ລາວ-ໄທ ຈະເລັ່ງແກ້ໄຂບັນຫາເຂດໝາຍຊາຍແດນທີ່ຍັງຕົກລົງກັນບໍ່ໄດ້ ໃຫ້ສຳເລັດໃນປີ 2020 - ອິດສະຫຼະ

ລາວ-ໄທ ຈະເລັ່ງແກ້ໄຂບັນຫາເຂດໝາຍຊາຍແດນທີ່ຍັງຕົກລົງກັນບໍ່ໄດ້ ໃຫ້ສຳເລັດໃນປີ 2020



ກະຊວງການຕ່າງປະເທດລາຍງານວ່າ: ໃນລະຫວ່າງວັນທີ 17-19 ມັງກອນ 2018 ທີ່ຜ່ານມາ: ທີ່ບາງກອກ ປະເທດໄທ ໄດ້ຈັດກອງປະຊຸມຄະນະກຳມາທິການຊາຍແດນຮ່ວມລາວ-ໄທ ຄັ້ງທີ 11 ໂດຍຝ່າຍລາວນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ແລະ ຝ່າຍໄທນຳໂດຍທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດຂອງໄທ.

ກອງປະຊຸມໄດ້ຮັບຮອງ ແລະ ຮັບຊາບຜົນການສຳຫຼວດ ແລະ ປັກຫຼັກຫຼາຍຊາຍແດນທາງບົກຮ່ວມລະຫວ່າງລາວ-ໄທ ຂອງຄະນະອະນຸກຳມະການເຕັກນິກຮ່ວມລາວ-ໄທ ຕັ້ງແຕ່ວັນທີ 21 ທັນວາ 2014 ເຖິງວັນທີ 31 ກໍລະກົດ 2017 ເປັນຕົ້ນແມ່ນການສຳຫຼວດ ແລະ ກຳນົດສັນຍາລັກ ບໍລິເວນແກ້ງຜາໄດ, ການສ້ອມແປງຄືນຫຼັກໝາຍເລກທີ 2-05 ທີ່ຖືກທຳລາຍ, ການເຮັດບົດຊີ້ແຈງເຫດຜົນການຂີດທິດເນັ່ງສັນປັນນ້ຳບໍລິເວນພູຜາໝົ່ນ, ການຂີດເສັ້ນຊາຍແດນທີ່ສະເໜີບໍລິເວນຊ່ອງທາງບ້ານຮວກ-ກິ່ວຫົກ, ການສຳຫຼວດເກັບລາຍລະອຽດ ແລະ ແຕ້ມແຜນຜັງສະໜາມບໍລິເວນຫຼັກໝາຍຊາຍແດນເລກທີ 33-34, ການດຳເນີນການສຳຫຼວດເພີ່ມເຕີມບໍລິເວນສາມບ້ານ ຂອງຄະນະອະນຸກຳມະການເຕັກນິກຮ່ວມລາວ-ໄທ, ຜົນການສຳຫຼວດເກັບກຳຂໍ້ມູນຕົວຈິງຕາມລຳນ້ຳເຫືອງ, ຜົນການສ້າງແຜນທີ່ມາດຕາສ່ວນ 1:5000 ບໍລິເວນຫ້ວຍໂດນ, ຜົນການດຳເນີນການສຳຫຼວດເພີ່ມເຕີມບໍລິເວນທົ່ງໜອງບົວ ຂອງຄະນະອະນຸກຳມະການເຕັກນິກ ແລະ ຮັບຮອງເອົາການກວດກາ ແລະ ປັບປຸງຄ່າພິກັດຂອງຈຸດຕາໜ່າງຄອບງຳພື້ນຖານດາວທຽມ (GPS).

ສຳລັບຊາຍແດນລາວ-ໄທທາງນ້ຳ ກອງປະຊຸມໄດ້ຮັບຊາບ:
1. ຜົນການສ້າງແຜນທີ່ແມ່ນ້ຳຂອງສະບັບໃໝ່ ມາດຕາສ່ວນ 1:25000 ຈຳນວນ 115 ເລກໝາຍ
2. ຜົນການດຳເນີນການຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ແມ່ນ້ຳຂອງສະບັບໃໝ່ ມາດຕາສ່ວນ 1:25000
3. ຜົນການດຳເນີນການສຳຫຼວດວັດແທກດ້ວຍເຄື່ອງຮັບສັນຍານດາວທຽມ GPS ຕາມຝັ່ງແມ່ນ້ຳຂອງເບື້ອງຝັ່ງໄທ ທັງໝົດຈຳນວນ 167 ຈຸດ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນພິຈາລະນາແກ້ໄຂບັນຫາຫຼັກໝາຍຊາຍແດນທີ່ຄົງຄ້າໃຫ້ຫຼຸດໜ້ອຍລົງ ໂດຍໄດ້ວາງແຜນການປະຕິບັດໃນສົກປີ 2018-2019 ເຊິ່ງມອບໃຫ້ຄະນະເຈົ້າໜ້າທີ່ອາວຸໂສສືບຕໍ່ລົງກວດກາພື້ນທີ່ຕົວຈິງໃນ 3 ບໍລິເວນຄື: ບໍລິເວນພູຜາໝົ່ນ, ບໍລິເວນສາມບ້ານ ແລະ ບໍລິເວນຕົ້ນກຳເນີດນ້ຳເຫືອງ. ພ້ອມກັນນັ້ນ, ກໍ່ມອບໝາຍໃຫ້ຄະນະປະຕິບັດງານຮ່ວມທາງດ້ານກົດໝາຍ ສືບຕໍ່ປຶກສາຫາລືເພື່ອຊອກຊ່ອງທາງແກ້ໄຂຈຸດຄົງຄ້າງ ທັງນີ້ເພື່ອແນ່ໃສ່ໃຫ້ການສຳຫຼວດ ແລະ ປັກຫຼັກຫຼາຍຊາຍແດນລາວ-ໄທ ທາງບົກໃຫ້ສຳເລັດໃນປີ 2020 ແລະ ທາງນ້ຳໃຫ້ສຳເລັດໃນປີ 2021.

ໂດຍລວມແລ້ວ, ການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລາວ-ໄທ ທາງບົກໄດ້ເລີ່ມມາແຕ່ວັນທີ 5 ພຶດສະພາ 1997 ເປັນຕົ້ນມາຈົນເຖິງປັດຈຸບັນ, ເຊິ່ງທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຮ່ວມກັນສຳເລັດແລ້ວຈຳນວນ 210 ຫຼັກໝາຍ ລວມລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ, ເທົ່າກັບ 93% ຂອງຄວາມຍາວເສັ້ນຊາຍແດນທາງບົກທັງໝົດປະມານ 735 ກິໂລແມັດ ຫຼື ເທົ່າກັບ 37% ຂອງເສັ້ນຊາຍແດນທັງທາງບົກ ແລະ ທາງນ້ຳ ທີ່ມີຄວາມຍາວປະມານ 1,835 ກິໂລແມັດ.

No comments

Powered by Blogger.