮັດໃຫ້ມີສຽງຮຽກຮ້ອງຈາກນັກການເມືອງຈຳນວນຫຼາຍ ລວມທັງທ່ານ ໂອໂນະເດຣະ ໃຫ້ຍີ່ປຸ່ນດຳເນີນການທາງທະຫານທີ່ເຂັ້ມແຂງຂຶ້ນ ເພື່ອຂັດຂວາງການເປີດສາກໂຈມຕີຈາກເກົາຫຼີເໜືອທີ່ອາດເກີດຂຶ້ນ.

ປັດຈຸບັນໜ່ວຍຂີປະນາວຸດຍີ່ປຸ່ນ ແມ່ນຖືກຈຳກັດການຍິງໄວ້ສະເພາະຕໍ່ຕ້ານທາງອາກາດ ແລະ ຕໍ່ຕ້ານເຮືອ ມີໄລຍະການຍິງຕ່ຳກວ່າ 300 ກິໂລແມັດ.


No comments

Powered by Blogger.