ປີ 2018 ໜັງສືຜ່ານແດນເຢຍລະມັນ ທີ່ອິດທິພົນທີ່ສຸດໃນໂລກ ສ່ວນລາວອັນດັບ 79 - ອິດສະຫຼະ

ປີ 2018 ໜັງສືຜ່ານແດນເຢຍລະມັນ ທີ່ອິດທິພົນທີ່ສຸດໃນໂລກ ສ່ວນລາວອັນດັບ 79



ອີງຕາມຂໍ້ມູນຂອງເວັບໄຊທ໌ Passport index ເວັບໄຊທ໌ທີ່ຮວບຮວມໜັງສືຜ່ານແດນຈາກທົ່ວໂລກ ໄດ້ມີການຈັດອັນດັບໜັງສືຜ່ານແດນຂອງແຕ່ລະປະເທດ ທີ່ສາມາດເດີນທາງເຂົ້າປະເທດອື່ນໂດຍບໍ່ຕ້ອງຂໍວີຊາ ຫຼື ໃນອີກດ້ານໜຶ່ງກໍ່ຖືເປັນການຈັດອັນດັບປະເທດທີ່ມີອິດທິພົນ ແລະ ໜ້າເຊື່ອຖື ເຊິ່ງ 5 ອັນດັບທຳອິດປະກອບມີດັ່ງນີ້:


• ອັນດັບ 1: ປະເທດເຢຍລະມັນ ເດີນທາງໂດຍບໍ່ຕ້ອງຂໍວີຊາໄດ້ເຖິງ 161 ປະເທດ
• ອັນດັບ 2: ປະເທດສິງກະໂປ, ດານມາກ, ຊູແອດ, ແຟງລັງ, ອິຕາລີ, ຝຣັ່ງ, ແອັດສະປາຍ ແລະ ເກົາຫຼີໃຕ້ ເດີນທາງໂດຍບໍ່ຕ້ອງຂໍວີຊາໄດ້ເຖິງ 160 ປະເທດ
• ອັນດັບ 3: ປະເທດລຸກຊຳບວກ, ໂຮນລັງ, ແບນຊິກ, ໂອຕຣິດ, ນອກແວ, ປອກຕຸຍການ ແລະ ສະຫະລາຊະອານາຈັກອັງກິດ ເດີນທາງໂດຍບໍ່ຕ້ອງຂໍວິຊາໄດ້ເຖິງ 159 ປະເທດ.
• ອັນດັບ 4: ປະເທດສະວິດ, ອຽກລັງ, ສະຫະລັດ ອາເມຣິກາ ແລະ ການາດາ ເດີນທາງໂດຍບໍ່ຕ້ອງຂໍວິຊາໄດ້ເຖິງ 158 ປະເທດ
• ອັນດັບ 5: ປະເທດເກຣັກ ເດີນທາງໂດຍບໍ່ຕ້ອງຂໍວີຊາໄດ້ເຖິງ 157 ປະເທດ.


ສຳລັບປະເທດລາວ ແມ່ນຢູ່ໃນອັບດັບທີ 79 ເດີນທາງໂດຍບໍ່ຕ້ອງຂໍວີຊາໄດ້ທັງໝົດ 49 ປະເທດ ແລະ ປະເທດທີ່ມີອິດທິພົນໜ້ອຍທີ່ສຸດຢູ່ໃນອັບດັບທີ 94 ຄືປະເທດອາຟະການິດສະຖານ ເດີນທາງໂດຍບໍ່ຕ້ອງຂໍວິຊາໄດ້ 25 ປະເທດ.


No comments

Powered by Blogger.