ກອງທັບມຽນມາຍອມຮັບວ່າ ເຈົ້າໜ້າທີ່ກ່ຽວຂ້ອງກັບການຂ້າ 10 ສົບຊາວໂຣຮິງຢາຝັງດິນ - ອິດສະຫຼະ

ກອງທັບມຽນມາຍອມຮັບວ່າ ເຈົ້າໜ້າທີ່ກ່ຽວຂ້ອງກັບການຂ້າ 10 ສົບຊາວໂຣຮິງຢາຝັງດິນ



ສຳນັກຂ່າວຕ່າງປະເທດລາຍງານ 11 ມັງກອນ 2018 ວ່າ: ກອງທັບມຽນມາຖະແຫຼງເມື່ອວັນພຸດທີ່ຜ່ານມາວ່າ: ເຈົ້າໜ້າທີ່ 4 ຄົນ ແລະ ປະຊາຊົນກຸ່ມໜຶ່ງ ໃຫ້ການຮັບສາລະພາບວ່າມີສ່ວນກ່ຽວຂ້ອງກັບເຫດການຂ້າ ຜູ້ກໍ່ການຮ້າຍເບງກາລີ 10 ຄົນ ທີ່ບ້ານອິນຖິນ ໃນເມືອງມອງດໍ ລັດຍະໄຂ່ ເມື່ອວັນທີ 2 ກັນຍາ 2017 ແລະ ຕໍ່ຈາກນີ້ຈະມີການສືບສວນທາງວິໄນຕໍ່ເຈົ້າໜ້າທີ່ທຸກຄົນທີ່ກ່ຽວຂ້ອງ ສ່ວນປະຊາຊົນທີ່ມີສ່ວນຮ່ວມຕ້ອງເຂົ້າສູ່ຂະບວນການທາງກົດໝາຍ.

ເຖິງແມ່ນວ່າເນື້ອໃນຖະແຫຼງການບໍ່ໄດ້ມີການເປີດເຜີຍຂໍ້ມູນສຳຄັນໃດເພີ່ມເຕີມອີກ ນອກເໜືອຈາກວ່າກອງທັບມຽນມາປະຕິບັດການດ້ານຄວາມໝັ້ນຄົງຄັ້ງໃຫຍ່ໃນລັດຍະໄຂ ເມື່ອວັນທີ 1 ກັນຍາ 2017 ພາຍຫຼັງທີ່ກຸ່ມກໍ່ການຮ້າຍເບງກາລີ ປະມານ 200​ ຄົນ ບຸກໂຈມຕີປະຊາຊົນ ແລະ ເຈົ້າໜ້າທີ່ ແຕ່ຖືເປັນຄັ້ງທຳອິດຢ່າງເປັນທາງການທີ່ກອງທັບມຽນມາຍອມຮັບວ່າມີສ່ວນກ່ຽວຂ້ອງກັບການຕາຍຂອງຊາວໂຣຮິງຢາ ແລະ ສອດຄ່ອງກັບການປະກາດຂອງກອງທັບມຽນມາເມື່ອວັນທີ 18 ທັນວາ 2017 ທີ່ຜ່ານມາວ່າ ຈະດຳເນີນການກວດສອບຢ່າງຈິງຈັງ ຕໍ່ການພົບຂຸມຝັງສົບຊາວໂຣຮິງຢາ 10​ ສົບ ໃນບ້ານອິນຖິນ ທີ່ຕັ້ງຢູ່ແຄມຝັ່ງທະເລອັນດາມັນ ຫ່າງຈາກເມືອງຊິດຕະເວ ເຊິ່ງເປັນເມືອງເອກຂອງລັດຍະໄຂ່ ປະມານ 50 ກິໂລແມັດ.

ເຖິງຢ່າງໃດກໍ່ຕາມ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ແລະ ທ່ານ ນາງ ອອງ ຊານ ຊູຈີ ມົນຕີແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ຍັງຄົງປະສານສຽງຢືນຢັນວ່າ ກອງທັບກອບກູ້ໂຣຮິງຢາແຫ່ງອາຣະກັນ (ARSA) ຄືຜູ້ກໍ່ຄວາມຮຸນແຮງທັງໝົດ ນັບຕັ້ງແຕ່ທ້າຍເດືອນສິງຫາ 2017 ທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ເກີດວິກິດການດ້ານມະນຸດຄັ້ງຍິ່ງໃຫຍ່ ຄືການລີ້ໄພຂອງຊາວໂຣຮິງຢາຫຼາຍກວ່າ 655,000 ຄົນເຂົ້າສູ່ປະເທດບັງກະລາເທດ ນອກຈາກນີ້ ທ່າທີດັ່ງກ່າວຂອງກອງທັບມຽນມາເກີດຂຶ້ນປະມານ 1 ອາທິດພາຍຫຼັງທີ່ ARSA ໄດ້ກໍ່ເຫດໂຈມຕີລົດຂອງທະຫານມຽນມາ ເປັນເຫດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບ 6 ຄົນ.




No comments

Powered by Blogger.