UN ມີມະຕິໃຫ້ມຽນມາຢຸດສູ້ຮົບທາງທະຫານ ໃນລັດຍະໄຂ່ ແຕ່ມີ 10 ປະເທດຄັດຄ້ານລວມທັງ ສປປ.ລາວ - ອິດສະຫຼະ

UN ມີມະຕິໃຫ້ມຽນມາຢຸດສູ້ຮົບທາງທະຫານ ໃນລັດຍະໄຂ່ ແຕ່ມີ 10 ປະເທດຄັດຄ້ານລວມທັງ ສປປ.ລາວ



ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ວາລະສຸກເສີນ ເມື່ອວັນອາທິດ (24 ທັນວາ) ທີ່ຜ່ານມາ ເພື່ອພິຈາລະນາຮ່າງມະຕິທີ່ສະເໜີໂດຍ 57 ປະເທດສະມາຊິກອົງກອນການຮ່ວມມືອິດສະລາມ (OIC) ຮຽກຮ້ອງໃຫ້ກອງທັບມຽນມາຢຸດຕິປະຕິບັດການທາງການທະຫານ ແລະ ການລະເມີດສິດທິມະນຸດຕໍ່ຊາວໂຣຮິງຢາໃນລັດຍະໄຂ່ ລວມເຖິງການສະເໜີໃຫ້ແຕ່ງຕັ້ງຜູ້ແທນພິເສດປະຈຳມຽນມາ ແລະ ການຮຽກຮ້ອງໃຫ້ລັດຖະບານມຽນມາພາຍໃຕ້ການນຳຂອງທ່ານ ນາງ ອອງ ຊານ ຊູຈີ ອະນຸຍາດໃຫ້ເຈົ້າໜ້າທີ່ຂອງໜ່ວຍງານບັນເທົາທຸກລົງພື້ນທີ່ໃນລັດຍະໄຂ່.

ເຊິ່ງຜົນການລົງມະຕິປາກົດວ່າ 122 ປະເທດຮັບຮ່າງມະຕິດັ່ງກ່າວ ແຕ່ມີ 10 ປະເທດອອກສຽງຄັດຄ້ານ ແລະ 24 ປະເທດງົດອອກສຽງ, ຂະນະທີ່ 37 ປະເທດບໍ່ເຂົ້າຮ່ວມກອງປະຊຸມ, ເຊິ່ງປະເທດທີ່ຄັດຄ້ານແນ່ນອນວ່ານຳໂດຍມຽນມາ, ຈີນ, ລັດເຊຍ, ລາວ, ຫວຽດນາມ, ກຳປູເຈຍ, ຟິລິບປິນ, ເບລາຣຸດຊີ, ຊີຣີ ແລະ ຊິມບຳເວ.


ເຖິງຢ່າງໃດກໍ່ຕາມ ລັດຖະບານມຽນມາປະກາດເມື່ອອາທິດທີ່ຜ່ານມາວ່າ ໄດ້ຫ້າມທ່ານ ນາງ ອີ ຢາງ-ຮີ ຜູ້ແທນຜິເສດຂອງສະຫະປະຊາຊາດດ້ານສິດທິມະນຸດໃນມຽນມາເດີນທາງເຂົ້າປະເທດ ຈົນກວ່າຈະໝົດວະລະ ແລະ ຍົກເລີກການຮ່ວມມືທັງໝົດດ້ານສິດທິມະນຸດທີ່ຢູ່ພາຍໃຕ້ການຄຸມຄອງຂອງທ່ານ ນາງ ອີ ຢາງ-ຮີ ໂດຍທາງການມຽນມາໃຫ້ເຫດຜົນວ່າ:​ ໝົດຄວາມເຊື່ອໝັ້ນໃນການປະຕິບັດງານຮ່ວມກັບທ່ານ ນາງ ອີ ຢາງ-ຮີ ເນື່ອງຈາກທ່ານ ນາງ ປະຕິບັດໜ້າທີ່ຢ່າງບໍ່ເປັນກາງ ແລະ ຈຸດປະສົງຂອງການປະຕິບັດງານກໍ່ບໍ່ໄດ້ຕັ້ງຢູ່ບົນພື້ນຖານຂອງຄວາມເປັນຈິງ.


No comments

Powered by Blogger.