ຄິງ ໂຣມັນ ກາສິໂນ ອອກຖະແຫຼງການຕອບໂຕ້ ສ.ອາເມຣິກາ ທີ່ຂຶ້ນບັນຊີດຳເປັນອາຊະຍາກຳຂ້າມຊາດ - ອິດສະຫຼະ

ຄິງ ໂຣມັນ ກາສິໂນ ອອກຖະແຫຼງການຕອບໂຕ້ ສ.ອາເມຣິກາ ທີ່ຂຶ້ນບັນຊີດຳເປັນອາຊະຍາກຳຂ້າມຊາດ



ພາຍຫຼັງທີ່ກະຊວງການເງິນຂອງສະຫະລັດ ອາເມຣິກາ ປະກາດຂຶ້ນບັນຊີດຳ ຄິງ ໂຣມັນ ກາສິໂນ ທີ່ຕັ້ງຢູ່ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນອົງກອນອາຊະຍາກຳຂ້າມຊາດ ໂດຍທາງການ ສ.ອາເມຣິກາ ກ່າວວ່າມີຫຼັກຖານເຊື່ອຖືໄດ້ວ່າ ຄິງ ໂຣມັນ ກາສິໂນ ເປັນຊ່ອງຂອງກິດຈະກຳຜິດກົດໝາຍຫຼາຍຢ່າງໃນເຂດສາມຫຼ່ຽມຄຳ ບໍ່ວ່າຈະເປັນການຄ້າຢາເສບຕິດ ທີ່ລວມເຖິງການເປັນຜູ້ຈັດຈຳໜ່າຍເຮໂລອິນ ແລະ ຢາບ້າໃຫ້ກັບກອງທັບວ້າແດງ ໃນລັດສານຂອງມຽນມາ, ການຄ້າມະນຸດ ແລະ ການຄ້າສັດປ່າ ແລະ ອະໄວຍະວະສັດປ່າຄຸ້ມຄອງ ບໍ່ວ່າຈະເປັນໜີດຳ, ລິ່ນ, ເສືອ ແລະ ຊ້າງ ໂດຍເຈົ້າໜ້າທີ່ສາມາດສືບເສັ້ນທາງກິດຈະກຳຜິດກົດໝາຍດັ່ງກ່າວມາແຕ່ປີ 2014.


ຫຼ້າສຸດທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຕອບໂຕ້ທາງການ ສ.ອາເມຣິກາ ວ່າ: ການຂວໍ້າບາດຝ່າຍດຽວຕໍ່ປະເທດອື່ນ ກໍ່ຄືຂົງເຂດອື່ນແມ່ນພຶດຕິກຳບໍ່ມີເຫດຜົນ ແລະ ໄຮ້ສາລະ, ເປັນຈຸດປະສົງອື່ນເພື່ອສະແດງພຶດຕິກຳຂະຍຫາຍອຳນາດອິດທິພົນ, ພຶດຕິກຳນີ້ແມ່ນກໍ່ໃຫ້ເກີດຄວາມເຂົ້າໃຈຜິດຢ່າງໜັກໜ່ວງ ຕໍ່ສັງຄົມ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ກຸ່ມບໍລິສັດ ດອກງິ້ວຄຳ ແມ່ນສະແດງຄວາມຄັດຄ້ານຢ່າງເດັດຂາດຕໍ່ການກະທຳທີ່ບໍ່ມີເຫດຜົນແບບນັ້ນ.


ໃນຖະແຫຼງການຍັງລະບຸວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແມ່ນເຂດເສດຖະກິດພິເສດ ທີ່ລັດຖະບານລາວອະນຸມັດສ້າງຕັ້ງຂຶ້ນ, ໂດຍມີລັດຖະບານສູນກາງ ແລະ ອົງການປົກຄອງທ້ອງຖິ່ນຂອງ ສປປ.ລາວ ເປັນຜູ້ຄຸ້ມຄອງ, ຕິດຕາມ ແລະ ກວດກາຢ່າງຮອບດ້ານ. ກຸ່ມບໍລິສັດ ດອກງິ້ວຄຳ ໃນນາມຜູ້ພັດທະນາໄດ້ດຳເນີນການເຄື່ອນໄຫວລົງທຶນພັດທະນາ ຕາມທີ່ກຳນົດໄວ້ໃນລະບຽບ, ກົດໝາຍ ແລະ ສັນຍາຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ເປັນໄປບໍ່ໄດ້ ແລະ ຍິ່ງບໍ່ມີຄວາມຈຳເປັນ ທີ່ຕ້ອງຮັບໂທດຄວາມຜິດ ຕາມທີ່ກະຊວງການເງິນ ສ.ອາເມຣິກາ ຕັ້ງຂໍ້ກ່າວຫາມາທັງໝົດ.




No comments

Powered by Blogger.