ຍີ່ປຸ່ນ ກຳນົດເອົາວັນທີ 30 ເມສາ 2019 ເປັນວັນສະຫຼະລາດຂອງຈັກກະພັດອາກິຮິໂຕະ - ອິດສະຫຼະ

ຍີ່ປຸ່ນ ກຳນົດເອົາວັນທີ 30 ເມສາ 2019 ເປັນວັນສະຫຼະລາດຂອງຈັກກະພັດອາກິຮິໂຕະ



ສຳນັກຂ່າວຕ່າງປະເທດລາຍງານ 8 ທັນວາ 2017 ວ່າ: ກອງປະຊຸມຄະນະລັດຖະມົນຕີຍີ່ປຸ່ນ ເຫັນດີໃຫ້ກຳນົດເອົາວັນທີ 30 ເມສາ 2019 ເປັນວັນສະຫຼະລາຊະສົມບັດຂອງສົມເດັດພະຈັກກະພັດອາກິຮິໂຕະ ແລະ ໃນມື້ຖັດໄປ ເຈົ້າຊາຍນາຣຸຮິໂຕະ ອົງມົງກຸດລາຊະກຸມມານ ຈະຂຶ້ນຄອງລາດຕໍ່ຈາກຜູ້ເປັນພໍ່ ເຊິ່ງຖືເປັນການສະຫຼະລາດຄັ້ງທຳອິດຂອງກະສັດຍີ່ປຸ່ນໃນຮອບເກືອບ 200 ປີ.

ໂດຍສົມເດັດພະຈັກກະພັດອາກິຮິໂຕະ ມີຄວາມຕ້ອງການສະຫຼະລາດເນື່ອງຈາກເຫັນວ່າອາຍຸຫຼາຍແລ້ວ ອາດສົ່ງຜົນຕໍ່ການເຄື່ອນໄຫວວຽກງານຕ່າງໆ ແລະ ພ້ອມຈະມອບໜ້າທີ່ທັງໝົດໃຫ້ແກ່ສົມເດັດພະຈັກກະພັດອົງຕໍ່ໄປຄື: ອົງມົງກຸດລາຊະກຸມມານນາຣຸຮິໂຕະ.

ສຳລັບສົມເດັດພະຈັກກະພັດອາກິຮິໂຕະ ຈະເຖິງອາຍຸ 84 ປີ ໃນວັນທີ 23 ທັນວ່ານີ້, ໂດຍຂຶ້ນຄອງລາດມາຍາວນານເຖິງ 29 ປີ, ເຊິ່ງເມື່ອເດືອນມິຖຸນາ 2017 ທີ່ຜ່ານມາ ສະພາຍີ່ປຸ່ນໄດ້ຜ່ານຮ່າງກົດໝາຍເປີດທາງໃຫ້ສົມເດັດພະຈັກກະພັດສາມາດສະຫຼະລາດໄດ້ເປັນຄັ້ງທຳອິດຂອງປະເທດໃນຮອບເກືອບ 200 ປີ.

No comments

Powered by Blogger.