ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV - ອິດສະຫຼະ

ອົງຄະນະພັກ ຫສນຍ ດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV



ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ IV ຂອງອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 8 ທັນວາ 2017 ທີ່ຫ້ອງປະຊຸມໃຫຍ່ຂອງ ຫສນຍ, ພາຍໃຕ້ການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ. ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ມີສະຫາຍກໍາມະການສູນກາງພັກ, ບັນດາສະຫາຍລັດຖະມົນຕີປະຈຳ ສນຍ, ສະຫາຍຄະນະພັກ ຫສນຍ, ພ້ອມດ້ວຍ ສະມາຊິກພັກສົມບູນ ຈຳນວນ 180 ກວ່າສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານການເມືອງ ຂອງອົງຄະນະພັກ ຫສນຍ ແລະ ທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ທີ່ສະເໜີໂດຍ ສະຫາຍ ເພັດ ພົມພິພັກ; ຮັບຟັງການນຳສະເໜີ ບົດສຳຫຼວດການນຳພາລວມ ຂອງຄະນະພັກ ຫສນຍ ຈາກສະຫາຍ ນາງ ບຸບຜາ ເຄນວົງດາລາ ຄະນະພັກ ແລະ ປ່ອນບັດຄັດເລືອກເອົາຄະນະພັກ ຫສນຍ ຊຸດໃໝ່.

ໃນນັ້ນ, ເນື້ອໃນຂອງບົດລາຍງານການເມືອງ ກໍ່ຄື ຜົນສຳເລັດຈາກ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຫສນຍ ໄດ້ສະແດງໃຫ້ເຫັນວ່າ: ໄດ້ເປັນເສນາທິການໃຫ້ແກ່ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາລັດຖະມົນຕີ ແລະ ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ ໃນການອຳນວຍວຽກງານດ້ານການບໍລິຫານ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເປັນຕົ້ນ ໄດ້ສ້າງແຜນເຄື່ອນໄຫວປະຈຳປີ, ປະຈຳງວດ, ປະຈຳເດືອນຂອງລັດຖະບານ, ຂອງນາຍົກ-ບັນດາຮອງນາຍົກລັດຖະມົນຕີ ໄດ້ຢ່າງຕໍ່ເນື່ອງ; ໄດ້ເອົາໃຈໃສ່ກະກຽມ ເນື້ອໃນກອງປະຊຸມຕ່າງໆ ໄດ້ຢ່າງຖືກຕ້ອງວ່ອງໄວ ແລະ ຊັດເຈນດີສົມຄວນ.

ໄດ້ສັງລວມ ແລະ ຄົ້ນຄວ້າຄຳເຫັນ ຕໍ່ເອກະສານລາຍງານຂອງສູນກາງ ແລະ ທ້ອງຖິ່ນ, ພ້ອມທັງ ໄດ້ເອົາໃຈໃສ່ເກັບກຳ, ສະໜອງຂໍ້ມູນຕ່າງໆ ໃຫ້ແກ່ຂັ້ນເທິງ; ໄດ້ຄົ້ນຄວ້າ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິຕົກລົງຂອງລັດຖະບານ ແລະ ການຜັນຂະຫຍາຍການຊີ້ນຳ ຂອງທ່ານນາຍົກ-ບັນດາທ່ານຮອງນາຍົກລັດຖະມົນຕີ ອອກເປັນແຈ້ງການ ແລະ ນິກຳຕ່າງໆ; ດ້ານການປະສານງານ: ໄດ້ປັບປຸງກົນໄກ ກໍ່ຄື ລະບອບລະບຽບການປະສານງານ, ເປັນໃຈກາງຈັດກອງປະຊຸມປຶກສາຫາລື ແລະ ແກ້ໄຂບັນຫາສຳຄັນຕ່າງໆ ຮ່ວມກັບບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວ, ວ່ອງໄວ, ຊັດເຈນ, ທັນການ, ຮັບປະກັນຄວາມປອດໄພ ແລະ ສອດຄ່ອງກວ່າເກົ່າ.

ທັງເຜີຍແຜ່ ຄວາມເຫັນຊີ້ນຳຂອງລັດຖະບານ ກໍ່ຄື ຂັ້ນເທິງ ໃຫ້ພາກສ່ວນຕ່າງໆ ໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດໄດ້ທັນການສາ ມາດຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ; ດ້ານການບໍລິການຮັບໃຊ້: ໄດ້ເອົາໃຈໃສ່ປັບປຸງ ວຽກງານອຳນວຍຄວາມສະດວກດ້ານຕ່າງໆ, ດູແລຄວາມປອດໄພ ໃຫ້ການນຳເປັນຢ່າງດີ ເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ທັນສະໄໝຂຶ້ນ; ປັບປຸງລະບົບການຄຸ້ມຄອງ ແລະ ບໍລິການເອກະສານ ຜ່ານປະຕູດຽວ ໂດຍຜ່ານລະບົບ ເຄືອຂ່າຍພາຍໃນ ແລະ ລະບົບ ເຕັກໂນໂລຊີຂໍ້ມູນຂ່າວສານ. ພ້ອມກັນນັ້ນ, ກົງຈັກຂອງ ຫສນຍ ກໍ່ໄດ້ຮັບການປັບປຸງບູລະນະ ໃຫ້ສອດຄ່ອງ-ເໝາະສົມ ຕາມທິດທີ່ໄດ້ກຳນົດ; ຖັນແຖວພະນັກງານ ກໍ່ມີການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານຈຳນວນ ແລະ ຄຸນນະພາບ ເຮັດໃຫ້ວຽກງານຂອງ ຫສນຍ ມີຜົນສຳເລັດເປັນກ້າວໆ. ນອກຈາກນັ້ນ, ບັນດາຄະນະກຳມະການ ທີ່ຂຶ້ນກັບ ຫສນຍ ໃນເມື່ອກ່ອນ ກໍ່ໄດ້ຕັ້ງໜ້າປະຕິບັດສຳເລັດ ແລະ ຫຼ້ອນໜ້າທີ່ຂອງຕົນ ເປັນຢ່າງດີ.


ໃນໂອກາດດັ່ງກ່າວ, ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະພັກ ຫສນຍ ຊຸດໃໝ່ ໂດຍມີຜູ້ສະໝັກເລືອກຕັ້ງ ຈຳນວນ 13 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກເອົາ 9 ສະ ຫາຍ, ຍິງ 01 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ເພັດ ພົມພິພັກ ເປັນເລຂາຄະນະພັກ, ສະຫາຍ ສົມສະໜິດ ສຸວັນນະລາດ ເປັນຮອງເລຂາຄະນະພັກ ທັງເປັນປະທານກວດກາພັກ, ແລະ ສະຫາຍ ຄໍາລາວັນ ຈັນທະລາວັນ ເປັນຄະນະປະຈໍາພັກ.


ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໄດ້ຮັບກຽດຢ່າງສູງ ຈາກສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໃຫ້ການໂອ້ລົມ ແລະ ຊີ້ນຳ ຊຶ່ງສະຫາຍໄດ້ກ່າວຊົມເຊີຍ ຕໍ່ຜົນສຳເລັດ, ທັງຕີລາຄາສູງຕໍ່ຜົນງານ ທີ່ຫ້ອງວ່າການ ສນຍ ສາມາດຍາດມາໄດ້ ໄລຍະ 5 ປີທີ່ຜ່ານມາ. ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກຊີ້ນຳໃຫ້ ອົງຄະນະພັກ ຫສນຍ

1. ສືບຕໍ່ເອົາໃຈໃສ່ປັບປຸງ ກົງຈັກໃຫ້ມີຄວາມກະທັດລັດ, ມີປະສິດທິຜົນ ແລະ ມີປະສິດທິພາບ;

2. ເອົາໃຈໃສ່ໃນການວິໄຈ, ສັງລວມ, ຮ່າງບົດປາໃສ ໃຫ້ນາຍົກ-ຮອງນາຍົກລັດຖະມົນຕີ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີເນື້ອໃນແທດເໝາະ ​ກັບຄວາມເປັນຈິງ ແລະ ສາມາດປະຕິບັດໄດ້;

3. ການບໍລິຫານ-ການຈັດການ ຕ້ອງມີຄວາມວ່ອງໄວ, ຊັດເຈນ, ພະນັກງານທຸກຄົນ ຕ້ອງມີນໍ້າໃຈຮັກຊາດ ແລະ ປະຊາຊົນ, ສຸຂຸມ, ຮອບຄອບ, ບໍ່ອຸ້ມວຽກ, ບໍ່ປະໃຫ້ແກ່ຍາວເວລາ, ຊັກຊ້າ ແລະ ບໍ່ຮຽກຮ້ອງຜົນປະໂຫຍດໃດໆ ໃນການປະຕິບັດໜ້າທີ່ຂອງຕົນ;

4. ຕ້ອງຊື່ສັດ, ບໍລິສຸດ, ຕ້ອງກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ ການສະເໜີຕ້ອງພາວະວິໃສ, ໜ້າເຊື່ອຖື, ບໍ່ຫຼິ້ນພັກ ຫຼິ້ນພວກ;

5. ການປະຕິບັດວຽກງານຕ້ອງດໍາເນີນໄປຕາມຂັ້ນຕອນ ແລະ ເປີດເຜີຍ;

6. ຕ້ອງຮູ້ຈັກຮັກສາຄວາມລັບ ອັນໃດອະນຸຍາດໃຫ້ເປີດເຜີຍ;

7. ໃຫ້ປັບປຸງອັນໃດເປັນແຈ້ງການ, ອັນໃດເປັນໜັງສືທາງລັດຖະການ, ອັນໃດເຮັດເປັນຄໍາສັ່ງ, ອັນໃດຄວນເຮັດເປັນ ດໍາລັດຂອງນາຍົກລັດຖະມົນຕີ;

8. ຫຼັກການເຮັດວຽກ ຕ້ອງຖືກກັບຫຼັກ ການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ແທດເຖິງຕົວຈິງ ແລະ

9. ສໍາຄັນ ຕ້ອງມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນໃນການເຮັດວຽກ, ອ້າຍຮູ້ສອງນ້ອງຮູ້ໜຶ່ງ, ຢາກມີຄວາມສາ ມັກຄີໄດ້ ຕ້ອງມີການຕໍ່ສູ້ (ບໍ່ເຮັດແບບຮູບການ), ຕ້ອງຮັກແພງກັນຢ່າງແທ້ຈິງ, ຕ້ອງຖ້າຕໍານິຕິຊົມເຊິ່ງກັນ ແລະ ກັນ ຈຶ່ງຈະສາມາດກໍ່ສ້າງກັນໄດ້.

No comments

Powered by Blogger.