ລາວ-ມຽນມາລົງນາມຮ່ວມເອກະສານສຳຄັນ 3 ສະບັບ ແລະ ຈະສືບຕໍ່ຮ່ວມມືຮອບດ້ານ - ອິດສະຫຼະ

ລາວ-ມຽນມາລົງນາມຮ່ວມເອກະສານສຳຄັນ 3 ສະບັບ ແລະ ຈະສືບຕໍ່ຮ່ວມມືຮອບດ້ານ



ກະຊວງການຕ່າງປະເທດລາຍງານເມື່ອວັນທີ 15 ມັງກອນ 2018 ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ອູ ຖິນ ຈໍ ປະທານປະເທດມຽນມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມມຽນມາຢ່າງເປັນທາງການ ໃນລະຫວ່າງວັນທີ 15-16 ມັງກອນ 2018, ເຊິ່ງເປັນການຢ້ຽມຢາມມຽນມາຄັ້ງທຳອິດ ພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສປປ.ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດລາວ-ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


ໃນວັນທີ 15 ມັງກອນ 2018 ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດທີ່ທຳນຽບປະທານປະເທດ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ອູ ຖິນ ຈໍ ປະທານປະເທດມຽນມາ ແລະ ພັນລະຍາ. ພາຍຫຼັງສຳເລັດພິທີຕ້ອນຮັບ ຜູ້ນຳທັງສອງຝ່າຍໄດ້ດຳເນີນການພົບປະ ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດເພື່ອນບ້ານໃກ້ຄຽງໃນກຸ່ມອາຊຽນໃນໄລຍະຜ່ານມາ ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິຂອງການນຳຂັ້ນສູງຂອງສອງປະເທດ.

ໃນມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດຂອງມຽນມາ ທີ່ທຳນຽບປະທານປະເທດ ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ, ພ້ອມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືສອງຝ່າຍໃນດ້ານຕ່າງໆ ທີ່ມີບາດກ້າວຂະຫຍາຍຕົວທີ່ດີໃນໄລຍະຜ່ານມາ, ເປັນຕົ້ນແມ່ນທາງດ້ານການເມືອງ, ດ້ານການປ້ອງກັນປະເທດ, ດ້ານການປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ດ້ານຄົມມະນາຄົມ ແລະ ຂົນສົ່ງ, ດ້ານພະລັງງານໄຟຟ້າ, ດ້ານການສຶກສາ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ດ້ານການຄ້າ-ການລົງທຶນ ແລະ ດ້ານອື່ນໆ.

ນອກຈາກນັ້ນ, ສອງຝ່າຍໄດ້ເຫັນດີຮ່ວມກັນວ່າ ສອງປະເທດມີທ່າແຮງບົ່ມຊ້ອນຫຼາຍ ທີ່ຈະຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການທ່ອງທ່ຽວ ໂດຍສະເພາະປີທ່ອງທ່ຽວລາວ 2018 ຈະສືບຕໍ່ຮ່ວມມືກັນແລກປ່ຽນເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດນຳກັນຫຼາຍຂຶ້ນ.

ໃນໄລຍະຜ່ານມາ ສປປ.ລາວ ແລະ ມຽນມາ ໄດ້ມີການລົງນາມສັຍາ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມກັນຫຼາຍກວ່າ 30 ສະບັບ, ເຊິ່ງສອງຝ່າຍເຫັນດີວ່າ ຄວນຊຸກຍ້ໃຫ້ພາກສ່ວນທີ່ກ່ຽວຂ້ອງປະຕິບັດສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນແລ້ວນັ້ນ ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ, ພ້ອມທັງເຫັນດີຊຸກຍູ້ໃຫ້ບັນດາຂະແໜງການເຫຼົ່ານັ້ນເພີ່ມທະວີປຶກສາຫາລື ແລະ ຊອກຊ່ອງທາງການຮ່ວມມືນຳກັນໃຫ້ຫຼາຍຂຶ້ນຕື່າ. ພ້ອມກັນນັ້ນ ທ່ານ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນທ່ານ ນາງ ອອງ ຊານ ຊູຈີ ໃຫ້ມາຢ້ຽມຢາມຢ່າງເປັນທາງການທີ ສປປ.ລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພາຍຫຼັງສຳເລັດການພົບປະ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ນາງ ອອງ ຊານ ຊູຈີ ກໍ່ໄດ້ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ 3 ສະບັບຄື: ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ກັບ ກະຊວງໄຟຟ້າ ແລະ ພະລັງງານຂອງມຽນມາ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ກັບ ກະຊວງສຶກສາຂອງມຽນມາ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຕ້ານການສໍ້ລາດບັງຫຼວງ ລະຫວ່າງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງຂອງລາວ ກັບ ຄະນະກຳມະການຕ້ານການສໍ້ລາດບັງຫຼວງຂອງມຽນມາ.

ໃນໂອກາດຢ້ຽມຢາມມຽນມາ ໃນຄັ້ງນີ້ ທ່ານ ທອງລຸນ ສີລຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຈະໄປຢ້ຽມຢາມນະຄອນຢາງກຸ້ງ, ເຂດເສດຖະກິດພິເສດທີລາວາ ແລະ ພະທາດສະເວດາກ໋ອງ.

No comments

Powered by Blogger.