ຈີນເຕືອນ ສ.ອາເມຣິກາ ໃຫ້ຢຸດຕິແຜນນະໂຍບາຍແບບສົງຄາມເຢັນ - ອິດສະຫຼະ

ຈີນເຕືອນ ສ.ອາເມຣິກາ ໃຫ້ຢຸດຕິແຜນນະໂຍບາຍແບບສົງຄາມເຢັນ



ສຳນັກຂ່າວຕ່າງປະເທດລາຍງານ 4 ກຸມພາ 2018 ວ່າ: ກະຊວງປ້ອງກັນປະເທດຂອງຈີນ ອອກຖະແຫຼງການໃນວັນອາທິດນີ້ ໂດຍມີເນື້ອໃນສຳຄັນວ່າ ສັນຕິພາບ ແລະ ການພັດທະນາເປັນກະແສໂລກທີ່ບໍ່ສາມາດທວນກັບໄປໄດ້, ສະຫະລັດ ອາເມຣິກາ ເຊິ່ງເປັນມະຫາອຳນາດດ້ານນິວເຄຼຍຄວນຕາມກະແສດັ່ງກ່າວຢ່າງສ້າງສັນ ຫຼາຍກວ່າສະແດງທ່າທີຕໍ່ຕ້ານ.

ຂະນະດຽວກັນ ເນື້ອໃນຂອງຖະແຫຼງການຍັງວິຈານແຜນຍຸດທະສາດດ້ານນະໂຍບາຍຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາທີ່ໃຊ້ຢູ່ໃນປັດຈຸບັນນີ້ ວ່າເປັນການຄາດການຕາມຄວາມເຄີຍຕົວ ໂດຍປາສະຈາກການວິເຄາະຕາມສະຖານະການທີ່ເກີດຂຶ້ນຈິງ ເຊິ່ງຈີນເອງແມ່ນໄດ້ມີນະໂຍບາຍຄວບຄຸມໂຄງການພັດທະນາດ້ານນິວເຄຼຍ ແລະ ຈຳກັດຄັງອາວຸດປະເພດນີ້ໃຫ້ມີໜ້ອຍທີ່ສຸດ, ລັດຖະບານຈີນຈຶ່ງຫວັງເປັນຢ່າງຍິ່ງວ່າ ສະຫະລັດ ອາເມຣິກາ ຈະປັບປ່ຽນທັດສະນະຄະຕິໃຫ້ຫຼຸດພົ້ນຈາກການໃຊ້ນະໂຍບາຍສະໄໝສົງຄາມເຢັນ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງກັບນະໂຍບາຍດ້ານຄວາມໝັ້ນຄົງຂອງຈີນ ເພື່ອຄວາມສຳພັນອັນດີຂອງສອງຝ່າຍ ແລະ ເພື່ອຄວາມໝັ້ນຄົງຂອງພູມມິພາກທີ່ກ່ຽວຂ້ອງ.

ຖະແຫຼງການດັ່ງກ່າວຂອງກະຊວງປ້ອງກັນປະເທດຈີນເກີດຂຶ້ນພຽງວັນດຽວ ພາຍຫຼັງທີ່ກະຊວງປ້ອງກັນປະເທດລັດເຊຍ ອອກຖະແຫຼງການວິຈານລາຍງານ "ການທົບທວນທັດສະນະນິວເຄຼຍ" (Nuclear Posture Review) ຫຼື NPR ສະບັບປັບປຸງຄັ້ງທຳອິດໃນຮອບ 8 ປີ ຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ວ່າລັດຖະບານລັດເຊຍ ຜິດຫວັງເປັນຢ່າງຍິ່ງຕໍ່ເນື້ອໃນໃຈຄວາມຂອງລາຍງານສະບັບດັ່ງກ່າວນີ້ ທີ່ເຕັມໄປດ້ວຍແນວຄິດຕໍ່ຕ້ານລັດເຊຍ ແລະ ເຕັມໄປດ້ວຍຄວາມແຂງຂໍ້ຕໍ່ກັນ ໂດຍກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາໄດ້ສະແດງທັດສະນະຜ່ານລາຍງານ NPR ສະເໜີໃຫ້ມີການເພີ່ມຄັງອາວຸດນິວເຄຼຍຂອງສະຫະລັດ ອາເມຣິກາ ເພື່ອໃຫ້ມີຄວາມເທົ່າທຽມ ແລະ ສາມາດຮັບມືກັບລັດເຊຍ ແລະ ຈີນ ລວມທັງອີຣານ ແລະ ເກົາຫຼີເໜືອ.



No comments

Powered by Blogger.