ການທີ່ອິນໂດເນເຊຍລະເບີດເຮືອຫາປາຜິດກົດໝາຍຂອງຕ່າງປະເທດ ອາດກະທົບຕໍ່ການທູດ - ອິດສະຫຼະ

ການທີ່ອິນໂດເນເຊຍລະເບີດເຮືອຫາປາຜິດກົດໝາຍຂອງຕ່າງປະເທດ ອາດກະທົບຕໍ່ການທູດ



ສຳນັກຂ່າວຕ່າງປະເທດລາຍງານ 11 ມັງກອນ 2018 ວ່າ: ໂດຍອີງຕາມທີ່ທ່ານ ນາງ ຊູຊີ ປຸດຈິອາສະຕູຕິ ລັດຖະມົນຕີກະຊວງການປະມົງຂອງອິນໂດເນເຊຍ ໄດ້ກຳນົດນະໂຍບາຍໃຫ້ດຳເນີນການທຳລາຍເຮືອປະມົງຕ່າງປະເທດທີ່ຖືກຈັບໄດ້ຖານລັກລອບເຂົ້າມາຫາປາໂດຍຜິດກົດໝາຍ ໃນເຂດນ່ານນ້ຳຂອງອິນໂດເນເຊຍຈຳນວນຫຼາຍຮ້ອຍລຳ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ເຊິ່ງໃນຈຳນວນນີ້ມີເຮືອປະມົງຈາກປະເທດຈີນ, ໄທ ແລະ ຫວຽດນາມລວມຢູ່ນຳ ເຊິ່ງກໍ່ເພື່ອປົກປ້ອງຊັບພະຍາກອນສັດນ້ຳໃນປະເທດ ແລະ ປົກປ້ອງຊາວປະມົງອິນໂດເນເຊຍ.

ແຕ່ບັນຫາດັ່ງກ່າວທ່ານ ຢູຊຸບ ຄັນລາ ຮອງປະທານປະເທດອິນໂດເນເຊຍກ່າວວ່າ ນະໂຍບາຍທຳລາຍດ້ວຍການລະເບີດເຮືອປະມົງຂອງຕ່າງປະເທດຖິ້ມນັ້ນ ອາດຈະສົ່ງຜົນກະທົບຕໍ່ສາຍພົວພັນທາງການທູດລະຫວ່າງອິນໂດເນເຊຍກັບປະເທດຕ່າງໆ ເຊິ່ງກໍ່ເປັນສິ່ງທີ່ອິນໂດເນເຊຍເປັນຫ່ວງເຊັ່ນກັນ ໂດຍເມື່ອປີ 2015 ລັດຖະບານຈີນກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍມາແລ້ວຕໍ່ກັບບັນຫາດັ່ງກ່າວ ເພາະມີເຮືອປະມົງຂອງຈີນລຳໜຶ່ງທີ່ຖືກທຳລາຍດ້ວຍການລະເບີດໃນຈຳນວນທັງໝົດ 41 ລຳ.

ໃນດ້ານຂອງທ່ານ ຢູຈິ ປຼາຢັນໂຕ ປະທານສະພາການຄ້າອິນໂດເນເຊຍກ່າວວ່າ ບັນຫານີ້ຖືວ່າພາກລັດຍັງຂາດນະໂຍບາຍທີ່ສ້າງສັນ ແລະ ກະທົບຕໍ່ອຸດສາຫະກຳການປະມົງ ເຫັນໄດ້ຈາກຍອດສົ່ງອອກສິນຄ້າການປະມົງທີ່ຫຼຸດລົງ ຈຶ່ງຢາກຂໍໃຫ້ລັດຖະບານໃຫ້ຄວາມສຳຄັນກັບເລື່ອງການສົ່ງອອກ ແລະ ເພີ່ມການລົງທຶນໃນພາກອຸດສາະຫະກຳການປະມົງ.

ທ່ານ ນາງ ຊູຊີ ປຸດຈິອາສະຕູຕິ ລັດຖະມົນຕີກະຊວງການປະມົງຂອງອິນໂດເນເຊຍ ຖືເປັນລັດຖະມົນຕີທີ່ໄດ້ຮັບຄວາມນິຍົມສູງຢ່າງຕໍ່ເນື່ອງໃນຈຳນວນລັດຖະມົນຕີຂອງອິນໂດເນເຊຍ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງເມື່ອປີ 2014 ເປັນຕົ້ນມາ, ສາເຫດສ່ວນໜຶ່ງເພາະນະໂຍບາຍທີ່ຊັດເຈນເລື່ອງການປາບປາມເຮືອປະມົງຕ່າງປະເທດທີ່ລັກລອບເຂົ້າມາຫາປາໃນເຂດນ່ານນ້ຳຂອງອິນໂດເນເຊຍ.

ເຖິງຢ່າງໃດກໍ່ຕາມ ທ່ານ ນາງ ປຸດຈິອາສະຕູຕິ ເຊິ່ງເປັນອະດີດນັກທຸລະກິດດ້ານການປະມົງກ່າວວ່າ ນະໂຍບາຍດັ່ງກ່າວບໍ່ໄດ້ເປັນເຄື່ອງໝາຍດ້ານການຄ້າ ແຕ່ເປັນການບັງຄັບຊ້ກົດໝາຍ ເພາະທ່ານ ໂຈໂຄ ວິໂດໂດ ປະທານປະເທດແຫ່ງອິນໂດເນເຊຍ ໄດ້ສັ່ງໃຫ້ໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອໃຫ້ການລັບລອບຊັບພະຍາກອນນ້ຳຂອງອິນໂດເນເຊຍໝົດໄປ.

No comments

Powered by Blogger.