ລັດຖະບານ ມີໂຄງການທີ່ຈະປັບປຸງ ແລະ ຂະຫຍາຍເສັ້ນທາງເລກທີ 13 ເໜືອ - ອິດສະຫຼະ

ລັດຖະບານ ມີໂຄງການທີ່ຈະປັບປຸງ ແລະ ຂະຫຍາຍເສັ້ນທາງເລກທີ 13 ເໜືອ



ລັດຖະບານ ສປປ.ລາວ ມີໂຄງການທີ່ຈະປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ (N13 North) ໂດຍການຮ່ວມມືລະຫວ່າງລັດ ແລະ ເອກະຊົນ (PPP). ໂຄງການດັ່ງກ່າວແມ່ນໄດ້ມີການອອກແບບ ເພື່ອປັບປຸງການເຊື່ອມຕໍ່ລະບົບການຂົນສົ່ງ ໂດຍການປັບປຸງ ແລະ ບູລະນະເສັ້ນທາງ ທີ່ກຳນົດເປັນເຄືອຂ່າຍເສັ້ນທາງຫຼັກຂອງ ສປປ.ລາວ, ໂຄງການດັ່ງກ່າວ ແມ່ນຈະໄດ້ຈັດຕັ້ງປະຕິບັດ ໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍຜ່ານກົມຂົວທາງ.

ເສັ້ນທາງຫຼວງແຫ່ງຊາດ ເລກທີ 13 (N13) ເປັນເສັ້ນທາງຫຼັກ ທີ່ມີຄວາມສຳຄັນຢູ່ໃນ ສປປ.ລາວ ທີ່ໄດ້ຮັບການປັບປຸງ, ບູລະນະ ແລະ ບຳລຸງຮັກສາ ເພື່ອສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ. N13 ແມ່ນແລວທາງຜ່ານເໜືອ-ໃຕ້ ຄວາມຍາວ 1,500 ກິໂລແມັດ ເຊິ່ງເປັນເສັ້ນທາງເຊື່ອມຕໍ່ປະເທດລາວກັບຈີນ ຢູ່ທາງພາກເໜືອ ແລະ ລາວກັບກຳປູເຈຍ ຢູ່ທາງພາກໃຕ້ ແລະ ເຊື່ອມຕໍ່ 10 ແຂວງຈາກທັງໝົດ 18 ແຂວງຂອງປະເທດລາວ. ຊ່ວງຫຼັກຂອງເສັ້ນທາງໄດ້ສ້າງສຳເລັດໃນປີ 1997 ແລະ ບໍ່ໄດ້ຮັບການບູລະນະນັບແຕ່ນັ້ນມາ, ພຽງແຕ່ໄດ້ຮັບການບຳລຸງຮັກສາ ເປັນໄລຍະໆ ແລະ ໃນກໍລະນີສຸກເສີນເທົ່ານັ້ນ, ເສັ້ນທາງເລກທີ 13 ​ໃຕ້ ຈາກນະຄອນຫຼວງວຽງຈັນ ໄປຫາຊາຍແດນກຳປູເຈຍ (829 ກິໂລແມັດ), ແລະ ທາງເລກທີ 13 ເໜືອ ຈາກນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ຢູ່ຊາຍແດນຈີນ (671 ກິໂລແມັດ).

ການຂະຫາຍໂຕທາງເສດຖະກິດທີ່ໝັ້ນຄົງ ແລະ ການຂະຫຍາຍຕົວທາງດ້ານການຄ້າ ເຮັດໃຫ້ມີການເພີ່ມຂຶ້ນວ່ອງໄວ ຂອງປະລິມານການສັນຈອນ ກໍ່ຄືການສັນຈອນຜ່ານເສັ້ນທາງເລກທີ 13, ໂດຍສະເພາະທາງໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງບາງຊ່ວງທາງຄາດຄະເນອາດຈະເຕັມຄວາມຈຸ ໃນອີກ 5 ປີຂ້າງໜ້າ. ການສຶກສາຄວາມເປັນໄປໄດ້ແບບລະອຽດ ທີ່ສະໜັບສະໜູນດ້ານງົບປະມານໂດຍທະນາຄານໂລກໃນປີ 2015 ໄດ້ກຳນົດຫຼາຍຊ່ວງທາງສຳຄັນ ທັງຢູ່ເສັ້ນທາງເລກທີ 13 ເໜືອ ແລະ 13 ໃຕ້. ການສຶກສາໄດ້ຊີ້ໃຫ້ເຫັນວ່າ ການປັບປຸງໃນຊ່ວງທາງດັ່ງກ່າວນີ້ ອາດຈະສົ່ງຜົນຕໍ່ການຫຼຸດຜ່ອນມູນຄ່າຂອງການເດີນທາງໂດຍພາຫະນະ ແລະ ເວລາໃນການເດີນທາງ, ເພີ່ມໂອກາດເຂົ້າເຖິງຂອງບັນດາວິສາຫະກິດ, ເພີ່ມສະມັດຕະພາບແຮງງານ ແລະ ຫຼຸດຜ່ອນອັດຕາການເສຍຊີວິດຕາມການເດີນທາງ, ເພີ່ມໂອກາດເຂົ້າເຖິງຂອງບັນດາວິສາຫະກິດ, ເພີ່ມສະມັດຕະພາບແຮງງານ ແລະ ຫຼຸດຜ່ອນອັດຕາການເສຍຊີວິດ ຕາມຫ້ອງຖະໝົນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ຈະນຳໃຊ້ວິທີການປັບປຸງເສັ້ນທາງເລກທີ 13 ເໜືອ ເປັນໄລຍະເລີ່ມຕົ້ນ ຈາກຊ່ວງທາງທີ່ຈັດເປັນບູລິມະສິດຈາກກິໂລແມັດທີ 12 ຫາ ກິໂລແມັດທີ 70 ຂອງເສັ້ນທາງເລກທີ 13 ເໜືອ, ເນື່ອງຈາກວ່າ ຊ່ວງທາງນີ້ມີປະລິມານການສັນຈອນໃນລະດັບສູງ. ການປັບປຸງຊ່ວງທາງສຳຄັນອື່ນໆຈະປະຕິບັດຕາມງົບປະມານທີ່ມີ.

ໂຄງການເສັ້ນທາງດັ່ງກ່າວ ແມ່ນຕັ້ງຢູ່ພາຍໃນ 2 ແຂວງ (ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແລະ ເມືອງໂພນໂຮງ ແຂວງວຽງຈັນ) ໂດຍເລີ່ມຈາກທາງແຍກສີເກີດ, ປະມານ 4 ກິໂລແມັດ ທາງທິດເໜືອຂອງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ສິ້ນສຸດປະມານກິໂລແມັດທີ 58 ທີ່ ທາງເໜືອຂອງເມືອງໂພນໂຮງ ແຂວງວຽງຈັນ.

ໜ້າວຽກຂອງໂຄງການໄດ້ແບ່ງອອກເປັນ 2 ຊ່ວງທາງຍ່ອຍຄື:
• ຊວງທາງຍ່ອຍທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ບ້ານດົງ (ກິໂລແມັດທີ 12 ຫາ ກິໂລແມັດທີ 31)

• ຊວງທາງຍ່ອຍທີ 2 ແຕ່ບ້ານດົງ ຫາ ໂພນໂຮງ (ກິໂລແມັດທີ 31 ຫາ ກິໂລແມັດທີ 70)

ໜ້າວຽກຂອງໂຄງການຈະລວມມີ:
• ການປັບປຸງຊ່ວງທາງຍ່ອຍທີ 1 ຈາກທາງ 2 ເລນເປັນທາງ 4 ເລນ ພ້ອມທັງ ເຂດສະຫງວນທາງປະມານ 23 ແມັດ (ເປັນທາງປູຄອນກຣີດ ປະສົມຢາງອາສຟານ ຫຼື ທາງເບຕົງ)

• ການປັບປຸງຊ່ວງທາງຍ່ອຍທີ 2, ເປັນທາງ 2 ເລນ ພ້ອມທັງເຂດສະຫງວນທາງ 13 ແມັດ (ເປັນທາງປູຄອນກຣີດ ປະສົມຢາງອາສຟານ ຫຼື ທາງເບຕົງ)

• ປັບປຸງຍົກລະດັບ ຂົວ 7 ແຫ່ງ (ສ່ວນໃຫຍ່ແລ້ວເປັນຂົວເລນດຽວ).

• ປັບປຸງມຸມຄົດລ້ຽວຂອງເສັ້ນທາງ

• ເສີມຄູກັນສູງຂຶ້ນໃນເຂດທີ່ມີຄວາມສ່ຽງເກີດນ້ຳຖ້ວມ

• ກຳນົດມາດຕະການຄວາມປອດໄພ ໃນທ້ອງຖະໝົນ ຢ່າງພຽງພໍ ລວມທັງຈຸດຄົນຍ່າງຂ້າມທາງ

• ອານາໄມ ແລະ ຍົກລະດັບ ທໍ່ລະບາຍນ້ຳທີ່ມີຢູ່ ແລະ ຕິດຕັ້ງທໍ່ລະບາຍນ້ຳໃໝ່ ບ່ອນທີ່ມີຄວາມຈຳເປັນ

• ການກໍ່ສ້າງທາງ 4 ແຍກ ຢູ່ 10 ຈຸດ.

ປັດຈຸບັນແມ່ນໄດ້ສຳເລັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອອມສັງຄົມ ແລະ ທຳມະຊາດແລ້ວ ແລະ ການນຳໃຊ້ທີ່ດິນພາຍໃນແລວທາງໂຄງການ ສ່ວນໃຫຍ່ແມ່ນທີ່ດິນຢູ່ອາໄສ, ທຸລະກິດ, ສະຖານທີ່ອຸດສາຫະກຳ ແລະ ພື້ນທີ່ກະສິກຳ ລະຫວ່າງແຕ່ລະບ້ານ ແລະ ເທດສະບານເມືອງ ຍ້ອນວ່າ ເສັ້ນທາງດັ່ງກ່າວ ມີຊຸມຊົນຕໍ່ເນື່ອງຕັ້ງແຕ່ນະຄອນຫຼວງວຽງຈັນໄປຈົນຮອດເມືອງໂພນໂຮງ ສ່ວນເຂດທີ່ມີພືດທຳມະຊາດຕາມເສັ້ນທາງນັ້ນ ສາມາດສັງເກດເຫັນໄດ້ ແຕ່ກິໂລແມັດທີ 49-55 ທີ່ຢູ່ລຽບຕາມເຂດສະຫງວນທາງ.

ເນື່ອງຈາກໂຄງການດັ່ງກ່າວແມ່ນກຳລັງຢູ່ໃນຂະບວນການສຶກສາຄວາມເປັນໄປໄດ້, ການສຳຫຼວດຜົນກະທົບ ແລະ ການອອກແບບ ຈຶ່ງຍັງບໍ່ໄດ້ກຳນົດຊັດເຈນເທື່ອ ວ່າຈະລົງມືກໍ່ສ້າງປັບປຸງ ແລະ ບຳລຸງຮັກສາເມື່ອໃດ.

No comments

Powered by Blogger.