(ຖ່າຍທອດສົດ) ຊາວປາເລສໄຕປະທ້ວງຕໍ່ເນື່ອງເປັນມື້ທີສາມ ບັນຫາເຢຣູຊາເລມ - ອິດສະຫຼະ

(ຖ່າຍທອດສົດ) ຊາວປາເລສໄຕປະທ້ວງຕໍ່ເນື່ອງເປັນມື້ທີສາມ ບັນຫາເຢຣູຊາເລມ



ສຳນັກຂ່າວຕ່າງປະເທດລາຍງານ 8 ທັນວາ 2017 ວ່າ: ນັບຕັ້ງແຕ່ວັນທີ 6 ທັນວາ 2017 ເປັນຕົ້ນມາໄດ້ມີເຫດການປະທ້ວງຕາມຊຸນຊົນຕ່າງໆຂອງຊາວປາເລສໄຕ ໃນນະຄອນເຢຣູຊາເລມ ລວມທັງບໍລິເວນສະຖານທີ່ສຳຄັນ ໄດ້ແກ່ເມືອງເບດເລເຮມ ແລະ ເມືອງຮາມາຣາໃນເຂດເວດແບັງ ແລະ ເມືອງກາຊາໃນເຂດກາຊາ ສືບເນື່ອງຈາກການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ປະກາດຍົກສະຖານະນະຄອນເຢຣູຊາເລມ ຂຶ້ນເປັນນະຄອນຫຼວງຂອງອິດສະຣາແອນ ເຮັດໃຫ້ກຸ່ມທີ່ກ່ຽວຂ້ອງໄດ້ອອກມາສະແດງຄວາມບໍ່ພໍໃຈ ແລະ ກໍ່ເຫດປະທ້ວງທີ່ມີຄວາມຮຸນແຮງໃນໄລຍະນີ້ ແລະ ຄາດວ່າເຫດການຈະມີຄວາມຮຸນແຮງຕໍ່ໄປເລື້ອຍໆ.

ເຊິ່ງການປະທ້ວງໃນເຂດກາຊາ ແລະ ເຂດເວດແບັງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບແລ້ວຫຼາຍສິບຄົນ, ຂະນະທີ່ທາງການຂອງອິດສະຣາແອນໄດ້ເພີ່ມກຳລັງທະຫານພິເສດເຂົ້າໄປຍັງເຂດເວດແບັງອີກຫຼາຍຮ້ອຍຄົນ ເນື່ອງຈາກຊາວປາເລສໄຕຈຳນວນຫຼາຍອອກມາເດີນຂະບວນປະທ້ວງຕາມເສັ້ນທາງຕ່າງໆ.

ກຸ່ມຜູ້ປະທ້ວງໄດ້ຈູດໄຟເຜົາຍາງຕີນລົດ ແລະ ດຶກແກວ່ງກ້ອນຫິນໃຫ້ທະຫານ ທີ່ຍິງຕອບໂຕ້ດ້ວຍແກັດນ້ຳຕາ ແລະ ລູກປືນຍາງບາງຄັ້ງກໍ່ລູກປືນແທ້, ຕໍ່ກັບບັນຫາດັ່ງກ່າວປະເທດພັນທະມິດຂອງສະຫະລັດເອງກໍ່ບໍ່ເຫັນດີກັບການປະກາດຮັບຮອງເອົານະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ ເນື່ອງຈາກເປັນຫ່ວງວ່າອາດຈະກໍ່ໃຫ້ເກີດຄວາມຮຸນແຮງຄັ້ງໃໝ່ໃນເຂດດັ່ງກ່າວ, ໃນຂະນະດຽວກັນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ສັນນິບາດອາຣັບກໍ່ໄດ້ມີກຳນົດການທີ່ຈະປຶກສາຫາລືກັນໃນອີກບໍ່ພໍເທົ່າໃດວັນຂ້າງໜ້ານີ້ຕໍ່ກັບບັນຫາດັ່ງກ່າວ.




No comments

Powered by Blogger.