ລະເບີດຂ້າຕົວຕາຍໃຈກາງນະຄອນຫຼວງຂອງອິຣັກ ເສຍຊີວິດແລ້ວ 38 ຄົນ - ອິດສະຫຼະ

ລະເບີດຂ້າຕົວຕາຍໃຈກາງນະຄອນຫຼວງຂອງອິຣັກ ເສຍຊີວິດແລ້ວ 38 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 15 ມັງກອນ 2018 ວ່າ: ມືລະເບີດຂ້າຕົວຕາຍ 2 ຄົນ ໄດ້ດຶງຊະນວນລະເບີດສາຍຄາດພ້ອມກັນ ກາງຕະຫຼາດຊຸມຊົນທີ່ມີປະຊາຊົນໜາແໜ້ນ ເຂດໃຈກາງນະຄອນຫຼວງແບັກແດດ ຂອງອິຣັກ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 38 ຄົນ, ບາດເຈັບຫຼາຍກວ່າ 105 ຄົນ.

ໂດຍຄົນຮ້າຍ 2 ຄົນ ໄດ້ໂຈມຕີໃນຊ່ວງຕອນເຊົ້າທີ່ເປັນຊົ່ວໂມງເລັ່ງດ່ວນ ພາຍຫຼັງເກີດເຫດຍັງບໍ່ມີກຸ່ມໃດອອກມາປະກາດສະແດງຄວາມຮັບຜິດຊອມ ແຕ່ລັກສະນະຂອງການກໍ່ເຫດ ຕາມການຄາດການຂອງເຈົ້າໜ້າທີ່ບົ່ງບອກວ່າເປັນສີມືຂອງກຸ່ມ IS ທີ່ຖືກກອງທັບຂອງລັດຖະບານອິຣັກກວາດລ້າງ ແລະ ຢຶດຄືນພື້ນທີ່ ແລະ ເຂດທີ່ໝັ້ນຫຼັກທີ່ກຸ່ມ IS ເຄີຍຢຶດຄອງໃນອິຣັກ.

ເຖິງຢ່າງໃດກໍ່ຕາມນັກຮົບ IS ໃນອິຣັກກໍ່ຍັງມີຢູ່ກະແຈກກະຈາຍ ແລະ ແຝງຕົວຢູ່ກັບປະຊາຊົນໃນຫຼາຍເຂດ ໂດຍສະເພາະໃນເຂດຊົນນະບົດ ເຊິ່ງນັກວິເຄາະດ້ານຄວາມໝັ້ນຄົງກ່າວເຕືອນວ່າ ກຸ່ມ IS ອາດປ່ຽນຍຸດທະສາດ ຈາກທີ່ເຄີຍສູ້ຮົບກັນແບບເຊິ່ງໜ້າ ຫັນມາເປັນການກໍ່ຄວາມບໍ່ສະຫງົບ ແລະ ລັກລອບໂຈມຕີແບບກອງຫຼອນ.


No comments

Powered by Blogger.