ຜົນກອງປະຊຸມລັດຖະບານ ແລະ ວຽກງານຈຸດສຸມໃນເດືອນທັນວາ 2017 - ອິດສະຫຼະ

ຜົນກອງປະຊຸມລັດຖະບານ ແລະ ວຽກງານຈຸດສຸມໃນເດືອນທັນວາ 2017



ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພະຈິກ 2017 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 06 ແລະ ປິດລົງໃນວັນທີ 07 ທັນວາ 2017 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ 04 ຫົວຂໍ້ໃຫຍ່ໆ ດັ່ງນີ້:

1). ທິດທາງການຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍການຮ່ວມມື ລາວ-ຈີນ ແລະ ລາວ-ຫວຽດນາມ ເປັນຕົ້ນແມ່ນ: ບົດສະຫຼຸບການຈັດຕັ້ງປະຕິບັດ ທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມ ແລະ ສະພາບການລົງທຶນຂອງຈີນ ຢູ່ ສປປ.ລາວ; ທິດທາງ ແລະ ແຜນການຜັນຂະຫຍາຍ ຜົນການຢ້ຽມຢາມ ທາງລັດຖະກິດຂອງ ທ່ານ ສີ ຈິ້ນພິງ ເລຂາທິການໃຫຍ່, ປະທານປະເທດ ສປ.ຈີນ ຄັ້ງວັນທີ 13-14 ພະຈິກ 2017 ທີ່ຜ່ານມາ ໂດຍສະເພາະ ການນໍາໃຊ້ທຶນຊ່ວຍເຫຼືອລ້າ ຈໍານວນ 4 ຕື້ຢວນ ແລະ ບົດລາຍງານຄວາມຄືໜ້າ ໃນການຈັດຕັ້ງປະຕິບັດ ໂຄງການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2017-2018; ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຕໍ່ກັບການຮ່ວມມື ລາວ-ຈີນ ແມ່ນໃຫ້ເອົາໃຈໃສ່ສະຫຼຸບ, ສັງລວມ ແລະ ກວດກາຄືນ ບັນດາໂຄງການຮ່ວມມື ແລະ ທຶນຊ່ວຍເຫຼືອລ້າຕ່າງໆ (ODA) ທີ່ລັດຖະບານ ສປ.ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ.ລາວ ໃນໄລຍະທີ່ຜ່ານມາ ໂຄງການໃດທີ່ທັງສອງຝ່າຍ ໄດ້ຕົກລົງກັນແລ້ວ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ, ສໍາລັບໂຄງການຮ່ວມມື ທີ່ໄດ້ຕົກລົງກັນໃໝ່ນີ້ ແມ່ນໃຫ້ຂະແໜງການທີ່ກ່ຽວຂ້ອງ ຮີບຮ້ອນປະສານສົມທົບກັນ ສ້າງໃຫ້ເປັນແຜນການ, ໂຄງການລະອຽດຂອງຕົນ ໂດຍເນັ້ນໃສ່ໂຄງການພັດທະນາ ຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ ແລະ ໃຫ້ແທດເຖິງຕົວຈິງ ໂດຍສະເພາະແມ່ນ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ໂດຍມອບໃຫ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຜູ້ຊີ້ນໍາ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງໃນການປະສານງານ ແລະ ສັງລວມ ຈາກຂະແໜງການທີ່ກ່ຽວຂ້ອງ ໃຫ້ສໍາເລັດໂດຍໄວ. ສໍາລັບແຜນການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2017-2018 ແມ່ນເອົາໃຈໃສ່ໃນດ້ານຕ່າງໆ ເພື່ອກະກຽມໃຫ້ແກ່ການຈັດ ກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ແລະ ກອງປະຊຸມ ລະຫວ່າງ ຄະນະຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃນຕໍ່ໜ້ານີ້ໃຫ້ດີ ພ້ອມທັງ ເອົາໃຈໃສ່ໃນການອໍານວຍຄວາມສະດວກ ໃນດ້ານຕ່າງໆ ໃຫ້ແກ່ນັກລົງທຶນຂອງສອງປະເທດ.

2). ສໍາລັບທິດຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ເປັນຕົ້ນແມ່ນ: ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2018 ລວມທັງ ແຜນບູລິມະສິດ ຂອງລັດຖະບານ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018; ສະພາບການ ແລະ ທິດທາງການຄຸ້ມຄອງ ການເກັບລາຍຮັບ ແລະ ຄຸ້ມຄອງ ລາຍຈ່າຍງົບປະມານ; ສະພາບການ ແລະ ທິດທາງການຄຸ້ມຄອງເງິນຕາ ລວມທັງ ການສະໜອງແຫຼ່ງທຶນ ເພື່ອສົ່ງເສີມການດໍາເນີນທຸລະກິດ ຂອງພາກທຸລະກິດ; ທິດທາງ ແລະ ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ທິດທາງ ແລະ ແຜນການຈັດສັນພູມລໍາເນົາ, ເຂດທໍາມາຫາກິນ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການລົງທຶນຂອງລັດ.

ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຫັນເອົາບັນດາ ມະຕິກອງປະຊຸມສະພາ ແຫ່ງຊາດ ສະບັບເລກທີ 075/ສພຊ ແລະ ມະຕິເລກທີ 076/ສພຊ, ລົງວັນທີ 17 ພະຈິກ 2017 ເປັນເນື້ອໃນຂອງຮ່າງດໍາລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2018, ພາຍຫຼັງປັບປຸງສໍາເລັດແລ້ວ ໃຫ້ນໍາມາຜ່ານ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ຈະແຈ້ງ ເມື່ອປະກາດໃຊ້ແລ້ວສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ; ເອົາໃຈໃສ່ປັບປຸງການປົກຄອງ ໃຫ້ມີຄວາມກະທັດລັດເບົາບາງ ແລະ ມີປະສິດທິຜົນ. ພ້ອມດຽວກັນນີ້, ກໍ່ໃຫ້ເອົາໃຈໃສ່ຄຸ້ມຄອງ ອັດຕາແລກປ່ຽນເງິນຕາຕ່າງປະເທດ ໃຫ້ເປັນປົກກະຕິ ລວມທັງ ກວດກາຄືນ 13 ນະໂຍບາຍຊຸກຍູ້ສົ່ງເສີມການ ຜະລິດກະກໍາຂອງລັດຖະບານ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ.

3). ການສົ່ງເສີມ ການຜະລິດພາຍໃນ ເປັນຕົ້ນແມ່ນ: ໂຄງການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ການຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ; ການສະໜອງທຶນ ເພື່ອສົ່ງເສີມພາກການຜະລິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ສໍາລັບໂຄງການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານນັ້ນ ແມ່ນໃຫ້ເຮັດເປັນໂຄງການລະອຽດ, ເປັນແຕ່ລະປີ, ກໍານົດໄລຍະໃນການ ຈັດຕັ້ງປະຕິບັດ, ຢູ່ແຕ່ລະທ້ອງຖິ່ນ, ເອົາໃຈສ່ກວດກາ, ຕີລາຄາຄືນບັນດາໂຄງການທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະທີ່ຜ່ານມາ ໂຄງການໃດມີປະສິດທິຜົນ ແລະ ໂຄງການການໃດທີ່ບໍ່ມີປະສິດທິຜົນ. ພ້ອມດຽວກັນນີ້, ໃຫ້ເບິ່ງຄືນບັນດາ ນະໂຍບາຍຊຸກຍູ້ສົ່ງເສີມ ການຜະລິດຂອງປະຊາຊົນ ໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນ ນະໂຍບາຍພາສີ-ອາກອນ, ການເຂົ້າເຖິງແຫຼ່ງທຶນ, ນະໂຍບາຍການສົ່ງອອກ ແລະ ການເຊົ່າສໍາປະທານທີ່ດິນ ຕ້ອງມີຄວາມເໝາະສົມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ໄປຄຽງຄູ່ກັບ ການສະໜອງແນວພັນພືດ-ສັດ, ອຸປະກອນ, ເຕັກນິກຕ່າງໆ ໃນການປູກການລ້ຽງ ແລະ ການຊອກຫາຕະຫຼາດຈໍາໜ່າຍ ທີ່ໝັ້ນທ່ຽງ.

4). ທິດທາງການແກ້ໄຂ ບັນຫາການອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ.ລາວ ເປັນຕົ້ນແມ່ນ: ຮ່າງຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງ ບັນດາລະບຽບການ ໃນການດໍາເນີນທຸລະກິດຢູ່ ສປປ.ລາວ ແລະ ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນສູນກາງ ແລະ ທ້ອງຖິ່ນ.

ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງນໍາໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ໄດ້ປະກາດໃຊ້ໂດຍໄວ.

ໃນຕອນທ້າຍ ຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວ ວຽກງານຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນ ພະຈິກ ທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມໃນເດືອນ ທັນວາ 2017 ດັ່ງນີ້:

ກ່ຽວກັບສະພາບການຈັດຕັ້ງປະຕິບັດ ວຽກງານ ໃນເດືອນ ພະຈິກ 2017 ທີ່ຜ່ານມາ ລັດຖະບານ ໄດ້ບັດຕິບັດວຽກງານຈຸດສຸມສໍາຄັນຫຼາຍດ້ານ ເປັນຕົ້ນ

1. ລັດຖະບານ ໄດ້ຊີ້ນໍາຢ່າງໃກ້ສິດ ໃນການແກ້ໄຂໜໍ່ແໜງ ຂອງຄວາມບໍ່ສະຫງົບ ເປັນຕົ້ນແມ່ນ ບັນຫາຊາຍແດນ, ຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ, ປຸ້ນຈີ້ ຊິງຊັບ ແລະ ບັນຫາປະກົດການຫຍໍ້ທໍ້ອື່ນໆ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາ ແລະ ດໍາລົງຊີວິດທີ່ສະຫງົບ-ເປັນປົກກະຕິ ຂອງປະຊາຊົນ, ທັງສືບຕໍ່ສ້າງສະພາບແວດລ້ອມ ຄວາມສະຫງົບປອດໄພ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວ ໃນປີທ່ອງທ່ຽວລາວ 2018 ໃຫ້ຫຼາຍຂຶ້ນ.

2. ສະມາຊິກລັດຖະບານ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ເຊິ່ງໄດ້ປິດລົງໃນກາງເດືອນ ພະຈິກ ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ. ສະມາຊິກລັດຖະບານ ໄດ້ລາຍງານ, ຊີ້ແຈງ ແລະ ອະທິບາຍ ຄຳຊັກຖາມຕ່າງໆ ຂອງສະມາຊິກສະພາກໍ່ຄືປະຊາຊົນ ດ້ວຍເຫດ ດ້ວຍຜົນ ເປັນທີ່ຍອມຮັບຂອງຜູ້ເຂົ້າຮ່ວມກອງປະຊຸມ. ຍ້ອນການເຮັດວຽກ ທີ່ມີປະສິດທິຜົນ ຂອງສະມາຊິກລັດຖະບານ, ສະພາແຫ່ງຊາດ ຈຶ່ງໄດ້ຮັບຮອງເອົາແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ສຳລັບປີ 2018 ແລະ ຮັບຮອງເອົາກົດໝາຍ 15 ສະບັບ (ໃນຈຳນວນ 16 ສະບັບ) ທີ່ລັດຖະບານໄດ້ສະເໜີຕໍ່ສະພາແຫ່ງຊາດ.

3. ລັດຖະບານ ໄດ້ດຳເນີນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຂະແໜງການກ່ຽວຂ້ອງ 02 ຄັ້ງ ເພື່ອພິຈາລະນາຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ແຜນການລົງທຶນຂອງລັດ ປີ 2018; ການແກ້ໄຂບັນຫາໂຮງງານແປ້ງມັນຕົ້ນ ໃນຂອບເຂດທົ່ວປະເທດ; ການປັບປຸງລະບຽບການ, ກົນໄກ ແລະ ສະພາບແວດລ້ອມ ຂອງການດຳເນີນທຸລະກິດ ແລະ ການລົງທຶນ; ການຈັດແບ່ງ ໂກຕ້າລັດຖະກອນ ປີ 2018 ແລະ ບັນດາໂຄງການລົງທຶນທີ່ສໍາຄັນອື່ນໆ ອີກຈໍານວນໜຶ່ງ.

4. ລັດຖະບານ ໄດ້ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງຕັ້ງໜ້າ. ໂດຍສະເພາະກໍ່ແມ່ນ ການກະກຽມໃຫ້ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN-APEC ທີ່ ສສ. ຫວຽດນາມ, ການຕ້ອນຮັບປະທານປະເທດ ສີ ຈິ້ນຜິງ ຂອງ ສປ.ຈີນ ແລະ ການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ປະເທດຟີລິບປິນ. ພ້ອມກັນນີ້, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ກໍໄດ້ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງຕັ້ງໜ້າ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຂະແໜງການຕົນ.

5. ນາຍົກ, ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ເຄື່ອນໄຫວຢູ່ຫຼາຍທ້ອງຖິ່ນ. ສຳລັບນາຍົກລັດຖະມົນຕີ ແມ່ນໄດ້ໄປເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດ, ກຳສະພາບ ແລະ ຊີ້ນຳການແກ້ໄຂວຽກງານ ຢູ່ແຂວງບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອເບິ່ງຜົນກະທົບຂອງໂຄງການພັດທະນາ (ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການພັດທະນາ ເຂື່ອນໄຟຟ້ານໍ້າທາ 1, ໂຄງການພັດທະນາເຂື່ອນໄຟຟ້ານ້ຳອູ 1 ແລະ ອື່ນໆ) ແລະ ຊີ້ນຳການແກ້ ໄຂບັນຫາກັບທີ. ສໍາລັບບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍ່ໄດ້ໄປເຄື່ອນໄຫວຢ່າງຕັ້ງໜ້າ ຢູ່ຫຼາຍແຂວງໃນຂອບເຂດທົ່ວປະເທດ.

6. ລັດຖະບານ ໄດ້ດຳເນີນກອງປະຊຸມ ທີມງານເສດຖະກິດ ເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ ຂອງທີມງານ ດັ່ງກ່າວໃນໄລຍະ 1 ປີ 5 ເດືອນຜ່ານມາ. ກອງປະຊຸມ ໄດ້ເປັນເອກະພາບ ມອບໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ເປັນໃຈກາງປະສານ ແລະ ຮັບຜິດຊອບວຽກງານຄົ້ນຄວ້າ ບັນຫາເສດຖະກິດ ໃຫ້ແກ່ລັດຖະບານ ຕາມພາລະບົດບາດ ທີ່ໄດ້ກຳນົດໃນ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຕົນ ແລະ ຕາມການມອບໝາຍ ສະເພາະຂອງທ່ານນາຍົກລັດຖະມົນຕີ. ພ້ອມນີ້, ກໍ່ໃຫ້ບັນດາຂະແໜງການເສດຖະກິດ ຍົກສູງຄວາມເປັນເຈົ້າການ ໃນການຄົ້ນຄວ້າວິເຄາະວິໄຈ ບັນຫາທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການຂອງຕົນ ຕາມພາລະບົດບາດເປັນເສນາທິການ ໃຫ້ລັດຖະບານ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ.

7. ລັດຖະບານ ໄດ້ພິຈາລະນາ ແລະ ອອກນິຕິກໍາ ທີ່ສຳຄັນຈໍານວນໜື່ງ ຄື: ດຳລັດ 27 ສະບັບ, ຂໍ້ຕົກລົງ 6 ສະບັບ ແລະ ແຈ້ງການ ຈໍານວນ 246 ສະບັບ ແລະ ໄດ້ພິຈາລະນາການ ສະເໜີຂອງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ 19 ໂຄງການ ຕາມການຄົ້ນຄວ້າ ແລະ ເປັນເອກະພາບ ຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ.

- ກ່ຽວກັບວຽກງານຈຸດສຸມ ໃນເດືອນ ທັນວາ 2017 ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາວ່າ:

ຄຽງຄູ່ກັບ ວຽກງານຈຸດສຸມ ທີ່ປະຕິບັດໄດ້ໃນ 1 ເດືອນຜ່ານມາ, ພວກເຮົາກໍ່ມີຫຼາຍບັນຫາທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ

1. ສືບຕໍ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ຕອບຕ້ານທຸກກົນອຸບາຍເລ່ຫຼ່ຽມ ແລະ ການເຄືອນໄຫວກໍ່ຄວາມບໍ່ສະຫງົບ ຂອງພວກຄົນບໍ່ຫວັງດີ. ກຳແໜ້ນສະພາບຂອງແຕ່ລະພື້ນທີ່ ແລະ ເພີ່ມທະວີ ວຽກງານສືບຂ່າວ ເພື່ອປ້ອງກັນ ແລະ ແກ້ໄຂກ່ອນເຫດການເກີດຂຶ້ນ. ຄຸ້ມຄອງ-ຕິດຕາມການເຄື່ອນໄຫວພວກຄົນ ທີ່ມີທ່າອ່ຽງ ສ້າງຄວາມແຕກແຍກໃນສັງຄົມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ມອບໃຫ້ກະຊວງປ້ອງກັນປະເທດ ເປັນໃຈກາງປະສານກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ແລະ ປະເທດກ່ຽວຂ້ອງ ເພື່ອແກ້ໄຂບັນຫາຄົນຕ່າງປະເທດທີ່ ເຂົ້າເມືອງຜິດກົດໝາຍ ທີ່ມາພັກພາອາໄສ ດຳລົງຊີວິດທຳມາຫາກິນຢູ່ບັນດາແຂວງ ເຂດໃຈກາງ, ສືບຕໍ່ເອົາໃຈໃສ່ພິເສດ ຕໍ່ການແກ້ໄຂບັນຫາຢາເສບຕິດ ແລະ ອຸປະຕິເຫດ ຕາມທ້ອງຖະໜົນບໍ່ໃຫ້ເພີ່ມຂຶ້ນ. ໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ປະຕິບັດ ແລະ ສະຫຼຸບລາຍງານລັດຖະບານ ເພື່ອຊາບ ແລະ ຊີ້ນຳຕໍ່ໄປ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ທີ່ກຳລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ອາດມີຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ໃຫ້ເອົາໃຈໃສ່ວິເຄາະວິໄຈ ແລະ ກໍານົດທັດສະນະໃຫ້ເໝາະສົມ ພ້ອມທັງກະກຽມປ້ອງກັນຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນ.

3. ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນການ ທີ່ຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໂດຍສະເພາະແມ່ນ ຕົວເລກຄາດໝາຍດ້ານລາຍຮັບ ແລະ ລາຍຈ່າຍງົບປະມານ, ໂດຍມອບໃຫ້ແຕ່ລະຂະແໜງການ ຮີບຮ້ອນກວດຄືນ ແລະ ນຳໃຊ້ມາດຕະການທີ່ເລັ່ງດ່ວນ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອສຸ່ມໃສ່ເກັບກູ້ລາຍຮັບທີ່ຄວນຈະໄດ້ ແລະ ປະຕິບັດລາຍຈ່າຍ ຕາມແຜນການ ລວມທັງ ການເບິກຈ່າຍເງິນເດືອນ ແລະ ເງິນອຸດໜູນ ທີ່ຍັງຄ້າງຂອງຂະແໜງສຶກສາ, ໄອຍະການ ແລະ ບາງຂະແໜງການຢູ່ທ້ອງຖິ່ນ ແລະ ເມືອງຈຳນວນໜຶ່ງ. ສືບຕໍ່ຄົ້ນຄວ້າ ແລະ ສະໜອງທຶນ ໃຫ້ແກ່ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ແກ້ໄຂໜີ້ສິນ ແລະ ອວ່າຍໜີ້ 3 ແຈ ແລະ ແກ້ໄຂວຽກງານຄ້າງຄາອື່ນໆ ໃຫ້ສຳເລັດພາຍໃນເດືອນ ທັນວາ ນີ້. ພ້ອມນີ້, ກໍ່ຮີບຮ້ອນປັບປຸງ ຮ່າງດຳລັດວ່າດ້ວຍແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2018 ທີ່ຜ່ານກອງປະຊຸມລັດຖະບານ ເທື່ອນີ້ ໃຫ້ສໍາເລັດໂດຍໄວ ແລະ ສາມາດເຊັນປະກາດໃຊ້ ພາຍໃນເດືອນນີ້. ພ້ອມກັນນີ້, ກໍ່ມອບໃຫ້ຂະແໜງການກ່ຽວຂ້ອງ ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ສະພາທ້ອງຖິ່ນ ເພື່ອຜັນຂະຫຍາຍແຜນການ ແລະ ແຜນງົບປະມານທີ່ສະພາແຫ່ງຊາດ ຮັບຮອງລົງສູ່ທ້ອງຖິ່ນ ໃຫ້ທັນເວລາ.

4. ສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ໂດຍເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບທີ່ສະພາແຫ່ງຊາດກຳນົດ; ຄຸ້ມຄອງອັດຕາແລກປ່ຽນ ໃຫ້ສະຫງົບ ແລະ ໝັ້ນທ່ຽງ; ຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໃຫ້ຖຶກລະບຽບການ; ທັງກວດກາ ແລະ ປະຕິບັດມາດ ຕະການທີ່ເດັດຂາດ ຕໍ່ຜູ້ທີ່ລັກລອບນຳເຂົ້າ ແລະ ກະທຳຜິດ; ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ເພື່ອສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວທຸລະກິດໃຫ້ຫຼາຍຂຶ້ນ ໂດຍສືບຕໍ່ແກ້ໄຂບັນຫາທີ່ເປັນຂອດອຸດຕັນ ໃຫ້ທະລຸໂລ່ງ, ໂປງໃສ ແລະ ນໍາໃຊ້ກົນໄກການລົງທຶນຜ່ານປະຕູດຽວ ຢູ່ສູນກາງ ແລະ ທ້ອງຖິ່ນ ຕາມທີ່ໄດ້ກຳນົດໃນ ກົດໝາຍສົ່ງເສີມການລົງທຶນ ສະບັບປັບປຸງ.

5. ສືບຕໍ່ຕິດຕາມ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ຕິດ ພັນກັບໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ຕ່າງໆ ເຊັ່ນ : ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການລົງທຶນດ້ານພະລັງງານ-ບໍ່ແຮ່, ໂຄງການພັດທະນາເຂດເສດຖະກິດພິເສດ ແລະ ອື່ນໆ ໂດຍເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ທີ່ຕິດພັນກັບໂຄງການເຫຼົ່ານີ້ໃຫ້ດີ ເພື່ອໃຫ້ໂຄງການດຳເນີນຕາມແຜນ ແລະ ມີປະສິດທິຜົນ ໃຫ້ເອົາໃຈໃສ່ພິເສດ ໃນການແກ້ໄຂຜົນທົບຂອງໂຄງການ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ເພື່ອໃຫ້ໂຄງການເຫຼົ່ານີ້ສ້າງປະໂຫຍດ, ຍົກສູງລະດັບຊີວິດການເປັນຢູ່ ແລະ ໄດ້ຮັບການສະໜັບສະໜູນ ຈາກປະຊາຊົນ.

6. ສືບຕໍ່ສ້າງ ແລະ ປັບປຸງບັນດານິຕິກຳ ທີ່ຈະນຳມາຜ່ານກອງປະຊຸມລັດຖະບານ ໃນເດືອນທັນວາ ໃຫ້ໄປຕາມແຜນກຳນົດໄວ້ ເປັນຕົ້ນແມ່ນ ດຳລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ, ຮ່າງດຳລັດວ່າດ້ວຍພະນັກງານລັດວິສາຫະກິດ, ຮ່າງດຳລັດ ວ່າດ້ວຍການຮັບຮອງທາງອີເລັກໂຕນິກ ແລະ ນິຕິກຳອື່ນໆ ໃຫ້ມີຄວາມສົມບູນດີຂຶ້ນກວ່າເກົ່າ ເພື່ອໃຫ້ການພິຈາລະນາມີປະສິດທິຜົນ ພ້ອມນີ້ກໍ່ໃຫ້ປັບປຸງກົນໄກປະສານງານ ແລະ ການປະສານສົມທົບ ລະຫວ່າງຂະແໜງຍຸຕິທຳ, ສານ, ໄອຍະການ, ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຂະບວນການຍຸຕິທຳ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຜົນສັກສິດ. ພ້ອມກັນນີ້, ກໍ່ຊຸກຍູ້ການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ເຂັ້ມງວດ ແລະ ສັກສິດ ເພື່ອສ້າງຄວາມຍຸຕິທໍາໃນສັງຄົມ ແລະ ເສີມສ້າງຄວາມສັດທາໃນລະບົບຍຸຕິທຳ ຂອງປະເທດເຮົາຕໍ່ປະຊາຊົນ.

ແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ກໍ່ຍັງເວລາ 5 ເດືອນ, ແຕ່ລັດຖະບານຕ້ອງໄດ້ສົ່ງຮ່າງກົດໝາຍ ທີ່ຈະນຳໄປຜ່ານກອງປະຊຸມ ສະພາ 02 ເດືອນ ກ່ອນກອງປະຊຸມ. ດັ່ງນັ້ນ, ບັນດາກະຊວງທີ່ກ່ຽວຂ້ອງ ຕ້ອງໄດ້ຮີບຮ້ອນປັບປຸງ ບັນດາຮ່າງກົດໝາຍທີ່ຕົນຮັບຜິດຊອບ ເພື່ອນຳມາຜ່ານ ກອງປະຊຸມລັດຖະບານ ສະໄໝສາມັນ ໃນເດືອນ ທັນວາ, ເດືອນ ມັງກອນ ແລະ ເດືອນ ກຸມພາ ທີ່ຈະມາເຖິງນີ້ ໃນນັ້ນລວມເຖິງກົດໝາຍ ວ່າດ້ວຍໜີ້ສາທາລະນະ ທີ່ສະພາແຫ່ງຊາດ ໃຫ້ນຳມາພິຈາລະນາຄືນ ແລະ ກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ.

7. ສືບຕໍ່ເອົາໃຈໃສ່ ວຽກງານປັບປຸງ ແລະ ພັດທະນາສີມືແຮງງານ, ຄຸ້ມຄອງ ແຮງງານຕ່າງປະເທດ ໃຫ້ເຄື່ອນໄຫວສອດຄ່ອງກັບກົດໝາຍ ແລະ ລະບຽບການ, ຄົ້ນຄວ້າ ແລະ ກະຕຸກຊຸກຍູ້ ການສ້າງວຽກເຮັດງານທຳ ພາຍໃນປະເທດ, ຫຼຸດຜ່ອນການ ເຄື່ອນຍ້າຍແຮງງານຂອງຄົນລາວໄປຕ່າງປະເທດ ທີ່ບໍ່ຖືກກົດໝາຍ ເພື່ອຫຼີກລຽງບັນຫາສັງຄົມ ແລະ ການຂົ່ມເຫັງ ແຮງງານລາວຢູ່ຕ່າງປະເທດ.

8. ກະກຽມຊຸກຍູ້ ການຜະລິດລະດູແລ້ງ ໃຫ້ທັນກັບລະດູການ ເປັນຕົ້ນແມ່ນ ການສະໜອງແນວພັນ, ການສະໜອງນ້ຳເຂົ້າໃນພື້ນທີ່ການຜະລິດ ແລະ ການຊ່ວຍ ເຫຼືອທາງດ້ານເຕັກນິກວິຊາການ ທີ່ຈຳເປັນໃຫ້ແກ່ຊາວກະສິກອນ; ສືບຕໍ່ຕິດຕາມ, ຈັດຕັ້ງການເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດໄຂ້ຫວັດສັດປີກ (H5N1, H7N9), ໄຂ້ຍຸງລາຍ ແລະ ພະຍາດຕາມລະດູການຕ່າງໆ.

9. ສືບຕໍ່ເອົາໃຈໃສ່ ໂຄສະນາເຜີຍແຜ່ ກ່ຽວກັບການເປັນເຈົ້າພາບທີ່ດີ ໃນປີທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງທົ່ວເຖິງ ໂດຍສຸມໃສ່ຄົ້ນຄວ້ານໍາໃຊ້ທ່າແຮງ ບົ່ມຊ້ອນທີ່ປະເທດເຮົາມີ, ປັບປຸງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ, ປັບປຸງການບໍລິການ ໃຫ້ສະດວກວ່ອງໄວ, ແກ້ໄຂສິ່ງອັດຕັນ ແລະ ປ້ອງກັນຄວາມສຽງດ້ານຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ໄດ້ຕາມຄາດໝາຍກໍານົດ (5,2 ລ້ານຄົນໃນປີ 2018). ພ້ອມກັນນັ້ນ ກໍ່ໃຫ້ສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນ, ການຮ່ວມມືລະຫວ່າງ ຂະແໜງການຂອງລັດຖະບານ ແລະ ລະຫວ່າງພາກລັດ ກັບ ພາກທຸລະກິດ. ສົ່ງເສີມແນວຄິດລາວທ່ຽວລາວ ໃຫ້ແຂງແຮງ ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາ ອອກນອກປະເທດ. ສູ້ຊົນເຮັດໃຫ້ປີທ່ອງທ່ຽວ ເປັນເຄື່ອງມືທີ່ມີປະສິດທິຜົນ ໃນການກະຕູ້ນເສດຖະກິດ ຂອງປະເທດເຮົາ ໃຫ້ຂະຫຍາຍຕົວເກີນຕົວເລກຄາດໝາຍທີ່ວາງໄວ້. ພ້ອມນັ້ນ ກໍ່ໃຫ້ເອົາໃຈໃສ່ນຳພາ ແລະ ຄຸ້ມຄອງການກະກຽມ ແລະ ສະຫຼອງວັນສົ່ງທ້າຍປີເກົ່າ ຄ.ສ 2017 ຕ້ອນຮັບປີໃໝ່ ຄ.ສ 2018 ໃຫ້ມີບັນຍາກາດຟົກຟື້ນ, ຮັບປະກັນຄວາມສະຫງົບປອດໄພ ແລະ ຮັກສາໄດ້ວັດທະນະທຳອັນດີງາມ ຂອງຊາດ ແລະ ວັດທະນະທຳທີ່ກ້າວໜ້າ ທີ່ດີງາມຂອງຍຸກສະໄໝ.

10. ສືບຕໍ່ເພີມທະວີ ການຕິດຕາມກວດກາ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານ-ລັດຖະກອນ ເຮັດໃຫ້ການປະຕິບັດໜ້າທີ່ ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງຂຶ້ນ. ພ້ອມນີ້, ໃຫ້ບັນດາທ່ານສະມາຊິກລັດຖະບານ ເພີ່ມຄວາມເອົາໃຈໃສ່ ແລະ ລົງເລິກຊີ້ນຳນຳພາ ກົງຈັກ-ການຈັດຕັ້ງ ແລະ ພະນັກງານນຳພາ, ຄຸ້ມຄອງ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ປະຕິບັດວຽກງານຈຸດສຸມ ທີ່ຍັງຄ້າງຄາໃຫ້ມີປະສິດທິຜົນ, ຫຼຸດຜ່ອນການໄປເຄື່ອນໄຫວ ວຽກງານຕ່າງປະເທດ ທີ່ບໍ່ຈຳເປັນລົງຕື່ມ.

11. ມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ແລະ ທິດຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງນີ້ ໃຫ້ມີປະສິດທິຜົນ

ສໍາລັບກອງປະຊຸມລັດຖະບານ ​ສະໄໝສາມັນ ປະຈໍາເດືອນ ທັນວາ ຄາດວ່າຈະຈັດຂຶ້ນໃນວັນທີ 25-26 ທັນວາ 2017.

No comments

Powered by Blogger.