ຄວາມຄືບໜ້າ ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ - ອິດສະຫຼະ

ຄວາມຄືບໜ້າ ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ



ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (Vientiane Sustainable Urban Transport Project) ຖືກຈັດຕັ້ງປະຕິບັດໂດຍ ກະຊວງໂຍທາທິການ ແລະ ຂົນສົ່ງ, ໂຄງການດັ່ງກ່າວຈະເປັນການປັບປຸງບໍລິການ ແລະ ການຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫຼວງວຽງຈັນ ໂດຍການສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ, ໃຫ້ບໍລິການດ້ວຍລົດເມສາທາລະນະ ທີ່ມີຄຸນນະພາບສູງ ແລະ ລົດເມດ່ວນ, ໂດຍການປັບປຸງການບໍລິຫານຈັດການການສັນຈອນ, ລະບົບການຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການຂຶ້ນທະບຽນຍານພາຫະນະ ລວມທັງການປັບປຸງທາງຄົນຍ່າງ ແລະ ຂົນສົ່ງແບບບໍ່ໃຊ້ເຄື່ອງຈັກ.


ໂຄງການຍັງໃຫ້ຄວາມສຳຄັນຕໍ່ບົດບາດຍິງ-ຊາຍ, ການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ.

ໂຄງການດັ່ງກ່າວມີມູນຄ່າທັງໝົດ 99.7 ລ້ານໂດລາສະຫະລັດ. ລັດຖະບານລາວສົມທົບທຶນ ຈຳນວນ 14.55 ລ້ານໂດລາສະຫະລັດ, ການລົງທຶນຂອງພາກເອກະຊົນຈຳນວນ 6.41 ລ້ານໂດລາສະຫະລັດ ລວມທັງທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈຳນວນໜຶ່ງ. ລາຍລະອຽດັ່ງນີ້:

1. ທະນາຄານພັດທະນາອາຊີ (ADB) ຈຳນວນ 35 ລ້ານໂດລາສະຫະລັດ
2. ທະນາຄານເອີຣົບເພື່ອການລົງທຶນ ຈຳນວນ 20 ລ້ານໂດລາສະຫະລັດ
3. ກອງທຶນກຸ່ມປະເທດສົ່ງນ້ຳມັນອອກເປັນສິນຄ້າ (OFID) ຈຳນວນ 15 ລ້ານໂດລາສະຫະລັດ
4. ສະຫະພາບເອີຣົບ-ກອງທຶນສະໜັບສະໜູນການລົງທຶນໃນອາຊີ ຈຳນວນ 5 ລ້ານເອີໂຣ (6.9 ລ້ານໂດລາສະຫະລັດ)
5. ກອງທຶນສິ່ງແວດລ້ອມໂລກ ຈຳນວນ 1.84 ລ້ານໂດລາສະຫະລັດ.

ໂຄງການດັ່ງກ່າວມີແຜນເລີ່ມປະຕິບັດມາຕັ້ງແຕ່ເດືອນມິຖຸນາ 2015 ແລະ ສຳເລັດໃນເດືອນມິຖຸນາ ປີ 2020. ແຕ່ເນື່ອງຈາກການລົງນາມໃນຂໍ້ຕົກລົງດ້ານການເງິນມີຄວາມຊັກຊ້າ, ໂຄງການຈຶ່ງຖືກຈັດຕັ້ງປະຕິບັດໃນເດືອນສິງຫາ 2016.

ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ເຊິ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ພ້ອມດຽວກັນນັ້ນ, ໜ່ວຍງານປະສານງານໂຄງການກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍກົມຂົນສົ່ງ, ກົມເຄຫາ-ຜັງເມືອງ, ກົມການເງິນ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ແລະ ຫ້ອງວ່າການນະຄອນຫຼວງວຽງຈັນ.

ຊ່ຽວຊານທີ່ປຶກສາໂຄງການດ້ານການຂົນສົ່ງໃນຕົວເມືອງ (UTA-A) ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການ.

ກະຊວງໂຍທາທິການ ແລະ ຂົນສົ່ງກຳລັງຈັດຈ້າງບໍລິສັດທີ່ປຶກສາໂຄງການ (​PIC) ເພື່ອສຳຫຼວດອອກແບບດ້ານເຕັກນິກ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂອງບໍລິສັດຜູ້ຮັບເໝົາ ເຊິ່ງຄາດວ່າຈະສາມາດເລີ່ມປະຈຳການແຕ່ເດືອນພະຈິກ 2017 ເປັນຕົ້ນໄປ. ນອກຈາກນັ້ນ, ກຳລັງຈັດຈ້າງບໍລິສັດກວດສອບພາຍນອກ ເພື່ອກວດສອບການນຳໃຊ້ງົບປະມານໂຄງການ.

ຜ່ານມາ, ໂຄງການໄດ້ໃຊ້ເງິນພຽງແຕ່ບ້ວງກູ້ຢືມຈາກທະນາຄານພັດທະນາອາຊີ, ເປັນເງິນທັງໝົດ 127,904 ໂດລາສະຫະລັດ ເຊິ່ງເປັນໄປຕາມແຜນງົບປະມານເບື້ອງຕົ້ນທີ່ໄດ້ກຳນົດ.



No comments

Powered by Blogger.