Youtube ຮັບບໍ່ໄດ້ກັບການກະທຳຂອງດາລາອອນລາຍຊື່ດັ່ງທີ່ສຽດສີ "ສົບ" ຜູ້ຕາຍ - ອິດສະຫຼະ

Youtube ຮັບບໍ່ໄດ້ກັບການກະທຳຂອງດາລາອອນລາຍຊື່ດັ່ງທີ່ສຽດສີ "ສົບ" ຜູ້ຕາຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມັງກອນ 2018 ວ່າ: ບໍລິສັດ Alphabet ບໍລິສັດແມ່ຂອງ Youtube ອອກຖະແຫຼງການເມື່ອວັນພຸດທີ່ຜ່ານມາ ເລື່ອງການຖອດຖອນ VLOG ທີ່ເປັນໄດອາຣີແບບວິດີໂອຂອງໂລແກນ ພໍ ດາລາ Youtube ຊື່ດັ່ງຄົນອາເມຣິກາ ອອກຈາກຊ່ອງທາງແນະນຳລາຍການທີ່ໜ້າຕິດຕາມ ແລະ ໜ້າສົນໃຈເທິງເວັບໄຊທ໌ (Preferred Programme) ທີ່ເຈົ້າຂອງຊ່ອງໃນ Youtube ດັ່ງກ່າວຈະໄດ້ຮັບຄ່າໂຄສະນາຕ່າງຫາກອີກ 5% ເນື່ອງຈາກຖືເປັນຊ່ອງທີ່ໄດ້ຮັບຄວາມນິຍົມສູງໃນ Youtube ແລະ ສາມາດເພີ່ມຈຳນວນລູກຄ້າລວມເຖິງຮຸ້ນສ່ວນທາງທຸລະກິດໃຫ້ແກ່ບໍລິສັດໄດ້.

ຂະນະດຽວກັນ Youtube ຍັງປະກາດຢຸດຕິການຮ່ວມມືການຜະລິດລາຍການໃໝ່ໆໃນອະນາຄົດກັບໂລແກນ ພໍ ແບບບໍ່ມີກຳນົດ ແລະ ປົດອອກຈາກການເປັນໜຶ່ງໃນນັກສະແດງຂອງ Foursome ເຊິ່ງເປັນຊີຣີທີ່ອອກອາກາດແບບເກັບຄ່າບໍລິການໃນ Youtube ແລະ ຫາກໍ່ເລີ່ມອອກອາກາດໃນລະດູການທີ 4 ເມື່ອເດືອນທັນວາ 2017 ທີ່ຜ່ານມາ ພ້ອມທັງລະບຸອີກວ່າ ບໍລິສັດມີເປັນຫ່ວງເປັນໃຍຢ່າງຍິງຕໍ່ວິດີໂອທີ່ໂລແກນ ພໍ ນຳມາລົງເມື່ອອາທິດທີ່ຜ່ານມາ ແລະ ເຕືອນວ່າ ການຂ້າຕົວຕາຍບໍ່ແມ່ນເລື່ອງຕະຫຼົກ.

ເຊິ່ງ ໂລແກນ ພໍ ອາຍຸ 22 ປີ ໄດ້ເຮັດໃຫ້ເກີດສຽງວິພາກວິຈານຢ່າງໜັກໄປທົ່ວໂລກ ເມື່ອຜູ້ກ່ຽວໄດ້ລົງວິດີໂອໃນຊື່ "ພວກເຮົາພົບສົບໃນປ່າແຫ່ງການຂ້າຕົວຕາຍຂອງຍີ່ປຸ່ນ" ໃນຊ່ອງຂອງຕົນເອງທີ່ມີຜູ້ຕິດຕາມຫຼາຍກວ່າ 15 ລ້ານຄົນ ເມື່ອວັນທີ 31 ທັນວາ 2017 ທີ່ຜ່ານມາ ທີ່ໂລແກນ ພໍ ໄດ້ຍ່າງໄປໃກ້ສົບຂອງຊາຍຄົນໜຶ່ງທີ່ເສຍຊີວິດຈາກການແຂວນຄໍຕາຍເທິງຕົ້ນໄມ້ ໃນປ່າອາໂອກິກາຮາຣະ ບໍລິເວນພູໄຟຟູຈິ ແລະ ເປັນທີ່ຮູ້ຈັກກັນດີໃນຍີ່ປຸ່ນໃນຖານະ "ປ່າແຫ່ງການຂ້າຕົວຕາຍ" ເຖິງແມ່ນວ່າວິດີໂອທີ່ມີຄວາມຍາວເຖິງ 15 ນາທີ່ຈະມີສຽງຂອງທີມງານເວົ້າຂຶ້ນມາດ້ວຍຄວາມເປັນຫ່ວງໃນຕອນໜຶ່ງກໍ່ຕາມ ແຕ່ໂລແກນ ພໍ ຜັດຫົວຂວັນດ້ວຍຄວາມຖືກໃຈ ແລະ ໃຫ້ທີມງານຖ່າຍຄິບຕໍ່ຈົນຈົບ.

ເຖິງຢ່າງໃດກໍ່ຕາມໂລແກນ ພໍ ໄດ້ລົບວິດີໂອດັ່ງກ່າວອອກພາຍໃນເວລາບໍ່ເຖິງ 24 ຊົ່ວໂມງ ຫຼັງຖືກປະນາມ ແລະ ວິຈານຢ່າງໜັກ ຫຼັງຈາກນັ້ນຜູ້ກ່ຽວກໍ່ໄດ້ອອກມາຂໍໂທດຊໍ້າແລ້ວຊ້ຳອີກຜ່ານທຸກຊ່ອງທາງຕິດຕໍ່ຂອງຕົວເອງ ບໍ່ວ່າຈະເປັນ Youtube, Facebook, Twitter ແລະ Instagram ໂດຍຍອມຮັບວ່າເປັນຄວາມຜິດພາດຄັ້ງໃຫຍ່ຫຼວງ ແລະ ໜ້າອັບອາຍທີ່ສຸດຈາກຄວາມຄຶກກະນອງຂອງຕົນເອງ.


No comments

Powered by Blogger.