ຂະແໜງຍຸດຕິທຳຕ້ອງບໍ່ແລ່ນນຳຜົນປະໂຫຍດ ຕ້ອງປົກປ້ອງລັດ ແລະ ປະຊາຊົນຢ່າງແທ້ຈິງ - ອິດສະຫຼະ

ຂະແໜງຍຸດຕິທຳຕ້ອງບໍ່ແລ່ນນຳຜົນປະໂຫຍດ ຕ້ອງປົກປ້ອງລັດ ແລະ ປະຊາຊົນຢ່າງແທ້ຈິງ



ໃນຕອນບ່າຍ ຂອງວັນທີ 05 ທັນວາ 2017 ຢູ່ທີ່ ສູນຮ່ວມມືສາກົນ ລາວ-ຢີ່ປຸ່ນ ໄດ້ຈັດກອງປະຊຸມປຶກສາຫາລື ການດໍາເນີນຄະນະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ V ປະຈໍາປີ 2017 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ; ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ແລະ ທ່ານ ພົຈວ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.


ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກອງປະຊຸມ ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາບົດລາຍງານ ການຕີລາຄາສະພາບລວມ ກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ໃນໄລຍະທີ່ຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ຜົນງານທີ່ຍາດມາໄດ້, ບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການສູ້ຊົນ ໃນຕໍ່ໜ້າ ແລະ ມາດຕະການຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດຄໍາເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ພົວພັນກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ.

ກ່ອນອື່ນ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ 4 ຂະແໜງການ (ກະຊວງຍຸຕິທໍາ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ) ທີ່ສາມາດຍາດມາໄດ້ ກໍ່ຄື ການປະຕິບັດຕາມ ຂອບເຂດສິດ ແລະ ໜ້າທີ່ຂອງຕົນ, ເຮັດໃຫ້ການພິຈາລະນາ ແລະ ການດໍາເນີນຄະດີ ສອດຄ່ອງຕາມຂະບວນການຍຸຕິທໍາ ແລະ ສາມາດປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງລັດ ແລະ ຂອງພົນລະເມືອງ ຄຽງຄູ່ກັບ ຜົນສໍາເລັດທີ່ຍາດມາໄດ້ນັ້ນ ທ່ານ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກ ໃຫ້ຂະແໜງຍຸຕິທໍາ ກໍ່ຄື ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ປັບປຸງແກ້ໄຂຕື່ມ ເປັນຕົ້ນ ຕ້ອງເອົາໃຈໃສ່ ຂອດຂັ້ນການດໍາເນີນຄະດີ ໃຫ້ໄປຕາມຂະບວນການຍຸຕິທໍາ ຢ່າງແທ້ຈິງ ໃຫ້ມີຄວາມວ່ອງໄວ ເພື່ອບໍ່ໃຫ້ມີຄະດີຕົກຄ້າງ; ເອົາໃຈໃສ່ ເຮັດໃຫ້ບັນດາຄະດີທີ່ຍັງຕົກຄ້າງ ໃນປະຈຸບັນ ໃຫ້ມີຈໍານວນຫຼຸດລົງ; ການປະຕິບັດຄໍາຕັດສິນຂອງສານ ຕ້ອງມີຄວາມຖືກຕ້ອງ, ເປັນທໍາ, ໂປ່ງໃສ່ ແລະ ຖືກຕາມກໍານົດເວລາ.

ພ້ອມດຽວກັນນີ້, ຕ້ອງມີສະຕິລະວັງຕົວ ຕໍ່ກົນອຸບາຍມ້າງເພທໍາລາຍ ຂອງພວກຄົນບໍ່ຫວັງດີ ໂດຍສະເພາະ ສື່ສັງຄົມອອນລາຍ, ເອົາໃຈໃສ່ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຕໍ່ພັກເຮົາ ເພື່ອເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ຍຸຕິທໍາ. ສໍາຄັນແມ່ນໃຫ້ເອົາໃຈໃສ່ ສຶກສາອົບ, ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານຍຸຕິທໍາ ໃຫ້ມີຄວາມຮັກຊາດ, ຮັກໃນອາຊີບ, ເຮັດວຽກຢ່າງເອົາຈິງເອົາຈັງ ເຮັດໃຫ້ສັງຄົມຍອມຮັບ ຕໍ່ຜູ້ທີ່ປະຕິບັດວຽກງານດັ່ງກ່າວ ໂດຍບໍ່ແລ່ນນໍາຜົນປະໂຫຍດ ເປັນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ກໍ່ຄື ຂອງປະຊາຊົນຢ່າງແທ້ຈິງ.

No comments

Powered by Blogger.