ທ່ານນາຍົກລັດຖະມົນຕີຈະເດີນທາງຢ້ຽມຢາມມຽນມາ 15-16 ມັງກອນ 2018 ນີ້ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີຈະເດີນທາງຢ້ຽມຢາມມຽນມາ 15-16 ມັງກອນ 2018 ນີ້



ກະຊວງການຕ່າງປະເທດລາຍງານວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ອູ ຕິນຈໍ ປະທານປະເທດແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການທີ່ສາທາລະນະລັດ ສະຫະພາບ ມຽນມາ ໃນລະຫວ່າງວັນທີ 15-16 ມັງກອນ 2018 ນີ້, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດລາວ ແລະ ມຽນມາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

No comments

Powered by Blogger.