ອົດສະຕຣາລີ ຮັບຮອງການແຕ່ງງານຂອງຄູ່ຮັກເພດດຽວກັນ - ອິດສະຫຼະ

ອົດສະຕຣາລີ ຮັບຮອງການແຕ່ງງານຂອງຄູ່ຮັກເພດດຽວກັນ



ສຳນັກຂ່າວຕ່າງປະເທດລາຍງານ 8 ທັນວາ 2017 ວ່າ: ເຊີປີເຕີ ຄອສໂກຼບ ຜູ້ແທນໃນນາມສົມເດັດພະລາຊິນີນາດເອລິຊາເບດ ທີ 2 ແຫ່ງລາຊະອານາຈັກອັງກິດ ລົງນາມອະນຸມັດກົດໝາຍການແຕ່ງງານຂອງຄົນເພດດຽວກັນໃນອົດສະຕຣາລີ ໃນວັນສຸກນີ້, ໂດຍທ່ານ ມາຄອມ ເທີນບູ ລັດຖະມົນຕີອົດສະຕຣາລີ ໄດ້ນຳກົດໝາຍໃຫ້ເຊີຄອສໂກຼບລົງນາມ ພາຍຫຼັງທີ່ສະພາມີມະຕິຮັບຮອງດ້ວຍສຽງສ່ວນໃຫຍ່ 146 ຕໍ່ 4 ສຽງ ໃນການປະຊຸມເມື່ອວັນພະຫັດທີ່ຜ່ານມາ.

ເຊິ່ງກະຊວງຍຸດຕິທຳຂອງອົດສະຕຣາລີ ໄດ້ກຳນົດໃຫ້ກົດໝາຍເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການຕັ້ງແຕ່ວັນທີ 9 ທັນວາ 2017 ເປັນຕົ້ນໄປ ແລະ ຄາດວ່າການຮັບຈົດທະບຽນສຳລັບຄູ່ຮັກເພດດຽວກັນຈະເລີ່ມຂຶ້ນໄດ້ຕັ້ງແຕ່ວັນທີ 9 ມັງກອນ 2018.

ເຊິ່ງອົດສະຕຣາລີຖືເປັນປະເທດທີ່ 26 ຂອງໂລກທີ່ອອກກົດໝາຍຮັບຮອງການແຕ່ງງານຂອງຄູ່ຮັກເພດດຽວກັນ ໂດຍຂະບວນການຂອງຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດ ທີ່ເປັນໄປຕາມມະຕິຂອງປະຊາຊົນເມື່ອວັນທີ 15 ພະຈິກ 2017 ທີ່ຜ່ານມາ ເຊິ່ງປາກົດວ່າ 61.6% ສະໜັບສະໜູນໃຫ້ມີການອອກກົດໝາຍຮັບຮອງເລື່ອງດັ່ງກ່າວ, ຂະນະທີ່ປະເທດທຳອິດໃນໂລກທີ່ອອກກົດໝາຍຮັບຮອງການແຕ່ງງານຂອງຄູ່ຮັກເພດດຽວກັນຄື: ໂຮນລັງ ເມື່ອປີ 2001.



No comments

Powered by Blogger.