ເຕືອນໄພ...! ຄົນລາວກິນຊີ້ນໝູດິບ ແມ່ພະຍາດຝັງຕົວຢູ່ໃນກ້າມຊີ້ນ ຕ້ອງໄດ້ຂ້າມໄປປົ່ວຢູ່ໄທ - ອິດສະຫຼະ

ເຕືອນໄພ...! ຄົນລາວກິນຊີ້ນໝູດິບ ແມ່ພະຍາດຝັງຕົວຢູ່ໃນກ້າມຊີ້ນ ຕ້ອງໄດ້ຂ້າມໄປປົ່ວຢູ່ໄທ



ສື່ໃນໄທລາຍງານວ່າ: ທ່ານ ດຣ. ພົງເທບ ວົງວັດຊະຣະໄພບູນ ຮອງຜູ້ນຳນວຍການໂຮງໝໍນ່ານກ່າວວ່າ ມີຜູ້ປ່ວຍຄົນໜຶ່ງເຂົ້າມາປິ່ນປົວຢູ່ໂຮງໝໍ ເລີ່ມຕົ້ນມີອາການເຈັບທ້ອງຮຸນແຮງ ເຊິ່ງທາງທ່ານໝໍກໍ່ເລີ່ມສົງໄສວ່າອາດເປັນພະຍາດ Trichinosis ຕິດເຊື້ອໃນກະແສເລືອດ ຫຼື ໂລກຕິດເຊື້ອໃນທາງເດີນອາຫານ ຈຶ່ງສອບຖາມຜູ້ປ່ວຍ ແລະ ຮູ້ວ່າ ໄດ້ກິນລາບໝູດິບມາ ຜູ້ປ່ວຍກ່າວວ່າເລີ່ມຕົ້ນຈະມີອາການໄຂ້, ເຈັບທ້ອງຖ່າຍເປັນນ້ຳ, ຕໍ່ມາອີກ 1 ອາທິດ ເລີ່ມມີອາການປວດກ້າມເນື້ອ ໝໍຈຶ່ງໄດ້ນຳຜູ້ປ່ວຍໄປ Muscle biopsy ເພື່ອຕັດກ້າມຊີ້ນບໍລິເວນບີແຄ່ງໄປສ່ອງກອງເບິ່ງ ຈຶ່ງພົບແມ່ພະຍາດຢູູ່ໃນກ້າມຊິ້ນບໍລິເວນດັ່ງກ່າວເຖິງ 5 ຕົວ, ດ້ວຍຂະໜາດກ້າມຊີ້ນເທົ່າໃນໝາກກ້ຽງເທົ່ານັ້ນ, ທີມແພດໝໍຈຶ່ງໄດ້ເລີ່ມວິນິດໄສໃໝ່ອີກຄັ້ງ ສືບເນື່ອງຈາກການຕັດກ້າມຊິ້ນບໍລິເວນບີແຄ່ງພົບວ່າ ມີແມ່ພະຍາດຢູ່ໃນກ້າມຊິ້ນແທ້ ຈຶ່ງໄດ້ມີການປິ້ນປົ່ວຢ່າງຕໍ່ເນື່ອງຈົນກວ່າຜູ້ປ່ວຍຈະອາການດີຂຶ້ນ.


ຈາກການສອບຖາມຜູ້ປ່ວຍຊື່ ທ່ານ ວົງ ສຸລັດສະໝີ  ຈາກ ສປປ.ລາວ ເມືອງຊຽງຮອນ ແຂວງໄຊຍະບູລີ ໄດ້ກ່າວວ່າ ໄດ້ກິນໝູດິບ ເຊິ່ງໄດ້ຊື້ມາເປັນໂຕ ແລະ ເຮັດກິນສຸກແດ່ດິບແດ່ ລວມທັງໄດ້ເຮັດລາບດິບກິນ ຈາກນັ້ນປະມານ 3-4 ຊົ່ວໂມງ ເລີ່ມມີອາການວິນຫົວ, ຮາກ, ເຈັບທ້ອງ ໄດ້ປະມານ 1 ມື້ ເລີ່ມເປັນໄຂ້ ແລະ ປວດຕາມຮ່າງກາຍ ໂດຍຕົນເອງຄິດວ່າ ໜ້າຈະເປັນໄຂ້ທຳມະດາ ຈຶ່ງໄດ້ຊື້ຢາມາກິນ ແຕ່ບໍ່ເຊົາ ຈຶ່ງໄດ້ໄປໂຮງໝໍທີ່ແຂວງໄຊຍະບູລີ ແລະ ຖືກສົ່ງຕົວມາທີ່ໂຮງໝໍສະເຫຼີມພະກຽດ ແລະ ສົ່ງຕໍ່ມາທີ່ໂຮງໝໍນ່ານນີ້.


ເຊິ່ງ ທ່ານ ດຣ. ພົງເທບ ວົງວັດຊະຣະໄພບູນ ຮອງຜູ້ອຳນວຍການໂຮງໝໍນ່ານໄດ້ກ່າວວ່າ ພະຍາດດັ່ງກ່າວນີ້ຈະມາກັບອາຫານດິບ ທີ່ເຮັດມາຈາກຊີ້ນສັດ ໂດຍໂຕພະຍາດນັ້ນ ຈະຝັງຕົວຢູ່ຕາມກ້າມຊິ້ນຂອງສັດ ເມື່ອພວກເຮົານຳມາເປັນອາຫານກິບແບບສຸກແດ່ດິບແດ່ນັ້ນ ພະຍາດເຫຼົ່ານີ້ຈະເຂົ້າໄປຟັກຕົວໃນລຳໄສ້ຂອງເຮົາ ໃຊ້ເວລາປະມານ 3-5 ມື້ ຈາກນັ້ນກໍ່ຈະປະສົມພັນ ແລະ ເລີ່ມອອກໄຂ່, ຈາກການກວດກ້າມຊີ້ນທີ່ບໍລິເວນບີແຄ່ງຂອງຜູ້ປ່ວຍນັ້ນ ໂດຍກ້າມຊີ້ນຂະໜາດເທົ່າໃນໝາກກ້ຽງເທົ່ານັ້ນ ຍັງມີແມ່ພະຍາດເຖິງ 5 ຕົວ ເຊິ່ງຖືວ່າຫຼາຍ ຫຼັງຈາກພະຍາດເລີ່ມອອກໄຂ່ ແລະ ຟັກເປັນຕົວແລ້ວ ຈະເລີ່ມຊຸກໄຕ່ໄປຕາມກ້າມຊີ້ນຂອງມະນຸດ ແລະ ຈະໄປຝັງຕົວຢູ່ຕາມກ້າມຊີ້ນສ່ວນຕ່າງໆຂອງຮ່າງກາຍ ໂດຍພະຍາດຊະນິດນີ້ຈະມັກຝັງຕົວຕາມກ້າມຊີ້ນ ເມື່ອຝັງຕົວຈະເຮັດໃຫ້ກ້າມຊີ້ນຂອງເຮົາອ່ອນແຮງ, ປວດເມື່ອຍເປັນໄລຍະໆ ບາງຄັ້ງປວດເຖິງຂັ້ນບໍ່ສາມາດເໜັງຕົວໄດ້ ໂດຍການຝັງຕົວຂອງພະຍາດນັ້ນຈະຝັງຕົວຢູ່ໄດ້ດົນເຖິງ 3-5 ເດືອນ.

ຈຶ່ງຝາກເຕືອນພີ່ນ້ອງປະຊາຊົນ ທີ່ມັກກິນອາຫານດິບໆໃຫ້ລະວັງ ໃຫ້ກິນອາຫານປຸງສຸກ ເນື່ອງຈາກເມື່ອພະຍາດຝັງຕົວແລ້ວນັ້ນ ຢາຂ້າແມ່ພະຍາດທີ່ຂາຍຕາມຮ້ານທົ່ວໄປ ບໍ່ມີຜົນກັບພະຍາດທີ່ຝັງຕົວໃນກ້າມຊີ້ນເຫຼົ່ານີ້ ຫຼື ອາດຈະມີຜົນຊ້າ ບໍ່ຄືກັບພະຍາດຢູ່ໃນລຳໄສ້ ເຊິ່ງບາງຄັ້ງຫາກຜູ້ປ່ວຍມີຮ່າງກາຍທີ່ອ່ອນແອ ອາດເຖິງຂັ້ນຕິດເຊື້ອໃນກະແສເລືອດໄດ້.

ຈາກ: ສຳນັກຂ່າວ Spring News

No comments

Powered by Blogger.