ກຸ່ມກະບົດຊີຣີ ຍິງຍົນຮົບລັດເຊຍຕົກ ສ່ວນນັກບິນຖືກຍິງເສຍຊີວິດ (ວິດີໂອ) - ອິດສະຫຼະ

ກຸ່ມກະບົດຊີຣີ ຍິງຍົນຮົບລັດເຊຍຕົກ ສ່ວນນັກບິນຖືກຍິງເສຍຊີວິດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 4 ກຸມພາ 2018 ວ່າ: ທ່ານ ຣາມີ ອັບເດວ ຣາມານ ຫົວໜ້າກຸ່ມສັງເກດການເພື່ອສິດທິມະນຸດຊີຣີລາຍງານວ່າ ນັກບິນຂອງລັດເຊຍຖືກຍິງເສຍຊີວິດ 1 ຄົນ ພາຍຫຼັງທີ່ຍົນຂັບໄລ່ Su-25 ຂອງກອງທັບລັດເຊຍຖືກຍິງຕົກໃນເຂດແຂວງອິດລິບ ທາງພາກເໜືອຂອງຊີຣີເມື່ອວັນເສົາທີ່ຜ່ານມາ ໂດຍຍົນຂັບໄລ່ຂອງລັດເຊຍຖືກຍິງດ້ວຍຈະຫຼວດເໜືອນ່ານຟ້າຂອງເມືອງມາອັສຣັນ ແຂວງອິດລິບ ແຕ່ນັກບິນສາມາດດີດຕົວອອກມາຈາກຍົນໄດ້ທັນ ເມື່ອມາເຖິງພາກພື້ນດິນກໍ່ພົບກັບກຸ່ມກະບົດ ແລະ ຍິງຕໍ່ສູ້ກັນຈົນຖືກຍິງເສຍຊີວິດໃນທີ່ສຸດ.

ຫົວໜ້າກຸ່ມສັງເກດການເພື່ອສິດທິມະນຸດຊີຣີບໍ່ໄດ້ລະບຸວ່າ ກຸ່ມຕິດອາວຸດກຸ່ມໃດກ່ຽວກັບກັບເຫດການນີ້ ບອກພຽງແຕ່ວ່າມີກຸ່ມຫົວຮຸນແຮງ Hayat Tahrir Al Sham ປະຕິບັດການຢູ່ໃນພື້ນທີ່ດັ່ງກ່າວ.


ໃນດ້ານຂອງກະຊວງປ້ອງກັນປະເທດລັດເຊຍ ອອກຖະແຫຼງການວ່າ ຍົນຂັບໄລ່ Su-25 ຖືກຍິງດ້ວຍຈະຫຼວດຈາກພື້ນສູ່ອາກາດ ຂະນະທີ່ບິນຢູ່ເໜືອນ່ານຟ້າແຂວງອິດລິບ ທີ່ເປັນພື້ນທີ່ຈຳກັດຄວາມຮຸນແຮງ ນັກບິນມີເວລາພໍທີ່ຈະດີດຕົວອອກມາຈາກຍົນໄດ້ທັນ ແຕ່ກໍ່ຕ້ອງມາເສຍຊີວິດຂະນະຕໍ່ສູ້ກັບພວກກໍ່ການຮ້າຍ ແລະ ຍັງບໍ່ຮູ້ຊັດເຈນວ່າກຸ່ມກະບົດກຸ່ມໃດຕ້ອງເປັນຜູ້ຮັບຜິດຊອບຕໍ່ການໂຈມຕີຍົນຂອງລັດເຊຍໃນຄັ້ງນີ້ ແຕ່ພື້ນທີ່ດັ່ງກ່າວຢູ່ໃນການຢຶດຄອງຂອງນັກຮົບແນວຮ່ວມ Al-Nusra ອະດີດເຄືອຂ່າຍຂອງ Al Qaeda ເຊິ່ງລວມຕົວກັນມາເປັນກຸ່ມ Hayat Tahrir Al Sham.

ທັງນີ້, ກອງກຳລັງຝ່າຍທີ່ຈົງຮັກພັກດີຕໍ່ທ່ານ ບາຊາ ແອວ-ອັສຊາດ ປະທານປະເທດຊີຣີ ໄດ້ເປີດສາກການສູ້ຮົບຢ່າງດຸເດືອດໃນແຂວງອິດລິບ ຕັ້ງແຕ່ປາຍເດືອນທັນວາ 2017 ທີ່ຜ່ານມາ ໂດຍໄດ້ຮັບການສະໜັບສະໜູນຈາກຍົນຮົບຂອງກອງທັບລັດເຊຍ.






No comments

Powered by Blogger.