ຕວັກກີເປີດສາກໂຈມຕີກອງກຳລັງນັກຮົບຊາວເຄິດ ທັງທາງບົກ ແລະ ອາກາດ (ວິດີໂອ) - ອິດສະຫຼະ

ຕວັກກີເປີດສາກໂຈມຕີກອງກຳລັງນັກຮົບຊາວເຄິດ ທັງທາງບົກ ແລະ ອາກາດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 21 ມັງກອນ 2018 ວ່າ: ຖະແຫຼງການໂດຍກອງທັບຕວັກກີລະບຸວ່າ ປະຕິບັດການທາງການທະຫານພາຍໃຕ້ລະຫັດ "Olive Branch" ເປີດສາກຢ່າງເປັນທາງການເມື່ອວັນເສົາທີ່ຜ່ານມາ ໂດຍເປັນການໂຈມຕີທັງທາງບົກດ້ວຍການຍິ່ງປືນໃຫຍ່ ແລະ ການໃຊ້ຍົນ 72 ລຳ ກະຈາຍກຳລັງຖິ້ມລະເບີດໂຈມຕີເປົ້າໝາຍຫຼາຍກວ່າ 108 ແຫ່ງ ທີ່ເປັນເຂດອິດທິພົນຂອງກອງກຳລັງປ້ອງກັນຕົນເອງຊາວເຄິດ (YPG) ໃນພາກເໜືອຂອງຊີຣີ ສ່ວນໃຫຍ່ຢູ່ທີ່ເມືອງອາຟຣິນ ໃນແຂວງອະເລບໂປ ແລະ ເປົ້າໝາຍຂອງການໂຈມຕີແມ່ນລວມເຖິງສະໜາມບິນທະຫານມິນນິກ ທີ່ກຸ່ມ YPG ຢຶດຄອງຢູ່.

ເຊິ່ງຖະແຫຼງການຂອງກອງທັບຕວັກກີຍັງບໍ່ໄດ້ເປີດເຜີຍຂອບເຂດຂອງຄວາມເສຍຫາຍຢ່າງຊັດເຈນ ແຕ່ກຸ່ມ YPG ອ້າງວ່າມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ຈາກການໂຈມຕີຄັ້ງທຳອິດເມື່ອວັນເສົາທີ່ຜ່ານມາ, ຂະນະທີ່ທ່ານ ບິນາລີ ຢິວດີຣິມ ນາຍົກລັດຖະມົນຕີຕວັກກີກ່າວວ່າ ປະຕິບັດການທາງທະຫານຂອງກອງທັບຕວັກກີຍັງຢູ່ພຽງຂັ້ນເລີ່ມຕົ້ນເທົ່ານັ້ນ ໝາຍຄວາມວ່າ ຈະມີການຍົກລະດັບປະຕິບັດການຢ່າງຕໍ່ເນື່ອງ ເພື່ອຖອດຮາກເຄືອຂ່າຍກໍ່ການຮ້າຍ ທີ່ກະຈາຍຢູ່ໃນພາກເໜືອຂອງຊີຣີ ໂດຍເປົ້າໝາຍຕໍ່ໄປຄືເມືອງມານບິນ ຕັ້ງຢູ່ແຂວງອະເລບໂປເຊັ່ນກັນ.

ໃນດ້ານຂອງທ່ານ ເມຟລຸດ ກາວູໂຊກລູ ລັດຖະມົນຕີກະຊວງປ້ອງກັນປະເທດຕວັກກີກ່າວວ່າ ລັດຖະບານຕວັກກີ ໄດ້ສົ່ງໜັງສືແຈ້ງໃຫ້ລັດຖະບານຊີຣີຮັບຊາບແລ້ວກ່ຽວກັບປະຕິບັດການທາງການທະຫານໃນຄັ້ງນີ້, ເຖິງຢ່າງໃດກໍ່ຕາມ ຕໍ່ມາກະຊວງການຕ່າງປະເທດຊີຣີອອກຖະແແຫຼງການສະແດງຄວາມບໍ່ພໍໃຈກັບສະຖານະການທີ່ເກີດຂຶ້ນ ແລະ ປະນາມວ່າເປັນການຮຸກຮານຊ້ຳຮອຍທີ່ເຄີຍເກີດຂຶ້ນໃນລະຫວ່າງເດືອນສິງຫາ 2016 ເຖິງເດືອນມີນາ 2017 ທີ່ກອງທັບຕວັກກີປະຕິບັດການ Eupyrates  Shield ລ່ວງລໍ້າເຂົ້າມາເກືອບເຖິງພາກຕາເວັນອອກຂອງຊີຣີ ສ່ວນກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການສະແດງຄວາມເປັນຫ່ວງຕໍ່ສະຖານະການ ແລະ ເລີ່ມມີການຖອນກຳລັງໜ່ວຍຮົບພິເສດແລ້ວບາງສ່ວນ.

ປະຕິບັດການທາງການທະຫານໃນຊີຣີຂອງຕວັກກີໃນຄັ້ງນີ້ເກີດຂຶ້ນ 1 ອາທິດ ພາຍຫຼັງທີ່ສະຫະລັດ ອາເມຣິກາ ປະກາດແນວຄິດຈັດຕັ້ງກຳລັງປະຈຳການຕາມແນວຊາຍແດນທາງພາກເໜືອຂອງຊີຣີ ທີ່ຕິດກັບພາກໃຕ້ຂອງຕວັກກີ ທີ່ຈະມີກຳລັງພົນຫຼາຍເຖິງ 30,000 ຄົນ ແລະ ສ່ວນໃຫຍ່ເປັນສະມາຊິກຂອງ YPG ກອງທັບກຳລັງນັກຮົບຊາວເຄິດ ທີ່ລັດຖະບານສະຫະລັດ ອາເມຣິກາໃຫ້ການສະໜັບສະໜູນ ແຕ່ລັດຖະບານຕວັກກີຖືວ່າ ກຸ່ມ YPG ຄືກຸ່ມກໍ່ການຮ້າຍ ທີ່ເປັນຝ່າຍດຽວກັບກອງກຳລັງຂອງພັກແຮງງານເຄີດິດສະຖານ (PKK).




No comments

Powered by Blogger.