ເຢຣູຊາເລມ ມີຄວາມສຳຄັນແນວໃດ ການຕັດສິນໃຈຂອງ ສ.ອາເມຣິກາ ຈຶ່ງມີຜົນຕໍ່ຄວາມຂັດແຍ່ງ - ອິດສະຫຼະ

ເຢຣູຊາເລມ ມີຄວາມສຳຄັນແນວໃດ ການຕັດສິນໃຈຂອງ ສ.ອາເມຣິກາ ຈຶ່ງມີຜົນຕໍ່ຄວາມຂັດແຍ່ງ



ກາຍເປັນບັນຫາສຳຄັນລະດັບໂລກ ເມື່ອທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຖະແຫຼງລົງນາມຮັບຮອງເອົາ ເຢຣູຊາເລມ ເປັນເມືອງຫຼວງຂອງອິດສະຣາແອນຢ່າງເປັນທາງການ ນັບຕັ້ງແຕ່ການສະຖາປະນາລັດອິດສະຣາແອນ ເມື່ອປີ 1948 ທ່າມກາງສຽງວິພາກວິຈານ ແລະ ຕຳໜິຈາກຜູ້ນຳປະເທດຕ່າງໆທົ່ວໂລກວ່າເປັນການຈູດສະນວນຄວາມຂັດແຍ່ງ ແລະ ທຳລາຍສັນຕິພາບໃນຕາເວັນອອກກາງ.


ນັບຈາກນີ້ເປັນຕົ້ນໄປການຕັດສິນໃຈຍ້າຍສະຖານທູດສະຫະລັດປະຈຳອິດສະຣາແອນ ຈາກນະຄອນຫຼວງເທວອາວິບໄປຍັງນະຄອນຫຼວງເຢຣູຊາເລມ ໃນຄັ້ງນີ້ຈະກາຍເປັນເລື່ອງໃຫຍ່ ແລະ ເປັນບັນຫາສຳຄັນຂອງໂລກ.

ການຕັດສິນໃຈຍອມຮັບນະຄອນເຢຣູຊາເລມເປັນເມືອງຫຼວງຂອງອິດສະຣາແອນ ເຮັດໃຫ້ສະຫະລັດ ອາເມຣິກາ ຕົກຢູ່ໃນສະຖານະຂັດແຍ່ງກັບມຸມມອງຂອງປະຊາຄົມໂລກໃນເລື່ອງສະຖານະຂອງເຢຣູຊາເລມ.

ໂດຍຊາວປາເລສໄຕເອງກໍ່ອ້າງກຳມະສິດວ່າ ນະຄອນເຢຣູຊາເລມຕາເວັນອອກ ເປັນເມືອງຫຼວງຂອງລັດ ເຊິ່ງຈະກໍ່ຕັ້ງຂຶ້ນໃນອະນາຄົດ ແລະ ຕາມຂໍ້ຕົກລັງສັນຕິພາບອິດສະຣາແອນ-ປາເລສໄຕ ປີ 1993 ຈະຕ້ອງມີການປຶກສາຫາລືເຖິງອະນາຄົດຂອງນະຄອນເຢຣູຊາເລມ ໃນການເຈລະຈາສັນຕິພາບຂັ້ນຕໍ່ໄປ ສ່ວນອະທິປະໄຕເໜືອດິນແດນເຢຣູຊາເລມທີ່ອິດສະຣາແອນກ່າວອ້າງກຳມະສິດຜ່ານມາ ຍັງບໍ່ເຄີຍໄດ້ຮັບການຍອມຮັບໃນລະດັບປະຊາຄົມໂລກ ທຸກປະເທດຕ່າງກໍ່ເລືອກຕັ້ງສະຖານທູດໃນນະຄອນຫຼວງເທວອາວິບ.

ນະຄອນເຢຣູຊາເລມເປັນສະຖານທີ່ຕັ້ງຂອງສາສະນະສະຖານສາມແຫ່ງ ຂອງສາສະໜາຢູດາ, ອິດສະຫຼາມ ແລະ ຄຼິສ, ໂດຍທາງຕາເວັນອອກຂອງເມືອງ ເຊິ່ງລວມເຖິງເຂດເມືອງເກົ່າຖືກອິດສະຣາແອນຢຶດຄອງພາຍຫຼັງສົງຄາມຫົກວັນ ຫຼື Six Day War ເມື່ອປີ 1967 ແຕ່ວ່າດິນແດນດັ່ງກ່າວບໍ່ໄດ້ຮັບການຍອມຮັບຈາກປະຊາຄົມໂລກວ່າເປັນສ່ວນໜຶ່ງຂອງອິດສະຣາແອນ.

ໃນດ້ານຂອງທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະຣາແອນ ກ່າວວ່າການຕັດສິນໃຈຂອງສະຫະລັດຖືເປັນ "ວັນປະຫວັດສາດ" ແລະ ກ່າວວ່າ ອິດສະຣາແອນຂໍຂອບໃຈທ່ານ ທຣຳ ເປັນຢ່າງສູງ ພ້ອມທັງໄດ້ລົງຂໍ້ຄວາມໃນ  Twitter ວ່າ: ເຢຣູຊາເລມ ເປັນເປົ້າໝາຍແຫ່ງຄວາມຫວັງ ຄວາມຝັນ ແລະ ການພາວະນາຂອງພວກເຮົາມາດົນນານສາມສະຫະສະວັດ.

ສ່ວນໃນດ້ານຂອງທ່ານ ອັບບາສ ຜູ້ນຳປາເລສໄຕ ກ່າວຜ່ານໂທລະພາບວ່າ ນະຄອນເຢຣູຊາເລມເປັນ "ເມືອງຫຼວງຕະຫຼອດການຂອງລັດປາເລສໄຕ" ແລະ ກ່ອນໜ້ານີ້ໄດ້ອອກຄຳເຕືອນຜ່ານໂຄສົກວ່າ ຈະເກີດຜົນລັບທີ່ອັນຕະລາຍຕາມມາ ເຊັ່ນດຽວກັບຄວາມເຫັນຂອງຜູ້ນຳປະເທດອາຣັບອື່ນໆ ທີ່ກ່າວວ່າອາດເຮັດໃຫ້ເກີດຄວາມບໍ່ສະຫງົບຕາມມາໄດ້.

No comments

Powered by Blogger.