ດ່ວນ...! ຍົນລັດເຊຍຕົກ ພ້ອມກັບຜູ້ໂດຍສານ 71 ຊີວິດ (ວິດີໂອ) - ອິດສະຫຼະ

ດ່ວນ...! ຍົນລັດເຊຍຕົກ ພ້ອມກັບຜູ້ໂດຍສານ 71 ຊີວິດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2018 ວ່າ: ຍົນ An-148 ຂອງສາຍການບິນ Saratov Airlines ຖ້ຽວບິນທີ 6W703 ສັນຊາດລັດເຊຍ ທີ່ບັນທຸກຜູ້ໂດຍສານຢ່າງໜ້ອຍ 71 ຄົນ ຕົກ ຫຼັງຈາກບິນຂຶ້ນຈາກສະໜາມບິນໃນນະຄອນຫຼວງມົດສະກູ ເພື່ອເດີນທາງໄປຍັງພູມມິພາກອູຣາດ ໂດຍແຫຼ່ງຂ່າວໜ່ວຍງານສຸກເສີນລາຍງານວ່າ: ຍົນລຳດັ່ງກ່າວໄດ້ "ຕົກ" ແລະ ບໍ່ມີໂອກາດທີ່ຈະພົບຜູ້ລອດຊີວິດ ພ້ອມທັງມີລາຍງານອີກວ່າ ຍົນລຳດັ່ງກ່າວຕົກໃກ້ກັບໝູ່ບ້ານອາກູໂນໂວ ທີ່ຢູ່ຫ່າງຈາກນະຄອນຫຼວງມົດສະກູໄປທາງທິດຕາເວັນອອກສຽງໃຕ້ປະມານ 80 ກິໂລແມັດ.








No comments

Powered by Blogger.