ສ.ອາເມຣິກາໃຫ້ຄຳນິຍາມແກ່ຈີນ-ລັດເຊຍ ວ່າເປັນລັດຜູ້ທ້າທາຍອຳນາດໃໝ່ - ອິດສະຫຼະ

ສ.ອາເມຣິກາໃຫ້ຄຳນິຍາມແກ່ຈີນ-ລັດເຊຍ ວ່າເປັນລັດຜູ້ທ້າທາຍອຳນາດໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 21 ມັງກອນ 2018 ວ່າ: ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວຖະແຫຼງທີ່ຕຶກເພນຕາກອນ ເມື່ອວັນສຸກທີ່ຜ່ານມາ ກ່ຽວກັບຮ່າງແຜນຍຸດທະສາດນະໂຍບາຍຄວາມໝັ້ນຄົງແຫ່ງຊາດສະບັບໃໝ່ ນັບຕັ້ງແຕ່ປີ 2014 ວ່າ ກອງທັບສະຫະລັດ ອາເມຣິກາ ຍັງຄົງເຂັ້ມແຂງທ່າມກາງສົງຄາມ ແລະ ຄວາມທ້າທາຍທີ່ຫຼາກຫຼາຍຮູບແບບ ທັງການສູ້ຮົບທາງອາກາດ, ທາງບົກ ແລະ ທາງເຮືອ ຕະຫຼອດຮອດການແຂ່ງຂັນດ້ານອະວະກາດ ແລະ ການຕໍ່ສູ້ທາງໄຊເບີ ແຕ່ເໜືອສິ່ງອື່ນໃດກອງທັບສະຫະລັດ ອາເມຣິກາ ໃຫ້ຄວາມສຳຄັນກັບປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ເຊິ່ງເປັນໜຶ່ງໃນນະໂຍບາຍສຳຄັນດ້ານຄວາມໝັ້ນຄົງມາຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.

ເຖິງຢ່າງໃດກໍ່ຕາມ ໃນອີກດ້ານໜຶ່ງການແຂ່ງຂັນດ້ານອິດທິພົນ ແລະ ອຳນາດທາງການເມືອງມີຄວາມຂຸ້ນຂ້ຽວຫຼາຍຂຶ້ນ ຈົນກາຍມາເປັນສິ່ງທີ່ສະຫະລັດ ອາເມຣິກາ ຕ້ອງໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ ເຫັນໄດ້ຢ່າງຊັດເຈນຈາກການກ້າວຂຶ້ນມາຢູ່ໃນແຖວໜ້າຂອງຈີນ ແລະ ລັດເຊຍ ທີ່ພົນເອກ ແມັດທິສ ໃຫ້ຄຳນິຍາມທັງສອງປະເທດວ່າເປັນ "ລັດຜູ້ທ້າທາຍໃໝ່" ຂອງສະຫະລັດ ອາເມຣິກາ, ເຖິງຢ່າງໃດກໍ່ຕາມພົນເອກ ແມັດທິສ ບໍ່ໄດ້ກ່າວຢ່າງຊັດເຈນວ່າ ສະຫະລັດ ອາເມຣິກາ ມີມາດຕະການໃດໄວ້ປະເຊີນໜ້າ ຫຼື ເພື່ອຮັບມືກັບໄພຄຸກຄາມ ຈາກທັງສອງລັດ ໃນຂະນະທີ່ເອກະສານວິໄສທັດຄວາມຍາວ 11 ໜ້າຂອງສະຫະລັດ ອາເມຣິກາ ບໍ່ໄດ້ລະບຸເລື່ອງນີ້ເຊັ່ນກັນ.

ໃນດ້ານຂອງລັດຖະບານຈີນ ຍັງບໍ່ໄດ້ສະແດງທ່າທີຕໍ່ເລື່ອງດັ່ງກ່າວ ຈາກການທີ່ເອກະສານຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາລະບຸວ່າ ຈີນຖືເປັນໄພຄຸກຄາມຕໍ່ຄວາມປອດໄພດ້ານສະພາບແວດລ້ອມໃນທະເລຈີນໃຕ້ ສ່ວນທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວວ່າ ພື້ນຖານດ້ານນະໂຍບາຍຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາ ກໍ່ຍັງໜີບໍ່ລອດການປະເຊີນໜ້າ ເຊິ່ງເປັນເລື່ອງທີ່ໜ້າເສຍໃຈເປັນຢ່າງຍິ່ງ ເນື່ອງຈາກລັດຖະບານລັດເຊຍພ້ອມສະເໝີໃນການປຶກສາຫາລືກັບອີກຝ່າຍ, ເຊິ່ງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາໃຫ້ຄຳຈຳກັດຄວາມລັດເຊຍວ່າເປັນລັດທີ່ລະເມີດຜືນແຜ່ນດິນອັນຄົບຖ້ວນຂອງປະເທດເພື່ອນບ້ານ ແລະ ໃຊ້ອຳນາດທາງການທູດເພື່ອຜົນປະໂຫຍດໃນທາງເສດຖະກິດ ແລະ ຄວາມໝັ້ນຄົງ.


No comments

Powered by Blogger.