ເກົາຫຼີໃຕ້ສະເໜີໃຫ້ເກົາຫຼີເໜືອ ເດີນຂະບວນເຂົ້າສະໜາມກີລາໂອລິມປິກທີ່ປຽງຊາງພ້ອມກັນ - ອິດສະຫຼະ

ເກົາຫຼີໃຕ້ສະເໜີໃຫ້ເກົາຫຼີເໜືອ ເດີນຂະບວນເຂົ້າສະໜາມກີລາໂອລິມປິກທີ່ປຽງຊາງພ້ອມກັນ


ທ້າວ ຄິມ ຈູ-ຊິກ ແລະ ນາງ ຣຽມ ແທ-ອັອກ ນັກກີລາສະເກັດລີລາຄູ່ປະສົມ ຂອງເກົາຫຼີເໜືອ
ສຳນັກຂ່າວຕ່າງປະເທດລາຍງານ 13 ມັງກອນ 2018 ວ່າ: ທ່ານ ໂຣ ແທ-ຄັງ ຮອງລັດຖະມົນຕີກະຊວງກີລາຂອງເກົາຫຼີໃຕ້ກ່າວວ່າ ລັດຖະບານເກົາຫຼີໃຕ້ໄດ້ຍື່ນຂໍ້ສະເໜີເພີ່ມເຕີມອີກຫຼາຍຂໍ້ກ່ຽວກັບການຮ່ວມມືໃນງານກີລາໂອລິມປິກລະດູໜາວໃຫ້ເກົາຫຼີເໜືອພິຈາລະນາເພີ່ມເຕີມ ນອກເໜືອຈາກບັນຫາທີ່ເຈົ້າໜ້າທີ່ລະດັບສູງຂອງທັງສອງຝ່າຍໄດ້ພົບປະຫາລືກັນທີ່ຕຶກສັນຕິພາບ ບ້ານປັນມຸນຈອມ ເຂດປອດທະຫານ ເມື່ອວັນອັງຄານທີ 9 ມັງກອນ ທີ່ຜ່ານມາ ໂດຍຂໍ້ສະເໜີນັ້ນແມ່ນລວມທັງການເດີນຂະບວນເຂົ້າສະໜາມພ້ອມກັນຂອງນັກກີລາຈາກສອງເກົາຫຼີ ແລະ ການສົ່ງທີມນັກກີລາຮັອກກີ້ນ້ຳແຂງປະເພດຍິງຮ່ວມກັນອີກດ້ວຍ.

ໃນດ້ານກະຊວງລວມຊາດຂອງເກົາຫຼີໃຕ້ກໍ່ອອກຖະແຫຼງການໃນເວລາໃກ້ຄຽງກັນວ່າ ໄດ້ສະເໜີຈັດຕັ້ງການເຈລະຈາລະດັບອີກຄັ້ງໃນວັນທີ 15 ມັງກອນ 2018 ນີ້ ກ່ຽວກັບການກຽມຄວາມພ້ອມໃຫ້ເກົາຫຼີເໜືອ ເພື່ອເຂົ້າຮ່ວມໂອລິມປິກລະດູໜາວ ທີ່ເມືອງປຽງຊາງຂອງເກົາຫຼີໃຕ້ ລະຫວ່າງວັນທີ 9-25 ກຸມພາ 2018 ນີ້, ເຖິງແມ່ນວ່າລັດຖະບານເກົາຫຼີເໜືອຍັງບໍ່ສະແດງທ່າທີຕໍ່ການສະເໜີເຈລະຈາຄັ້ງໃໝ່ ແຕ່ລັດຖະບານເກົາຫຼີໃຕ້ປະກາດແລ້ວວ່າ ຄະນະຜູ້ແທນຂອງເກົາຫຼີໃຕ້ຈະມີ 3 ທ່ານ ນຳໂດຍທ່ານ ຊຸນ ແຮ-ຊອງ ຮອງລັດຖະມົນຕີກະຊວງລວມຊາດ ແລະ ຈະເດີນທາງໄປລໍຖ້າທີ່ຕຶກສັນຕິພາບຂອງບ້ານປັນມຸນຈອມເຊັ່ນເດີມ.

ເຖິງຢ່າງໃດກໍ່ຕາມ ຄະນະກຳມະການໂອລິມປິກສາກົນ (IOC) ຈະເປັນເຈົ້າພາບຈັດຕັ້ງການປຶກສາຫາລືລະຫວ່າງຜູ້ແທນ IOC ຂອງສອງເກົາຫຼີ ທີ່ສຳນັກງານໃຫຍ່ເມືອງໂລຊານ ໃນວັນທີ 20 ມັງກອນ 2018 ນີ້, ຂະນະທີ່ມີລາຍງານວ່ານັກກີລາຂອງເກົາຫຼີເໜືອທີ່ຜ່ານຮອບຄັດເລືອກຢ່າງເປັນທາງການ ມີພຽງ 2 ຄົນຄືທ້າວ ຄິມ ຈູ-ຊິກ ແລະ ນາງ ຣຽມ ແທ-ອັອກ ໃນການແຂ່ງຂັນສະເກັດລີລາຄູ່ປະສົມ ແຕ່ທັງສອງຄົນຍື່ນເອກະສານສະໝັກບໍ່ທັນເວລາ ເນື່ອງຈາກໃນໄລຍະນັ້ນລັດຖະບານເກົາຫຼີເໜືອຍັງສະຫງວນທ່າທີເລື່ອງການເຂົ້າຮ່ວມໂອລິມປິກທີ່ປາງຊຽງ ແຕ່ມີຄວາມເປັນໄປໄດ້ສູງຫຼາຍວ່າ IOC ຈະອະນຸຍາດໃຫ້ທັງສອງຄົນຍື່ນໃບສະໝັກໄດ້ເປັນກໍລະນີພິເສດ.

No comments

Powered by Blogger.