ສ.ອາເມຣິກາ ມອບລົດໂຕ​ໂຍ​ຕາ ແລນ​ກຸ​ຍ​ເຊີ 15 ຄັນ​ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ - ອິດສະຫຼະ

ສ.ອາເມຣິກາ ມອບລົດໂຕ​ໂຍ​ຕາ ແລນ​ກຸ​ຍ​ເຊີ 15 ຄັນ​ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ



ສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງວຽງຈັນລາຍງານ 12 ມັງ​ກອນ 2018: ທ່ານ​ນາງ ຣີ​ນາ​ ບີດ​ເຕີ ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ ສະຫະລັດ ອາເມຣິກາ ໄດ້​ມອ​ບ​ລົດ​ໂຕ​ໂຍ​ຕາ ແລນ​ກຸ​ຍ​ເຊີ ຈຳ​ນວນ 15 ຄັນ​ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເຊິ່ງ​ຈັດ​ຂຶ້ນທີ່ ນະຄອນຫຼວງວຽງຈັນ. ການ​ຊ່ວ​ຍ​ເຫຼື​ອໃນ​ຄັ້ງ​ນີ້ ມີ​ມູນ​ຄ່າ​ປະ​ມານ 490,000 ໂດ​ລ​າ​ສະ​ຫະ​ລັດ ປະ​ກອບ​ດ້ວຍ ອຸ​ປະ​ກອນເຄື່ອງ​ມື 15 ຊຸ​ດ ສຳ​ລັບ​ 15 ທີມ​​ເກັບ​ກູ້​ລະ​ເບີດ UXO Lao ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ, ແຂວງຄຳ​ມ່ວນ ແລະ ແຂວງອັດ​ຕ​ະ​ປື.  15 ທີມ​​ເກັບ​ກູ້​ລະ​ເບີດກຸ່ມໃໝ່ຂອງ UXO Lao ໄດ້ຮັບການ​ຊັບ​ຊ້ອນ, ເຝິກອົບ​ຮົມ ແລະ ອອກ​ປະ​ຕິ​ບັດ​ວ​ຽກ​ໃນ​ປີ  2017 ໂດຍການ​ສະ​ໜັບ​ສ​ະ​ໜູນ​ດ້ານ​ງົບ​ປະ​ມານ​ຂ​ອງ ສະ​ຫະ​ລັດ​ ອ​າ​ເມ​ຣິ​ກາ.

ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ກ​ານ​ສະ​ໜັ​ບ​ສະ​ໜູນ​ການ​ເກັບ​ກູ້​ລະ​ເບີ​ດ​ຂອ​ງໂຄງ​ການ​ນີ້ ແມ່ນໄດ້ສະ​ທ້ອນ​ໃຫ້​ເຫັນ​ເຖິງ ການ​ຮ່ວ​ມ​ມື​ຢ່າງໃກ້ຊິ​ດ ລະ​ຫ​ວ່າງ​ ລັດ​ຖະ​ບານສະ​ຫະ​ລັດ ​ອ​າເມ​ຣິ​ກາ ແລະ ລັດ​ຖະ​ບານ ແລະ ປະ​ຊ​າ​ຊົນ​ຂອງ ສ​ປ​ປ.ລາວ ເປັ​ນ​ເວ​ລາ​ຫຼາຍກວ່າ ສອງທົດ​ສະ​ຫວັດ ເພື່ອແກ້​ບັນ​ຫາ​ຄົງ​ຄ້າງ​ແຕ່​ປາງ​ສົງ​ຄາມ.  ທ່ານໄດ້ກ່າວຕື່ມອິກວ່າ: ການ​ຊ່ວຍ​ເຫຼື​ອ​ໃຫ້ UXO Lao ໃນ​ມື້​ນີ້ ແມ່ນ​ມາຈາກສ່ວນ​ໜຶ່ງ​ຂອງ​ທຶນ​ຊ່ວຍ​ເຫຼືອ 90 ລ້ານໂດ​ລ​າ​ສະ​ຫະ​ລັດ ຂອງສະ​ຫະ​ລັດ​ ອາ​ເມ​ຣິ​ກາ ​ໃນ​ໄລ​ຍ​ະ​ເວ​ລາ 3 ປີ ເພື່ອ​ສ​ະ​ໜັບ​ສະ​ໜູນ​ທຶນ​ໃຫ້​ການ​ສຳ​ຫຼວດ​ແຫ່ງ​ຊາດ​ ລະ​ເບີດລູກ​ຫວ່ານ ນອກ​ເໜືອ​ຈາກ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກທີ່​ພວມ​ສືບ​ຕໍ່.

​ນອກ​ຈາກ​ນັ້ນ, ​ທ່ານ ຄຳ​ແກ້ວ ສານ​ບຸນ​ຄູ​ນ​ໄຊ, ຮອງ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ ສ​ະ​ຫ​ວັດ​ດີ​ການ​ສັງ​ຄົມ ກໍ່​ໄດ້​ເຂົ້າ​ຮ່​ວ​ມພິ​ທີ​ຮັບ​ມອບ​ຄັ້ງ​ນີ້ ພ້ອມ​ດ້​ວຍ​ ທ່ານ ທິ​ບ​ພະ​ສອນ ສຸຂະທຳມະວົງ ຜູ້ອຳນວຍການ UXO Lao.

​ສ​ະ​ຫະ​ລັດ​ ອາ​ເມ​ຣິ​ກາ​ ພວມ​ໃຫ້​ການ​ສະ​ໜັບ​ສະ​ໜູນ 51 ​ຈ​າກ 96 ທີມ​ສຳ​ຫຼວດ ແລະ ເກັບ​ກູ້​ລະ​ເບີດ​ UXO Lao ນອກ​ຈ​າກ 3 ທີມ​ສຳ​ຫຼ​ວດ​ທີ່​ບໍ່​ແມ່ນ​ເຕັກ​ນິກ, 3 ທີມ​ຄຸ້​ມ​ຄອງ​ຄຸ​ນ​ນະ​ພ​າບ​ລະ​ດັບ​ພາກ​ພື້ນ, ບັນ​ດາ​ຫ້ອງ​ການ​ຂອງ​ໂຄງ​ການ​ປະ​ຈຳ​ແຂວງ​ຕ່າ​ງໆ ແລະ ຄ່າ​ໃຊ້​ຈ່າຍດ້ານ​ການ​ບໍ​ລິ​ຫານ​ຈຳ​ນວນ​ໜຶ່ງ​ຂອງຫ້​ອງ​ການ​ແຫ່ງ​ຊາດ. ປັດຈຸ​ບັນ, ມີ​ພະ​ນັກ​ງານ​ຂອງ UXO Lao ທັງໝົດປະ​ມານ 600 ທ່ານ ​ທີ່​ໄດ້​ຮັບ​ການ​ຈ້າງ​ງານ​ໂດຍລັດ​ຖະ​ບານ​ສະ​ຫະ​ລັດ​ ອາ​ເມ​ຣິ​ກາ.  ນອກ​ຈ​າກ​ນັ້ນ, ຍັງມີ​ພະ​ນັກ​ງານ​ຄົນ​ລາວ​ປະ​ມານ 940 ທ່ານທີ່​ເຮັດ​ວຽກ​ເຕັມ​ເວ​ລາ​ຢູ່​ໂຄງ​ການ​ສຳ​ຫຼວດ ແລະ ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ທີ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ກັບອົງການເກັບກູ້ລະເບີດແມັກ (Mines Advisory Group), ອົງການເກັບກູ້ລະເບີດ (The HALO Trust) ແລະ ອົງການຊ່ວຍເຫຼືອລ້າຂອງປະຊາຊົນ ນອກແວ (Norwegian People’s Aid).

ກຸ່ມ​ບໍ​ລິ​ສັດ Sterling International Group ເຊິ່ງ​ແມ່ນ​ຜູ້​ຮັບ​ເໝົາ​ຂອງ​ກະ​ຊວງກ​ານ​ຕ່າງ​ປະ​ເທ​ດ​ສະ​ຫະ​ລັດ ອາເມຣິກາ ຍັງ​ໃຫ້​ການ​ສະ​ໜັ​ບ​ສະ​ໜູນ​ດ້ານ​ການ​ໃຫ້​ຄໍ​າ​ປຶກ​ສາ ແກ່ ຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ UXO Lao ໃນ​ຂົງ​ເຂດ​ການ​ປະ​ຕິ​ບັດ​ການ​ສຳ​ຫຼວດ ແລະ ການ​ເກັບ​ກູ້, ການ​​ຄຸ້ມ​ຄອງ​ພ​າກ​ສະ​ໜາມ, ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ ແລະ ການ​ຄຸ້ມ​ຄອງ​ຂໍ້​ມູນ.

​ນັບ​ຕັ້ງ​ແຕ່​ປີ 1995, ຫ້ອງ​ການ​ເກັບ​ກູ້ ແລະ ຫຼຸດ​ຜ່​ອນ​ອາ​ວຸດຂອງ​ຫ້ອງການ​ການ​ເມື​ອງ–ທະ​ການ (PM/WRA) ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ອາເມຣິກາ ແລະ ສ​ະ​ຖານ​ທູ​ດ​ສະ​ຫ​ະ​ລັດ​ອາເມຣິກາ ປະ​ຈຳ​ນະ​ຄອນ​ຫຼວງວ​ຽງ​ຈັນ ໄດ້​ເຮັດ​ວ​ຽກ​ຢ່າງ​ໃກ້​ຊິດ ກັບ​ລັດ​ຖະ​ບານ ສປປ.​ລາວ ເພື່ອ​ລົງ​ທຶນ​ຫຼາຍກວ່າ 135 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຂົ້າ​ໃນ​ການ​ສຶ​ກ​ສາ​ຄວາມ​ສ່ຽງ, ສະ​ໜັບ​ສະ​ໜູນ​ຜູ້​ເຄາະ​ຮ້າຍ​ຈາກ​ອຸ​ປະຕິ​ເຫດລະ​ເບີດ​ບໍ່​ທັນ​ແຕກ, ສຳ​ຫວດ ແລະ ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ ຢູ່ ສປປ.ລາວ.

No comments

Powered by Blogger.