ລັດເຊຍບໍ່ພໍໃຈເປັນຢ່າງຍິ່ງ ຕໍ່ຍຸດທະສາດນິວເຄຼຍສະບັບໃໝ່ຂອງ ສ.ອາເມຣິກາ - ອິດສະຫຼະ

ລັດເຊຍບໍ່ພໍໃຈເປັນຢ່າງຍິ່ງ ຕໍ່ຍຸດທະສາດນິວເຄຼຍສະບັບໃໝ່ຂອງ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 4 ກຸມພາ 2018 ວ່າ: ກະຊວງການຕ່າງປະເທດລັດເຊຍ ອອກຖະແຫຼງການເມື່ອວັນເສົາທີ່ຜ່ານມາ ວິຈານບົດລາຍງານ "ການທົບທວນທັດສະນະນິວເຄຼຍ" (Nuclear Posture Review) ຫຼື NPR ສະບັບປັບປຸງຄັ້ງທຳອິດໃນຮອບ 8 ປີ ຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ວ່າລັດຖະບານລັດເຊຍຜິດຫວັງເປັນຢ່າງຍິ່ງ ຕໍ່ລາຍງານສະບັບດັ່ງກ່າວ ທີ່ເຕັມໄປດ້ວຍເນື້ອໃນຂອງແນວຄິດຕໍ່ຕ້ານລັດເຊຍ ແລະ ເຕັມໄປດ້ວຍຄວາມແຂງຂໍ້ ເນື່ອງຈາກເປັນການກ່າວຫາຢ່າງລອຍໆ ແລະ ມີທິດທາງຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງກຳລັງສຶກສາເນື້ອໃນຂອງລາຍງານຢ່າງລະອຽດ ແລະ ຮອບຄອບ ເພື່ອນຳໄປສູ່ການສ້າງຄວາມເຊື່ອໝັ້ນໃຫ້ກັບມາດຕະການປ້ອງກັນປະເທດຕໍ່ໄປ.

ໃນດ້ານຂອງທ່ານ ອະນາໂຕລີ ອັນໂຕນັອບ ເອກອັກຄະລັດຖະທູດລັດເຊຍປະຈຳນະຄອນຫຼວງວໍຊິງຕັນ ກ່າວເຖິງລາຍງານ NPR ສະບັບໃໝ່ຂອງສະຫະລັດ ອາເມຣິກາ ວ່າເປັນພຽງການອາໄສລັດເຊຍ ເພື່ອສ້າງຄວາມຊອບທຳ ໃນການເພີ່ມງົບປະມານປ້ອງກັນປະເທດ ແລະ ການເພີ່ມຈຳນວນອາວຸດນິວເຄຼຍຂອງຕົນເອງເທົ່ານັ້ນ.

ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ລາຍງານ NPR ສະບັບໃໝ່ເມື່ອວັນສຸກທີ່ຜ່ານມາ ມີເນື້ອໃນສຳຄັນຄື ການເພີ່ມຂີດຄວາມສາມາດດ້ານນິວເຄຼຍຂອງສະຫະລັດ ອາເມຣິກາ ເພື່ອໃຫ້ມີຄວາມເທົ່າທຽມ ແລະ ສາມາດຮັບມືກັບລັດເຊຍ ແລະ ຈີນ ລວມທັງກັບອີຣານ ແລະ ເກົາຫຼີເໜືອ, ຂະນະດຽວກັນ ເນື້ອໃນຂອງລາຍງາຍສະບັບດັ່ງກ່າວ ຍັງສະເໜີໃຫ້ມີການພັດທະນາອາວຸດໃຕ້ນ້ຳບາງລຸ້ນ ໃຫ້ສາມາດຕິດຕັ້ງຫົວຮົບນິວເຄຼຍຂະໜາດນ້ອຍ ເຊິ່ງມີນ້ຳໜັກໜ້ອຍກວ່າ 5 ກິໂລໂຕນ ທີ່ຈະຍັງຄົງມີພະລັງໃນການທຳລາຍລ້າງສູງ ແຕ່ສ້າງຄວາມເສຍຫາຍໃນວົງຈຳກັດ ເນື່ອງຈາກເຊື່ອວ່າລັດເຊຍກຳລັງພັດທະນາອາວຸດປະເພດນີ້ເຊັ່ນກັນ ນອກຈາກນີ້, ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຍັງໄດ້ອ້າງອີງຈາກສະຖິຕິຂອງຕົນວ່າ ລັດເຊຍມີຫົວຮົບນິວເຄຼຍທີ່ບໍ່ໄດ້ໃຊ້ງານທາງຍຸດທະສາດຢູ່ປະມານ 2,000 ຫົວ ຫຼາຍກວ່າທີ່ມີການຕົກລົງກັນໄວ້.

ເຊິ່ງສະຫະລັດ ອາເມຣິກາ ແລະ ລັດເຊຍ ເຄີຍໄດ້ລົງນາມຮ່ວມກັນໃນສົນທິສັນຍາອາວຸດນິວເຄຼຍພິໄສກາງ (INF) ເມື່ອເດືອນທັນວາ ປີ 1987 ມີເນື້ອໃນສຳຄັນຄືການຫ້າມທັງສອງປະເທດຜະລິດ ແລະ ທົດລອງຂີປະນາວຸດທີ່ມີພິໄສການຍິງໄກລະຫວ່າງ 500-5,500 ກິໂລແມັດ ແລະ ຕໍ່ມາໃນປີ 2010 ເຊິ່ງເປັນປີທີ່ທ່ານ ບາຣັກ ໂອບາມາ ແລະ ທ່ານ ເດີມີຕຣີ ເມດເວດ ຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳລັດເຊຍໃນຕອນນັ້ນ ທັງສອງປະເທດໄດ້ລົງນາມຮ່ວມກັນໃນສົນທິສັນຍາສັນຕິພາບສອງຝ່າຍ ວ່າດ້ວຍການຫຼຸດຈຳນວນອາວຸດນິວເຄຼຍ ທີ່ຮຽກໂດຍຫຍໍ້ວ່າ New STARTເຊິ່ງສົນທິສັນຍາມີຜົນບັງຄັບໃຊ້ເມື່ອເດືອນກຸມພາ 2011 ແລະ ຈະໝົດອາຍຸໃນປີ 2021.



No comments

Powered by Blogger.