ຟິລິບປິນອົບພະຍົບປະຊາຊົນ 15,000 ຄົນ ໜີພູໄຟມາຢອນລະເບີດ - ອິດສະຫຼະ

ຟິລິບປິນອົບພະຍົບປະຊາຊົນ 15,000 ຄົນ ໜີພູໄຟມາຢອນລະເບີດ



ສຳນັກຂ່າວຕ່າງປະເທດລາຍງານ 16 ມັງກອນ 2018 ວ່າ: ສະຖາບັນພູໄຟວິທະຍາ ແລະ ທໍລະນີວິທະຍາແຫ່ງຊາດຂອງຟິລິບປິນ ລາຍງານການເກີດແຮງສັ່ນສະເທືອນຢ່າງໜ້ອຍ 9 ຄັ້ງບໍລິເວນພູໄຟມາຢອນ ໂດຍຈາກຈຳນວນດັ່ງກ່າວ 4 ຄັ້ງສົ່ງຜົນໃຫ້ມີລາວາໄຫຼອອກມາຈາກປາກພູໄຟ ຍິ່ງເພີ່ມຄວາມເປັນໄຟໄດ້ວ່າພູໄຟມາຢອນ ທີ່ສູງ 2,463 ແມັດ ຕັ້ງຢູ່ເກາະລູຊອນ ເກາະທີ່ໃຫຍ່ທີ່ສຸດຂອງປະເທດ ຈະເກີດການລະເບີດຢ່າງຮຸນແຮງໃນອະນາຄົດອັນໃກ້ນີ້.


ເຊິ່ງມີລາຍງານວ່າ ໃນໄລຍະ 4 ທົດສະວັດທີ່ຜ່ານມາ ພູໄຟມາຢອນເຄີຍລະເບີດແລ້ວເກືອບ 50 ຄັ້ງ ໂດຍການລະເບີດຄັ້ງຫຼ້າສຸດເກີດຂຶ້ນເມື່ອເດືອນກຸມພາ 2013 ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແບ່ງເປັນນັກທ່ອງທ່ຽວຕ່າງປະເທດ 4 ຄົນ ແລະ ຜູ້ນຳທາງຄົນຟິລິບປິນ 1 ຄົນ ຖືເປັນໜຶ່ງໃນພູໄຟທີ່ຍັງບໍ່ສະຫງົບ 98 ໜ່ວຍ ທີ່ຕັ້ງຢູ່ໃນພູມມິພາກອາຊີຕາເວັນອອກສຽງໃຕ້ ໂດຍ 76 ໜ່ວຍຕັ້ງຢູ່ໃນປະເທດອິນໂດເນເຊຍ ແລະ ໃນຟິລິບປິນມີ 22 ໜ່ວຍ.

ເຖິງຢ່າງໃດກໍ່ຕາມສະຖາບັນພູໄຟວິທະຍາ ແລະ ທໍລະນີວິທະຍາແຫ່ງຊາດຂອງຟິລິບປິນ ຍັງຄົງຮັກສາລະດັບການເຕືອນໄຟຂອງພູໄຟມາຢອນໄວ້ຢູ່ລະດັບ 3 ຈາກທັງໝົດ 5 ລະດັບ ພາຍຫຼັງທີ່ປັບຂຶ້ນຈາກລະດັບ 2 ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງເປັນຊ່ວງທີ່ພູໄຟໄດ້ເລີ່ມສົ່ງສັນຍານຂອງການກຽມລະເບີດຄັ້ງໃໝ່ ແລະ ຍັງໄດ້ມີການຕິດຕາມຕະຫຼອດ 24 ຊົ່ວໂມງ, ໂດຍໃນຂະນະດຽວກັນເຈົ້າໜ້າທີ່ຂອງແຂວງອັນເບ ເຊິ່ງເປັນບໍລິເວນທີ່ຕັ້ງຂອງພູໄຟມາຢອນ ໄດ້ບັງຄັບອົບພະຍົບປະຊາຊົນເພີ່ມເປັນເກືອບ 15,000 ຄົນ ແລະ ສັ່ງປິດໂຮງຮຽນໃນພື້ນທີ່ໃກ້ຄຽງເປັນການຊົ່ວຄາດ ເພື່ອໃຊ້ເປັນສູນພັກເຊົາສຳລັບປະຊາຊົນ ໂດຍພາຍໃນລັດສະໜີ 7 ກິໂລແມັດຈາກສູນກາງຂອງພູໄຟຖືເປັນເຂດອັນຕະລາຍ.

ອີກຢ່າງໜຶ່ງ, ປະເທດຟິລິບປິນ ເປັນປະເທດທີ່ຕັ້ງຢູ່ບໍລິເວນຮອຍຕໍ່ຂອງແຜ່ນເປືອກໂລກ ທີ່ຮຽກກັນວ່າ: "ວົງແຫວນແຫ່ງໄຟ" ຈຶ່ງເກີດແຜ່ນດິນໄຫວເປັນປະຈຳ ສ່ວນການລະເບີດຂອງພູໄຟຄັ້ງຮຸນແຮງສຸດໃນປະຫວັດສາດຍຸກໃໝ່ຂອງຟິລິບປິນຄື ການລະເບີດຂອງພູໄຟປິນາຕູໂບ ເມື່ອປີ 1991 ຂ້າຊີວິດຄົນຫຼາຍກວ່າ 800 ຄົນ.


No comments

Powered by Blogger.