ເກົາຫຼີໃຕ້ພ້ອມເຈລະຈາກັບເກົາຫຼີເໜືອອີກ ແລະ ເກົາຫຼີເໜືອກ່າວ ປໍລະປັກ ບໍ່ແມ່ນເກົາຫຼີໃຕ້ - ອິດສະຫຼະ

ເກົາຫຼີໃຕ້ພ້ອມເຈລະຈາກັບເກົາຫຼີເໜືອອີກ ແລະ ເກົາຫຼີເໜືອກ່າວ ປໍລະປັກ ບໍ່ແມ່ນເກົາຫຼີໃຕ້



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມັງກອນ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກ່າວເຖິງການເຈລະຈາຄັ້ງສຳຄັນຄັ້ງທຳອິດໃນຮອບ 2 ປີ ຫຼື ນັບຕັ້ງແຕ່ເດືອນທັນວາ 2015 ລະຫວ່າງເກົາຫຼີໃຕ້ກັບເກົາຫຼີເໜືອ ທີ່ຕຶກສັນຕິພາບ ຢູ່ບ້ານປັນມຸນຈອມ ເຂດປອດທະຫານ (DMZ) ເມື່ອວັນອັງຄານທີ່ຜ່ານມາວ່າ ເປັນໄປດ້ວຍບັນຍາກາດຂອງຖືກຕ້ອງປອງດອງ ແລະ ຖືເປັນການເລີ່ມຕົ້ນຄັ້ງສຳຄັນ ທີ່ຈະກ້າວໄປສູ່ການເຈລະຈາເລື່ອງໂຄງການອາວຸດນິວເຄຼຍລະຫວ່າງສອງເກົາຫຼີຕໍ່ໄປ ແລະ ລັດຖະບານເກົາຫຼີໃຕ້ພ້ອມຊຸກດັນໃຫ້ເກີດການເຈລະຈາຄັ້ງຕໍ່ໄປໃນອະນາຄົດ.


ເຖິງຢ່າງໃດກໍ່ຕາມ ບັນຫາກ່ຽວກັບໂຄງການພັດທະນາຂີປະນາວຸດ ແລະ ລະເບີດນິວເຄຼຍຖືເປັນ ບັນຫາທີ່ລະອຽດອ່ອນ ສຳລັບລັດຖະບານເກົາຫຼີເໜືອ ໂດຍທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດ ໃນຖານະຫົວໜ້າຄະນະເຈລະຈາຂອງເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອສະແດງທ່າທີຢ່າງຊັດເຈນວ່າຍັງບໍ່ມີຈຸດປະສົງທີ່ຈະປຶກສາຫາລືກ່ຽວກັບເລື່ອງນີ້ ລະຫວ່າງການປຶກສາຫາລືທີ່ຍາວນານເຖິງ 11 ຊົ່ວໂມງ ເມື່ອວັນອັງຄານທີ່ຜ່ານມາ, ໂດຍທ່ານ ຣີ ຊອນ-ກະວອນ ຜູ້ນຳວຍການສຳນັກງານກິດຈະກາຍພາຍໃນລະຫວ່າງເກົາຫຼີຂອງລັດຖະບານເກົາຫຼີເໜືອ ກ່າວວ່າໂຄງການດັ່ງກ່າວເປັນເລື່ອງລະຫວ່າງເກົາຫຼີເໜືອກັບສະຫະລັດ ອາເມຣິກາເທົ່ານັ້ນ ຈຶ່ງບໍ່ຈຳເປັນຕ້ອງສົນທະນາບັນຫາດັ່ງກ່າວນີ້ກັບຜູ້ແທນຂອງເກົາຫຼີໃຕ້ ທີ່ບໍ່ແມ່ນເປັນປໍລະປັກຂອງເກົາຫຼີເໜືອໃນດ້ານຂອງຄວາມໝັ້ນຄົງ.

ຂະນະທີ່ແຫຼ່ງຂ່າວຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ເປີດເຜີຍກັບສຳນັກຂ່າວ YTN ວ່າຈະສະເໜີກຳນົດການປຶກສາຫາລືທາງທະຫານໃຫ້ເກົາຫຼີເໜືອພິຈາລະຈາພາຍໃນອາທິດໜ້າ ຜ່ານສາຍດ່ວນດ້ານຄວາມໝັ້ນຄົງ ທີ່ເກົາຫຼີເໜືອເປີດໃຊ້ງານອີກຄັ້ງ ຫຼັງປິດໄປເມື່ອຕົ້ນປີ 2016 ເພື່ອປະທ້ວງລັດຖະບານເກົາຫຼີໃຕ້ໃນຂະນະນັ້ນທີ່ນຳໂດຍທ່ານ ນາງ ປາກ ກຶບ-ເຮ ໄດ້ສັ່ງປິດນິຄົມອຸດສາຫະກຳແກຊອງ ເຂດການຮ່ວມມືທາງເສດຖະກິດແຫ່ງດຽວລະຫວ່າງສອງປະເທດ, ໂດຍໃນສ່ວນຂອງການເຈລະຈາທາງທະຫານຮ່ວມກັນຄັ້ງຫຼ້າສຸດເກີດຂຶ້ນທີ່ບ້ານປັນມຸນຈອມ ເມື່ອເດືອຕຸລາ 2014 ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດເກົາຫຼີໃຕ້ ກັບນາຍພົນລະດັບ 4 ດາວຂອງເກົາຫຼີເໜືອ.

ເຖິງຢ່າງໃດກໍ່ຕາມທ່ານ ຣີ ຢືນຢັນວ່າ ລັດຖະບານເກົາຫຼີເໜືອຈະສົ່ງຄະນະນັກກີລາພ້ອມທີມກອງເຊຍ ເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ທີ່ເກົາຫຼີໃຕ້ຈະເປັນເຈົ້າພາບໃນລະຫວ່າງວັນທີ 9-25 ກຸມພາ 2018 ນີ້, ສ່ວນກະຊວງການຕ່າງປະເທດເກົາຫຼີໃຕ້ກໍ່ໄດ້ຕອບຮັບດ້ວຍການປະກາດກຽມຍົກເລີກມາດຕະການຂວໍ້າບາດເກົາຫຼີເໜືອບາງສ່ວນ ແຕ່ເປັນການຊົ່ວຄາວ ເພື່ອຕອບຮັບການທີ່ເກົາຫຼີເໜືອຈະເຂົ້າຮ່ວມໂອລິມປິກລະດູໜາວ.

No comments

Powered by Blogger.