ຫ້າມນຳເຂົ້າ-ຈຳໜ່າຍ ແລະ ມີໄວ້ຄອບຄອງບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ, ວັດຖຸມີສຽງແຕກ ແລະ ເປັນແສງອັນຕະລາຍ - ອິດສະຫຼະ

ຫ້າມນຳເຂົ້າ-ຈຳໜ່າຍ ແລະ ມີໄວ້ຄອບຄອງບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ, ວັດຖຸມີສຽງແຕກ ແລະ ເປັນແສງອັນຕະລາຍ



ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0423/ອຄ.ນວ.ຄພນ ລົງວັນທີ 8 ກຸມພາ 2018 ເລື່ອງຫ້າມນຳເຂົ້າ, ຈຳໜ່າຍ ແລະ ການມີໄວ້ຄອບຄອງບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກ, ເປັນແສງໄຟເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງສັງຄົມ.

ເພື່ອເປັນການປູກຈິດສຳນຶກ ໃຫ້ປະຊາຊົນບັນດາເຜົ່າ ຮັກສາໄດ້ຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດລາວໄວ້, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນຫຼວງວຽງຈັນ, ແນ່ໃສ່ຊຸກຍູ້ຫົວໜ່ວຍທຸລະກິດການຄ້າໃຫ້ເຄື່ອນໄຫວຖືກຕ້ອງສອດຄ່ອງຕາມກົດໝາຍ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການດັ່ງນີ້:

1. ຫ້າມບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນຳເຂົ້າ, ຈຳໜ່າຍ ແລະ ການມີໄວ້ຄອບຄອງ ບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກ, ເປັນແສງໄຟເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງສັງຄົມ.

2. ບຸກຄົນ ຫຼື ນິຕິບຸກຄົນຫາກລະເມີດຕໍ່ແຈ້ງການສະບັບນີ້ ແມ່ນຈະໄດ້ຢຶດເອົາສິນຄ້າດັ່ງກ່າວ, ພ້ອມທັງຖືກປັບໃໝ່ແຕ່ 1,000,000 ກີບ ຫາ 5,000,000 ກີບ ຕໍ່ ຄັ້ງ, ກໍລະນີເຮັດເປັນອາຈິນແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

3. ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເປັນເຈົ້າການສົມທົບກັບອົງການປົກຄອງເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານ ແລະ ອົງການປົກຄອງບ້ານ ລົງໂຄສະນາເຜີຍແຜ່ແຈ້ງການດັ່ງກ່າວໃຫ້ປະຊາຊົນ, ບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂອບເຂດເມືອງຂອງຕົນໄດ້ຮັບຊາບ ເພື່ອໃຫ້ຢຸດຕິການນຳເຂົ້າ, ການຈຳໜ່າຍ, ການມີໄວ້ຄອບຄອງ, ການຈຸດບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກ, ເປັນແສງໄຟເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງສັງຄົມໂດຍເດັດຂາດ ພ້ອມທັງຕິດຕາມ ກວດກາເປັນປະຈຳ, ຖ້າກວດພົບແມ່ນໃຫ້ປະຕິບັດມາດຕະການຕາມແຈ້ງການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

4. ມອບໃຫ້ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນເປັນເຈົ້າການ ຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ໃຫ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ.

No comments

Powered by Blogger.