ມີຜົວຊ້ອນເມຍເຊື່ອງຕ້ອງປະຈານ? ເພື່ອຄວາມສາແກ່ໃຈ? ຫຼື ເພື່ອໃຜ? ໃຊ້ວິທີອື່ນດີບໍ່? - ອິດສະຫຼະ

ມີຜົວຊ້ອນເມຍເຊື່ອງຕ້ອງປະຈານ? ເພື່ອຄວາມສາແກ່ໃຈ? ຫຼື ເພື່ອໃຜ? ໃຊ້ວິທີອື່ນດີບໍ່?



ບັນຫາເມຍນ້ອຍຫ້ອຍເມຍປາຍ, ບັນຫາຄົບຊາຍຊູ້ ກາຍເປັນກະແສທີ່ກຳລັງພົ້ນເດັ່ນໃນສັງຄົມ ໂດຍສະເພາະແມ່ນໃນສັງຄົມອອນລາຍ ທີ່ບາງຄັ້ງກໍ່ມີມູນຄວາມຈິງ ແລະ ບາງຄັ້ງກໍ່ບໍ່ມີມູນຄວາມຈິງ ແຕ່ເຖິງຢ່າງໃດກໍ່ຕາມ ມັນລ້ວນແຕ່ກໍ່ໃຫ້ເກີດຄວາມເສື່ອມເສຍແກ່ທັງສອງຝ່າຍ ທີ່ອາດກາຍເປັນຂໍ້ບາດໝາງທາງຈິດໃຈ ແລະ ອາດນຳໄປສູ່ຈຸດຈົບທີ່ບໍ່ເພິ່ງປາດຖະໜາ.

ໃນເມື່ອບ້ານເມືອງມີຂື່ມີແປ ຜົນແຫ່ງການກະທຳທີ່ຜິດຕໍ່ຫຼັກຜົວດຽວເມຍດຽວ ມີຜົວຊ້ອນເມຍເຊື່ອງຍ່ອມຖືກລະບຸວ່າ ເປັນສິ່ງທີ່ຜິດຕໍ່ລະບຽບ ແລະ ກົດໝາຍ, ໃນເມື່ອຝ່າຍໃດຝ່າຍໜຶ່ງກະທຳຜິດ ຫາກຈັບໄດ້ ແລະ ບໍ່ສາມາດໃຫ້ອະໄພ ຫຼື ໃຫ້ໂອກາດຕໍ່ກັນໄດ້ ທຸກຢ່າງຄວນເຂົ້າສູ່ຂະບວນການຍຸດຕິທຳຕາມຫຼັກຂອງກົດໝາຍ “ບໍ່ແມ່ນການໃຊ້ແນວທາງປະຈານຝ່າຍໃດຝ່າຍໜຶ່ງດ້ວຍເຫດບໍ່ສົມບໍ່ຄວນ” ເພາະຜູ້ທີ່ເສື່ອມເສຍ ບໍ່ໄດ້ມີພຽງແຕ່ຜູ້ຖືກປະຈານເທົ່ານັ້ນ ມັນຫາກອາດລວມເຖິງຕົວທ່ານເອງ ວ່າມີຄວາມບົກຜ່ອງຫຼືບໍ່ ອີກຝ່າຍຈຶ່ງມີພຶດຕິກຳແບບນັ້ນ ລວມທັງຄອບຄົວຍາດພີ່ນ້ອງທີ່ຕ້ອງເສື່ອມເສຍ ໂດຍສະເພາະ ແລະ ສຳຄັນຫຼາຍຄືລູກໆຂອງທ່ານ ອາດຈະຖືກກາໜ້າ ແລະ ນິນທາຈາກຄົນອ້ອມຂ້າງວ່າ “ພໍ່ມັນມີເມຍນ້ອຍ, ພໍ່ມັນຫຼິ້ນສາວ” ຫຼື “ແມ່ມັນຫຼິ້ນບ່າວ” ສິ່ງທີ່ຈະເກີດຕາມມາຄື ຄວາມນ້ອຍເນື້ອຕໍ່າໃຈ ເປັນຫຍັງຄອບຄົວຄືມາເປັນແບບນີ້ ຕ້ອງຖືກຈັບຕາຈາກສັງຄົມໃນທາງທີ່ບໍ່ດີເປັນວົງກວ້າງ ກໍ່ເນື່ອງມາຈາກການປ່າວປະກາດ-ລົງປະຈານຜ່ານສື່ອອນລາຍໃຫ້ສັງຄົມຮັບຮູ້ເລື່ອງພາຍໃນຄອບຄົວຂອງຕົນນັ້ນເອງ ແລະ ອາດກໍ່ໃຫ້ລູກຂອງທ່ານມີພຶດຕິກຳສ່ຽງທີ່ສະທ້ອນອອກມາທາງດ້ານແນວຄິດ ແລະ ການກະທຳ ທີ່ອາດນຳໄປສູ່ການສູນເສຍໄດ້.

ນອກຈາກນີ້, ບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງຄວນພິຈາລະຈາໃຫ້ຖີ່ຖ້ວນກ່ອນຈະກົດແຊຣ໌ ກົດແບ່ງປັນບັນຫາດັ່ງກ່າວຈາກການນຳສະເໜີຂອງສື່ອອນລາຍ ເພາະເລື່ອງຜົວໆເມຍໆເປັນບັນຫາພາຍໃນຄອບຄົວ ທີ່ເຮົາບໍ່ອາດຮັບບໍ່ຂໍ້ມູນທີ່ແທ້ຈິງ ແລະ ຄົບຖ້ວນຈາກທັງສອງຝ່າຍທຸກປະການ ດັ່ງນັ້ນ, ບໍ່ຄວນເຂົ້າໄປກ່ຽວຂ້ອງ-ຫາກບໍ່ໄດ້ຂ້ອງກ່ຽວ ເພາະມັນບໍ່ໄດ້ຍົກສູງ ຫຼື ດຶງເຮົາໃຫ້ຕໍ່າລົງແຕ່ຢ່າງໃດ.

ໃນບາງຄັ້ງບາງຄາວຜູ້ທີ່ກົດແບ່ງປັນ ກໍ່ຍ້ອນຍອມຮັບບໍ່ໄດ້ກັບພຶດຕິກຳດັ່ງກ່າວ ແລະ ສາແກ່ໃຈທີ່ຜູ້ກະທຳຜິດຖືກຈັບໄດ້ ແຕ່ຂໍໃຫ້ຕັ້ງສະຕິອີກຄັ້ງ ແລ້ວຄິດໃຫ້ຖີ່ຖ້ວນ ບໍ່ສະເພາະບັນຫາຜົວເມຍເທົ່ານັ້ນ ບັນຫາຄວາມຂັດແຍ້ງອື່ນໆກໍ່ເຊັ່ນກັນ ວ່າເຮົາໄດ້ຮັບບໍ່ມູນທີ່ຄົບຖ້ວນສົມບູນ ແລະ ຖືກຕ້ອງຈາກທັງສອງຝ່າຍແລ້ວບໍ່, ການສະຫຼຸບຜົນທີ່ເປັນການກ່າວໂທດ ຫຼື ກ່າວຫາຝ່າຍໃດຝ່າຍໜຶ່ງວ່າຜິດນັ້ນຖືກຕ້ອງແລ້ວບໍ່ ແຕ່ຖ້າຫາກມັນກົງກັນຂ້າມກັບສິ່ງທີ່ເຮົາຄິດແດ່ ຜົນທີ່ຕາມມາຄືເຮົາເອົາຕົວເຂົ້າໄປຕິດດາງແຫຂອງກົດໝາຍແບບບໍ່ຮູ້ຕົວ ໃນຂໍ້ກ່າວຫາວ່າ “ປະຈານຜູ້ອື່ນໂດຍບໍ່ມີມູນຄວາມຈິງ” ສິ່ງທີ່ຕາມມາກໍ່ຄື “ເສຍໜ້າເສຍຕາ” ກັບເລື່ອງທີ່ບໍ່ແມ່ນເລື່ອງຂອງເຮົາ. ດັ່ງນັ້ນແນວໃດກໍ່ແນວ, ຫາກເປັນເລື່ອງຂອງຄົນສອງຄົນ ທີ່ບໍ່ມີຜົນກະທົບຕໍ່ເຮົາ ແລະ ສັງຄົມ ຄວນປ່ອຍໃຫ້ເປັນໄປຕາມຂະບວນການ ໃຫ້ເຂົາເຈົ້າແກ້ໄຂກັນເອງພາຍໃນຄອບຄົວ ເຮົາບໍ່ຫຍຸ້ງກ່ຽວແມ່ນດີທີ່ສຸດ.

ທີ່ສຳຄັນ ແລະ ໂຕການຄືສື່ອອນລາຍທັງຫຼາຍ ຄວນໄຕ່ຕອງໃຫ້ລະອຽດເຖິງຜົນໄດ້ຜົນເສຍໃນສິ່ງທີ່ນຳສະເໜີ, ການເປັນສື່ບໍ່ຄວນຢຶດຜົນປະໂຫຍດເປັນທີ່ຕັ້ງຈົນຂາດຄຸນນະທຳ ນຳຄວາມເສື່ອມເສຍ ແລະ ສິ່ງອັບປະໂຫຍດມາສູ່ສັງຄົມ ກໍ່ຄືຜູ້ເສບຂ່າວ ຢ່າໃຫ້ເກີດຂໍ້ກ່າວຫາວ່າ “ສັງຄົມເສື່ອມ ເພາະສື່ຊາມ” ຄວນໄຈ້ແຍກໃຫ້ເປັນວ່າອັນໃດຄວນບໍ່ຄວນໃນການນຳສະເໜີ ແລະ ຄວນຮູ້ທັນພຶດຕິກຳຂອງຄົນບາງກຸ່ມທີ່ພະຍາຍາມເອົາສື່ເປັນເຄື່ອງມືໃນການສ້າງກະແສເພາະຢາກດັງ ຫຼື ສ້າງກະແສເພື່ອໃຫ້ຄູ່ແຂ່ງຄູ່ແຄ້ນເສື່ອມເສຍ ດັ່ງນັ້ນ, ຄວນຮອບຄອບໃນທຸກດ້ານ ຢ່າໄດ້ຕົກເປັນເຄື່ອງມືຂອງໃຜຄົນໃດຄົນໜຶ່ງ.


No comments

Powered by Blogger.