ຫວຽດນາມກຽມພ້ອມອົບພະຍົບ 1 ລ້ານຄົນໜີພາຍຸເທມບິນ ຂະນະທີ່ຟິລິບປິນຕາຍກວ່າ 230 ຄົນ - ອິດສະຫຼະ

ຫວຽດນາມກຽມພ້ອມອົບພະຍົບ 1 ລ້ານຄົນໜີພາຍຸເທມບິນ ຂະນະທີ່ຟິລິບປິນຕາຍກວ່າ 230 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວໃນກອງປະຊຸມຄະນະລັດຖະມົນຕີ ເນັ້ນໜັກໃຫ້ໜ່ວຍງານທີ່ກ່ຽວຂ້ອງຕິດຕາມສະຖານະການຈາກໄພທຳມະຊາດຢ່າງໃກ້ຊິດ ແລະ ກຽມຄວາມພ້ອມຂັ້ນສູງສຸດ ເນື່ອງຈາກພາຍຸເທມບິນ ໄດ້ເຄື່ອນຕົວອອກຈາກຟິລິບປິນ ມາທາງທິດຕາເວັນຕົກສຽງເໜືອ ເຊິ່ງໝາຍຄວາມວ່າຈະພັດຜ່ານພາກໃຕ້ຂອງຫວຽດນາມເປັນຈຸດໝາຍຕໍ່ໄປ ໂດຍທ່ານ ຫງວຽນ ຊວນຟຸກ ຍັງໄດ້ກ່າວຢ້ຳອີກວ່າ ຕ້ອງຮັບປະກັນຄວາມປອດໄພຂອງແຖ່ນຂຸດເຈາະນ້ຳມັນ ແລະ ເຮືອປະມົງທີ່ຢູ່ໃນບໍລິເວນດັ່ງກ່າວຫຼາຍກວ່າ 62,000 ລຳ ແລະ ໄດ້ອອກຄຳສັ່ງໃຫ້ເດີນທາງກັບເຂົ້າຝັ່ງແລ້ວ.

ຂະນະທີ່ກະຊວງສຶກສາທິການຫວຽດນາມໄດ້ສັ່ງປິດໂຮງຮຽນທຸກແຫ່ງໃນນະຄອນໂຮຈິມິນຢ່າງໜ້ອຍ 1 ມື້ຄື: ວັນຈັນ ທີ 25 ທັນວາ 2017 ນີ້, ດ້ານລາຍງານຂອງສຳນັກງານປ້ອງກັນໄພພິບັດແຫ່ງຊາດຫວຽດນາມລະບຸວ່າ: ເບື່ອງຕົ້ນໄດ້ມີການອົບພະຍົບປະຊາຊົນທີ່ອາໄສຢູ່ໃນເຂດລຸ່ມນ້ຳແລ້ວປະມານ 74,000 ຄົນ, ແຕ່ມີການເຕືອນໃຫ້ເຈົ້າໜ້າທີ່ລັດໃນ 15 ແຂວງເພີ່ມການຕິດຕາມລະວັງໄພຈາກພາຍຸດັ່ງກ່າວຕະຫຼອດ 24 ຊົ່ວໂມງ ເທົ່າກັບວ່າອາດຕ້ອງມີການອົບພະຍົບປະຊາຊົນເພີ່ມອີກເປັນຫຼາຍກວ່າ 1 ລ້ານຄົນ.


ເຊິ່ງອິດທິພົນຂອງພາຍຸເທມບິນ ທີ່ເຄື່ອນຕົວພັດຜ່ານເກາະມິນດາເນົາ ທີ່ເປັນເກາະຂະໜາດໃຫຍ່ອັນດັບ 2 ຂອງຟິລິບປິນ ສົ່ງຜົນໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນ ແລະ ດິນເຈື່ອນເປັນວົງກວ້າງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 230 ຄົນ ແລະ ຍັງມີລາຍງານຜູ້ສູນຫາຍອີກຫຼາຍກວ່າ 100 ຄົນ ແລະ ປະຊາຊົນອີກປະມານ 70,000 ຄົນ ບໍ່ມີທີ່ພັກອາໄສ.

No comments

Powered by Blogger.