ສ.ອາເມຣິກາ ຈະສົ່ງຄູສອນ ແລະ ຜູ້ຊ່ຽວຊານພາສາອັງກິດຊ່ວຍເຫຼືອວຽກງານການສຶກສາແກ່ ສປປ.ລາວ - ອິດສະຫຼະ

ສ.ອາເມຣິກາ ຈະສົ່ງຄູສອນ ແລະ ຜູ້ຊ່ຽວຊານພາສາອັງກິດຊ່ວຍເຫຼືອວຽກງານການສຶກສາແກ່ ສປປ.ລາວ



ສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງວຽງຈັນລາຍງານເມື່ອວັນທີ 11 ມັງກອນ 2018 ວ່າ: ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ.ລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ  ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຮ່ວມລົງນາມເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດ ແລະ ຄູເຝິກການສອນພາສາອັງກິດ ພາຍໃນໄລຍະ 5 ປີ. ການລົງນາມສັນຍາຮ່ວມມືໃນຄັ້ງນີ້ແມ່ນຈັດຂື້ນທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຖານທູດສະຫະລັດ ອາເມຣິກາ ແລະ ກະຊວງສຶກສາທິການ ແລະ ກີລາ ສປປ.ລາວ ເພື່ອສົ່ງເສີມຄວາມພະຍາຍາມຂອງ ລັດຖະບານສະຫະລັດ ອາເມຣິກາ ໃນການເສີມສ້າງການຮຽນການສອນພາສາອັງກິດ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທຳ ໃຫ້ແກ່ນັກສຶກສາໃນ ສປປ.ລາວ.

ໃນປີ 2018, ສະຖານທູດສະຫະລັດ ອາເມຣິກາ ໄດ້ມີແຜນສືບຕໍ່ສະຫນັບສະຫນູນມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈຳນວນ 10 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ຈໍານວນ 2 ທ່ານ ເພື່ອເຮັດວຽກຮ່ວມກັນກັບ ລັດຖະບານ ສປປ.ລາວ ກໍ່ຄືກະຊວງສຶກສາທິການ ແລະ ກີລາ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ມັດທະຍົມຕອນປາຍ, ແລະ ສະຖາບັນການສຶກສາອື່ນໆພາຍໃນປະເທດ.   ຜູ້ຊ່ວຍຄູສອນພາສາອັງກິດ ຍັງໄດ້ຖືກມອບໝາຍໃຫ້ຮ່ວມສອນພາສາອັງກິດຢູ່ທີ່ ສະຖາບັນການສຶກສາ ໃນ ສປປ.ລາວ ແລະ ສູນອາເມຣິກາາທີ່ທາດດຳ, ສ່ວນຜູ້ຊ່ຽວຊານທາງດ້ານພາສາອັງກິດ ແມ່ນຈະເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກີລາ ແລະ ຄູ່ຮ່ວມພັດທະນາອື່ນໆ ໃນ ສປປ.ລາວ ໃນການທົບທວນດ້ານຫຼັກສູດການຮຽນ, ໃຫ້ຄຳແນະນຳ ແລະ ການພັດທະນາເພື່ອເສີມສ້າງຄວາມສາມາດດ້ານການສິດສອນພາສາອັງກິດ ແລະ  ສ້າງຄວາມເຂົ້າໃຈໃຫ້ແກ່ ຄູສອນພາສາອັງກິດ ແລະ ນັກສຶກສາທີ່ຈະເປັນຄູສອນພາສາອັງກິດໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ທັກສະພາສາອັງກິດ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບວັດທະນະທໍາ ແມ່ນມີຄວາມສຳຄັນສຳລັບນັກສຶກສາ, ຄູອາຈານ ແລະ ບັນດານັກທຸລະກິດ ແລະ ເຈົ້າຫນ້າທີ່ລັດ ເພື່ອຊອກຫາໂອກາດໃຫມ່ໆ ໃນການຮ່ວມມືກັບຜູ້ຄົນຈາກ ສະຫະລັດ ອາເມຣິກາ, ລວມທັງ ຜູ້ຄົນຈາກ ຂົງເຂດອາຊີ ແລະ ໃນທົ່ວໂລກ. ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວຕື່ມອິກວ່າ: ໂຄງການດັ່ງກ່າວນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານສະຫະລັດ ອາເມຣິກາ ແລະ ສປປ.ລາວ ໃນການສະໜັບສະໜູນຄວາມພະຍາຍາມຂອງພວກເຮົາເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ.

ນັບຕັ້ງແຕ່ປີ 2011, ລັດຖະບານສະຫະລັດ ອາເມຣິກາ ໄດ້ມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈໍານວນທັງໝົດ 50 ກວ່າທ່ານ ເພື່ອຊ່ວຍໃນການສິດສອນພາສາອັງກິດ ເຊິ່ງເລີ່ມຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄ່ອຍໆຂະຫຍາຍໄປສະຖາບັນການສຶກສາຫຼາຍແຫ່ງ ລວມທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຈຳນວນຂອງ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ກໍ່ມີການຂະຫຍາຍ ແລະ ເຕີບໂຕຂຶ້ນເລື້ອຍໆ, ໂດຍຫຼັກໆແມ່ນໃຫ້ຄຳແນະນຳໃນ ການພັດທະນາຫຼັກສູດການຮຽນການສອນ, ການເຝິກອົບຮົມຄູອາຈານໃຫ້ແກ່ກະຊວງສຶກສາ ແລະ ກິລາ ແລະ ອົງການທີ່ກ່ຽວຂ້ອງໃນ ສປປ.ລາວ.

ການລົງນາມສັນຍາຮ່ວມມືໃນຄັ້ງນີ້ແມ່ນຈະຊ່ວຍຢັ້ງຢືນເຖິງຄວາມໝັ້ນຄົງຂອງຄະນະບໍລິຫານງານສະຫະລັດ ອາເມຣິກາ ຕໍ່ກັບໂຄງການຜູ້ຊ່ວຍຄູສອນພາສາອັງກິດ ໃຫ້ແກ່ບັນດາສະຖາບັນການສຶກສາຕ່າງໆ ໃນ ສປປ.ລາວ ແລະ ທັງເປັນການສ້າງຜົນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມໂຄງການນີ້ດ້ວຍ.

No comments

Powered by Blogger.