ທ່ານ ທອງລຸນ ສີສຸລິດ ທ່ຽວຊົມ ແລະ ກາບໄຫວ້ພະທາດສະເວດາກ໋ອງ ທີ່ມຽນມາ - ອິດສະຫຼະ

ທ່ານ ທອງລຸນ ສີສຸລິດ ທ່ຽວຊົມ ແລະ ກາບໄຫວ້ພະທາດສະເວດາກ໋ອງ ທີ່ມຽນມາ



ໃນວັນທີ 16 ມັງກອນ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ທ່ານ ນາງ ນາລີ ສີສຸລິດ ແລະ ຄະນະ ທີ່ເດີນທາງໄປຢ້ຽມຢາມປະເທດມຽນມາຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານ ອູ ຖິນ ຈໍ ປະທານປະເທດມຽນມາ ໄດ້ທ່ຽວຊົມ ແລະ ກາບໄຫວ້ພະທາດສະເວດາກ໋ອງ ທີ່ນະຄອນຢາງກຸ້ງ ອະດີດນະຄອນຫຼວງຂອງມຽນມາ ນອກຈາກນີ້ທ່ານ ທອງລຸນ ສີສຸລິດ ຍັງໄດ້ຫົດສົງພະພຸດທະຮູບທີ່ພະທາດສະເວດາກ໋ອງ.

ພະທາດສະເວດາກ໋ອງ ເປັນປູສະນີຍະສະຖານທາງສາສະໜາພຸດທີ່ເກົ່າແກ່ ແລະ ມີຄວາມສຳຄັນຂອງຫຼາຍຕໍ່ຊາວພຸດໃນມຽນມາ ພະທາດຕັ້ງຢູ່ນະຄອນຢາງກຸ້ງ ສູງເຖິງ 105 ແມັດ, ຕາມຕຳນານກ່າວວ່າພະທາດສະເວດາກ໋ອງສ້າງເມື່ອ 2500 ປີກ່ອນ ແຕ່ນັກປະຫວັດສາດ ແລະ ນັກບູຮານເຊື່ອວ່າສ້າງຂຶ້ນໃນລະຫວ່າງສະຕະວັດທີ 6-10 ໂດຍຊາວມອນ ພາຍໃນພະທາດແມ່ນບັນຈຸພະເກສາ ຂອງພະພຸດທະເຈົ້າ 8 ເສັ້ນ, ພະທາດສະເວດາກ໋ອງແມ່ນກໍ່ດ້ວຍອິດ ແລະ ປັດຈຸບັນອົງພະທາດແມ່ນໄດ້ປົກຫຸ້ມດ້ວຍຄຳທັງໝົດ ນັບແຕ່ຖານຈົນເຖິງຍອດ ນອກຈາກນີ້ຍອດສຸດຂອງພະທາດຍັງປະທັບດ້ວຍເພັດພອຍເປັນຈຳນວນຫຼາຍ.








No comments

Powered by Blogger.