ຍຸດທະສາດນິວເຄຼຍສະບັບໃໝ່ຂອງ ສ.ອາເມຣິກາ ສະເໜີໃຫ້ຂະຫຍາຍຂີດຄວາມສາມາດດ້ານນິວເຄຼຍ - ອິດສະຫຼະ

ຍຸດທະສາດນິວເຄຼຍສະບັບໃໝ່ຂອງ ສ.ອາເມຣິກາ ສະເໜີໃຫ້ຂະຫຍາຍຂີດຄວາມສາມາດດ້ານນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ກຸມພາ 2018 ວ່າ: ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ເຜີຍແຜ່ແຜນຍຸດທະສາດດ້ານນະໂຍບາຍນິວເຄຼຍຂອງຕົນສະບັບໃໝ່ ຕາມກອບຂອງລາຍງານ "ການທົບທວນທັດສະນະນິວເຄຼຍ" (Nuclear Posture Review) ຫຼື NPR ສະເໜີວ່າ: ສະຫະລັດ ອາເມຣິກາ ຄວນຂະຫຍາຍຂີດຄວາມສາມາດດ້ານນິວເຄຼຍ ເພື່ອໃຫ້ສອດຄ່ອງກັບການແຂ່ງຂັນຂອງມະຫາອຳນາດ ທີ່ໝາຍເຖິງການປະເຊີນໜ້າລະຫວ່າງລັດເຊຍ ກັບ ຈີນ ລວມເຖິງໄພດ້ານນິວເຄຼຍຈາກອີຣານ ແລະ ເກົາຫຼີເໜືອ.

ເຖິງຢ່າງໃດກໍ່ຕາມ ແນວຄິດດັ່ງກ່າວຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ບໍ່ໄດ້ໝາຍເຖິງການພັດທະນາອາວຸດນິວເຄຼຍໃນຮູບແບບເກົ່າ ແຕ່ໃຫ້ເນັ້ນໄປທີ່ການວິໄຈ ແລະ ພັດທະນາອາວຸດນິວເຄຼຍຂະໜາດນ້ອຍ ທີ່ມີນ້ຳໜັກໜ້ອຍກວ່າ 5 ກິໂລໂຕນ ແລະ ສ້າງຄວາມເສຍຫາຍໃນລະດັບຕ່ຳ ເມື່ອທຽບກັບອານຸພາບຂອງລະເບີດນິວເຄຼຍຂະໜາດໃຫຍ່ເຊັ່ນ: ລະເບີດນິວເຄຼຍທີ່ກອງທັບສະຫະລັດ ອາເມຣິກາໃຊ້ໂຈມຕີເມືອງນາງາຊາກິ ຂອງຍີ່ປຸ່ນໃນປາຍສົງຄາມໂລກຄັ້ງທີ 2 ເຊິ່ງມີຂະໜາດປະມານ 20 ກິໂລໂຕນ ຂະນະດຽວກັນ ເນື້ອໃນຂອງລາຍງານຍັງລະບຸເຖິງການພັດທະນາອາວຸດໃຕ້ນ້ຳບາງລຸ້ນໃຫ້ມີການຕິດຕັ້ງຫົວຮົບນິວເຄຼຍຂະໜາດນ້ອຍທີ່ວ່ານີ້ດ້ວຍ ເນື່ອງຈາກເຊື່ອວ່າລັດເຊຍກຳລັງພັດທະນາອາວຸດປະເພດນີ້ເຊັ່ນກັນ ນອກຈາກນີ້ ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຍັງອ້າງອີງສະຖິຕິຂອງຕົນວ່າ ລັດເຊຍມີຫົວຮົບນິວເຄຼຍທີ່ບໍ່ແມ່ນເພື່ອການໃຊ້ໃນວຽກງານທາງຍຸດທະສາດຢູ່ປະມານ 2,000 ຫົວ ເຊິ່ງຫຼາຍກວ່າທີ່ມີການຕົກລົງກັນໄວ້.


ເຊິ່ງລາຍງາຍດັ່ງກ່າວມີຄວາມຍາວ 74 ໜ້າ ຖືເປັນສະບັບປັບປຸງຄັ້ງທຳອິດ ນັບຕັ້ງແຕ່ປີ 2010 ເຊິ່ງເປັນປີທີ່ທ່ານ ບາຣັກ ໂອບາມາ ແລະ ທ່ານ ເດີມີຕຣີ ເມດເວດ ຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳລັດເຊຍໃນຕອນນັ້ນ ລົງນາມຮ່ວມກັນໃນສົນທິສັນຍາສັນຕິພາບສອງຝ່າຍ ວ່າດ້ວຍການຫຼຸດຈຳນວນອາວຸດນິວເຄຼຍ ທີ່ຮຽກໂດຍຫຍໍ້າວ່າ: New START (Strategic Arms Reduction Treaty) ເຊິ່ງສົນທິສັນຍາມີຜົນເມື່ອເດືອນກຸມພາ 2011 ແລະ ຈະໝົດອາຍຸໃນປີ 2021 ແຕ່ຫຼັງຈາກນັ້ນຕ່າງຝ່າຍຕ່າງກ່າວຫາກັນ ແລະ ກັນຕະຫຼອດມາ ວ່າຍັງຄອບຄອງອາວຸດນິວເຄຼຍເກີນກວ່າທີ່ກຳນົດໄວ້ໃນສົນທິສັນຍາ.



No comments

Powered by Blogger.