ກຸ່ມ IS ລະເບີດຂ້າຕົວຕາຍໂຈມຕີສຳນັກງານຂ່າວກອງອາຟະການິດສະຖານ - ອິດສະຫຼະ

ກຸ່ມ IS ລະເບີດຂ້າຕົວຕາຍໂຈມຕີສຳນັກງານຂ່າວກອງອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານ 25 ທັນວາ 2017 ວ່າ: ກະຊວງປ້ອງກັນຄວາມສະຫງົບຂອງອາຟະການິດສະຖານລາຍງານ ການເກີດເຫດລະເບີດ ພາຍໃນອານາເຂດຂອງສຳນັກງານຂ່າວກອງແຫ່ງຊາດ (NDS) ບໍລິເວນເຂດໃຈກາງນະຄອນຫຼວງກາບູນ ເມື່ອຕອນເຊົ້າຂອງວັນຈັນນີ້ ຕາມເວລາທ້ອງຖິ່ນ, ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ສ່ວນໃຫຍ່ເປັນປະຊາຊົນ ເຊິ່ງໃນຈຳນວນນີ້ລວມມີປະຊາຊົນ 6 ຄົນທີ່ໂດຍສານມາກັບລົດທີ່ແລ່ນຜ່ານມາໃນເວລາດຽວກັນກັບທີ່ຄົນຮ້າຍຈຸດຊະນວນລະເບີດພໍດີ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 5 ຄົນ, ດ້ານລາຍງານຂອງກະຊວງສາທາລະນະສຸກລະບຸ ຈຳນວນຜູ້ເສຍຊີວິດເທົ່າກັນ ແຕ່ອ້າງວ່າມີຜູ້ໄດ້ຮັບບາດເຈັບຈາກເຫດດັ່ງກ່າວພຽງຄົນດຽວ.


ພາຍຫຼັງເກີດເຫດສຳນັກຂ່າວອາມັກຂອງກຸ່ມ IS ໄດ້ອອກຖະແຫຼງການຍອມຮັບວ່າເປັນຜູ້ຢູ່ເບື້ອງຫຼັງເຫດການຄັ້ງນີ້ ທີ່ເກີດຂຶ້ນພຽງ 1 ອາທິດ ພາຍຫຼັງເຫດໂຈມຕີສູນເຝິກອົບຮົບຂອງ DNS ເມື່ອວັນທີ 18 ທັນວາ 2017 ທີ່ຜ່ານມາ ແລະ ເຫດການໄດ້ຢຸດຕິດ້ວຍການທີ່ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂ້າຜູ້ບຸກລຸກເສຍຊີວິດ 3 ຄົນ ໂດຍຢືນຢັນບໍ່ມີປະຊາຊົນເສຍຊີວິດ ຫຼື ໄດ້ຮັບບາດເຈັບ ດ້ານກຸ່ມ IS ຮັບວ່າເປັນຜູ້ຢູ່ເບື້ອງຫຼັງເຊັ່ນດຽວກັນ.

ນອກຈາກນີ້, ລັດຖະບານອາຟະການິດສະຖານແມ່ນໄດ້ຍົກລະດັບມາດຕະການຮັກສາຄວາມປອດໄພໃນນະຄອນຫຼວງກາບູນເປັນຂັ້ນສູງສຸດ ພາຍຫຼັງເກີດເຫດຄົນຮ້າຍຈຸດຊະນວນລະເບີດທີ່ເຊື່ອງມາໃນລົດບັນທຸກທີ່ຈອດຖິ້ມໄວ້ໃນເຂດການທູດຂອງນະຄອນຫຼວງກາບູນ ເມື່ອວັນທີ 31 ພຶດສະພາ 2017 ທີ່ຜ່ານມາ, ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 150 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 400 ຄົນ ຈົນເຖິງຕອນນີ້ຍັງບໍ່ມີບຸກຄົນກຸ່ມໃນອອກມາຍອມຮັບວ່າຢູ່ເບື້ອງຫຼັງ ແຕ່ທາງການອາຟະການິດສະຖານເຊື່ອວ່າເປັນສີມືຂອງກຸ່ມຮັກການີ ເຊິ່ງເປັນເຄືອຂ່າຍຂອງກຸ່ມຕາລີບັນ.


No comments

Powered by Blogger.