ນະຄອນນິວຢອກ ເພີ່ມການຮັກສາຄວາມປອດໄພສູງສຸດ ກ່ອນການນັບຖອຍຫຼັງສູ່ປີ 2018 - ອິດສະຫຼະ

ນະຄອນນິວຢອກ ເພີ່ມການຮັກສາຄວາມປອດໄພສູງສຸດ ກ່ອນການນັບຖອຍຫຼັງສູ່ປີ 2018



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 31 ທັນວາ 2017 ວ່າ: ນະຄອນນິວຢອກ ຂອງສະຫະລັດ ອາເມຣິກາ ໄດ້ເພີ່ມມາດຕະການຮັກສາຄວາມປອດໄພຢ່າງແໜ້ນໜາ ຢູ່ບໍລິເວນຈະຕຸລັດທາມສະແຄ ເຊິ່ງເປັນສະຖານທີ່ສຳຄັນໃນການຈັດງານນັບຖອຍຫຼັງເຂົ້າສູ່ປີ 2018.

ເຈົ້າໜ້າທີ່ຂອງນະຄອນນິວຢອກຄາດວ່າ ຈະມີປະຊາຊົນປະມານ 1 ລ້ານຄົນຈາກທົ່ວໂລກ ເດີນທາງມາຍັງບໍລິເວນດັ່ງກ່າວ, ຕຳຫຼວດນິວຢອກໄດ້ຕິດຕັ້ງກ້ອງວົງຈອນປິດຫຼາຍກວ່າ 1,000 ໜ່ວຍທັງພາຍໃນບໍລິເວນດັ່ງກ່າວ ແລະ ໂດຍຮອບ ລວມທັງມີເຈົ້າໜ້າທີ່ຈຳນວນຫຼາຍເປັນປະຫວັດສາດເພື່ອຮັກສາຄວາມປອດໄພ.








No comments

Powered by Blogger.