ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ໄດ້ປຶກສາຫາລືກັນຫຼາຍບັນຫາ - ອິດສະຫຼະ

ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ໄດ້ປຶກສາຫາລືກັນຫຼາຍບັນຫາ



ສຳນັກຂ່າວສານປະເທດລາວລາຍງານ: ໃນວັນທີ 10-11 ມັງກອນ 2018 ນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງ ຄັ້ງທີ 2 ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ລາຊະອານາຈັກກໍາປູເຈຍ, ພ້ອມທັງຮັບການເປັນປະທານຮ່ວມ ຈາກ ກໍາປູເຈຍ ໃນສົກປີ 2018-2020 ຢ່າງເປັນທາງການ.


ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ (Our River of Peace and Sustainable Development)”, ໂດຍການເປັນປະທານຮ່ວມຂອງ ທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ.ຈີນ ແລະ ສົມເດັດ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ມີບັນດາການນໍາຂັ້ນສູງ ພ້ອມດ້ວຍຄະນະຜູ້ແທນ ຈາກປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 6 ປະເທດ ຄື: ລາຊະອານາຈັກ ກໍາປູເຈຍ, ສປ.ຈີນ, ສປປ.ລາວ, ສສ.ມຽນມາ, ລາຊະອານາຈັກ ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາ 6 ປະເທດສະມາຊິກ ໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ ແລະ ໃຫ້ທັດສະນະຮ່ວມ ຕໍ່ກັບຜົນຂອງການຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆຕາມຖະແຫຼງການຊັນຢາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1, ທີ່ເມືອງຊັນຢາ, ແຂວງໄຫໜານ ສປ.ຈີນ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ 3.

ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆ, ພາຍໃຕ້ຂອບການຮ່ວມມືດັ່ງກ່າວໃນໄລຍະຜ່ານມາ, ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຂອບການຮ່ວມມືທີ່ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາ ມາສູ່ 6 ປະເທດສະມາຊິກ ກໍ່ຄືພາກພື້ນຢ່າງແທ້ຈິງ.

ກອງປະຊຸມຍັງໄດ້ພ້ອມກັນຊົມເຊີຍຕໍ່ຜົນສໍາເລັດຂອງການສ້າງຕັ້ງ ກອງເລຂາແຫ່ງຊາດຂອງບັນດາປະເທດສະມາຊິກ, ເຊິ່ງເປັນຈຸດປະສານງານຫຼັກທີ່ອໍານວຍຄວາມສະດວກໃນການປະສານງານ ແລະ ເຮັດວຽກຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນໄປເລື້ອຍໆ. ພ້ອມນີ້, ຍັງພ້ອມກັນສະແດງຄວາມຊົມເຊີຍຕໍ່ ສປ.ຈີນ ທີ່ໄດ້ສໍາເລັດການສ້າງຕັ້ງສູນການຮ່ວມມືຊັບພະຍາກອນນໍ້າ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສູນການຮ່ວມມືສິ່ງແວດລ້ອມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສູນສາກົນເພື່ອສຶກສາຄົ້ນຄ້ວາແມ່ນໍ້າຂອງ ແລະ ການອະນຸມັດນໍາໃຊ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາລັບໂຄງການຮ່ວມຕ່າງໆ.

ໃນກອງປະຊຸມ, ບັນດາຜູ້ນໍາທັງ 6 ປະເທດ ໄດ້ເປັນເອກະພາບກັນ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຄື: 1. ຖະແຫຼງການພະນົມເປັນ ວ່າດ້ວຍ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ”, ເຊິ່ງຖະແຫລງການດັ່ງກ່າວ ປະກອບມີ 4 ພາກສ່ວນໃຫຍ່ຄື: ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ, ການຮ່ວມມືດ້ານສັງຄົມ, ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງ ປະຊາຊົນ ກັບ ປະຊາຊົນ ແລະ ການຮ່ວມມືດ້ານການສະໜັບສະໜູນການຮ່ວມມື; 2. ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018-2022, ເຊິ່ງປະກອບມີ 5 ພາກສ່ວນໃຫຍ່ຄື: ເປົ້າໝາຍການພັດທະນາ, ຫຼັກການພື້ນຖານ, ໂຄງສ້າງການເຮັດວຽກ, ການຮ່ວມມືວຽກງານຕົວຈິງ ແລະ ລະບົບການສະໜັບສະໜູນ; 3. ບັນຊີໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສປ.ຈີນ ໄລຍະທີ 2, ເຊິ່ງບັນຊີໂຄງການດັ່ງກ່າວແມ່ນບັນດາ 6 ປະເທດສະມາຊິກ ເປັນຜູ້ສະເໜີຕໍ່ ສປ.ຈີນ, ໃນນັ້ນ ສປປ.ລາວ ໄດ້ສະເໜີ 26 ໂຄງການ ແລະ 4. ບົດລາຍງານຂອງ 6 ໜ່ວຍງານວິຊາການຮ່ວມຂອງ 5 ຂະແໜງການບຸລິມະສິດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເຊິ່ງ 6 ໜ່ວຍງານວິຊາການຮ່ວມ ປະກອບມີ: ໜ່ວຍງານການເຊື່ອມຈອດ, ໜ່ວຍງານການຮ່ວມມືຄວາມອາດສາມາດດ້ານການຜະລິດ, ໜ່ວຍງານການຮ່ວມມືເສດຖະກິດຂ້າມຊາຍແດນ, ໜ່ວຍງານການຮ່ວມມືຊັບພະຍາກອນນໍ້າ, ໜ່ວຍງານກະສິກໍາ ແລະ ໜ່ວຍງານຫຼຸດຜ່ອນຄວາມທຸກຍາກ.

ຫຼັງຈາກສໍາເລັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຂຶ້ນຮັບຕໍາແໜ່ງການເປັນປະທານຮ່ວມຂອງ ສປປ.ລາວ ກັບ ສປ.ຈີນ ສໍາລັບຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ຄັ້ງຕໍ່ໄປ ຈາກ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ກໍາປູເຈຍ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຢ່າງຈົບງາມໃນການເປັນປະທານຮ່ວມຂອງ ສປ.ຈີນ ແລະ ກໍາປູເຈຍ ໃນສົກປີ 2015-2017 ຜ່ານມາ ແລະ ຊົມເຊີຍຜົນສໍາເລັດຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ໃນຄັ້ງນີ້. ພ້ອມກັນນັ້ນ, ຍັງໄດ້ແຈ້ງໜ້າວຽກບຸລິມະສິດ ການເປັນປະທານຮ່ວມຂອງ ສປປ.ລາວ ຄື: ການສ້າງ ແລະ ພັດທະນາພື້ນຖານໂຄງບົນ ແລະ ພື້ນຖານໂຄງລ່າງໃນການເຊື່ອມຈອດ ລະຫວ່າງ ບັນດາປະເທດສະມາຊິກ. ພ້ອມດຽວກັນນັ້ນກໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ໃນບັນດາອະນຸພາກພື້ນ 6 ປະເທດສະມາຊິກ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຫງວຽນ ຊັວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ; ທ່ານ ລີ ເຄີ້ສຽງ,ນາຍົກລັດຖະມົນຕີ ແຫ່ງ ສປ.ຈີນ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ເພື່ອປຶກສາຫາລື ກ່ຽວກັບ ການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບຜົນດີຍິ່ງໆຂຶ້ນ.

No comments

Powered by Blogger.