ລັດຈະໃຊ້ມາດຕະການເດັດຂາດຕໍ່ການຈຳໜ່າຍຢາສູບ ທີ່ບໍ່ຖືກຕ້ອງ ໃນ ສປປ.ລາວ - ອິດສະຫຼະ

ລັດຈະໃຊ້ມາດຕະການເດັດຂາດຕໍ່ການຈຳໜ່າຍຢາສູບ ທີ່ບໍ່ຖືກຕ້ອງ ໃນ ສປປ.ລາວ



ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການເລກທີ 0153/ຫອຄ.ກຄພນ ລົງວັນທີ 18 ມັງກອນ 2018 ໃຫ້ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕິດຕາມ, ກວດກາ ການຈຳໜ່າຍຢາສູບທີ່ບໍ່ຖືກຕ້ອງຢູ່ ສປປ.ລາວ ເນື້ອໃນຂອງແຈ້ງການສະບັບດັ່ງກ່າວລະບຸວ່າ:

1. ຜະລິດຕະພັນຢາສູບທີ່ຜະລິດພາຍໃນປະເທດ, ນຳເຂົ້າມາຈາກຕ່າງປະເທດ ເພື່ອຈຳໜ່າຍໃນ ສປປ.ລາວ ນອກຈາກເສຍພັນທະຕ່າງໆ ໃຫ້ລັດຕາມລະບຽບການຂອງກະຊວງການເງິນວາງອອກແລ້ວ, ຕ້ອງໄດ້ພິມຄຳເຕືອນສຸຂະພາບ ເປັນຮູບພາບກວມ 75% ແລະ ຂໍ້ຄວາມຕົວໜັງສືເປັນພາສາລາວຢູ່ຂ້າງຊອງໃສ່ສິ່ງຫຸ່ມຫໍ່ (ຕຸດ, ຊອງ, ກບ, ກ່ອງ, ປ໋ອງ...) ຜະລິດຕະພັນຢາສູບຕາມການກຳນົດຂອງກະຊວງສາທາລະນະສຸກ ແລະ ຕາມຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບເລກທີ 1067/ສທ, ລົງວັນທີ 23/05/2016.

2. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງທີ່ເຫັນວ່າມີຄວາມຈຳເປັນ ລົງຕິດຕາມ, ກວດກາ ການຈຳໜ່າຍຢາສູບທີ່ບໍ່ຖືກຕ້ອງ ຕາມພາລະບົດບາດຂອງຕົນ ໂດຍອີງໃສ່ລະບຽບການຕ່າງໆທີ່ກ່ຽວຂ້ອງ ແລະ ປະຕິບັດມາດຕະການດັ່ງນີ້:

3. ຜະລິດຕະພັນຢາສູບທີ່ຜະລິດພາຍໃນປະເທດ, ນຳເຂົ້າຈາກຕ່າງປະເທດເພື່ອຈຳໜ່າຍໃນ ສປປ.ລາວ  ກ່ອນວັນທີ 01/01/2018 ທີ່ມີສະແຕມພາສີ-ອາກອນ ແລະ ຄຳເຕືອນສຸຂະພາບຮູບແບບເກົ່າ ແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ ແລະ ອະນຸຍາດໃຫ້ຈຳໜ່າຍໃຫ້ໝົດໃນເວລາບໍ່ໃຫ້ເກີນ 1 ເດືອນ, ຖ້າຄົບກຳນົດແລ້ວຍັງຈຳໜ່າຍຢູ່ຖືວ່າເປັນຢາສູບນອກລະບົບໃຫ້ຢຶດ ແລະ ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້.

4. ສຳລັບຜະລິດຕະພັນຢາສູບ ທີ່ບໍ່ມີສະແຕມພາສີ-ອາກອນ ຫຼື ບໍ່ມີສະຫຼາກຄຳເຕືອນສຸຂະພາບເປັນພາສາລາວ ຖືເປັນຢາສູບນອກລະບົບ (ເຖື່ອນ) ໃຫ້ນຳໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

5. ມອບໃຫ້ກົມການຄ້າພາຍໃນ ຕິດຕາມ, ກວດກາ ແລະ ຊີ້ນຳການຈັດຕັ້ງປະຕິບັດຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

No comments

Powered by Blogger.