ສຸດຍອດເລີຍ NASA ເຜີຍແຜ່ພາບຖ່າຍຈາກດາວອັງຄານ ທີ່ມີພູມສັນຖານຄ້າຍຄືກັບໂລກ (ວິດີໂອ) - ອິດສະຫຼະ

ສຸດຍອດເລີຍ NASA ເຜີຍແຜ່ພາບຖ່າຍຈາກດາວອັງຄານ ທີ່ມີພູມສັນຖານຄ້າຍຄືກັບໂລກ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 5 ກຸມພາ 2018 ວ່າ: ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) ໄດ້ເຜີຍແຜ່ພາບຖ່າຍແບບຮອບທິດ (Paroanma)  ຢູ່ດາວອັງຄານ ເມື່ອວັນທີ 2 ກຸມພາ 2018 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມປະຫຼາດໃຈໃຫ້ກັບທຸກຄົນທີ່ເຫັນ ເນື່ອງຈາກດາວອັງຄານ ອາດບໍ່ໄດ້ມີຫຍັງທີ່ຜິດແປກໄປຈາກໂລກມະນຸດຂອງເຮົາເລີຍ.


ພາຍຖ່າຍດັ່ງກ່າວຂອງດາວອັງຄານ ໄດ້ມາຈາກການນຳພາບ 16 ພາບມາລຽງຕໍ່ກັນ ໂດຍເປັນພາບທີ່ຖ່າຍຈາກສັນພູ Vera Rubin ທີ່ຢູ່ບໍລິເວນຂອບປາກພູໄຟ Gale Crater ເທິງດາວອັງຄານ ທີ່ຖ່າຍເມື່ອວັນທີ 25 ຕຸລາ 2017 ໃນລະຫວ່າງທີ່ຍານ Curiosity ໄດ້ປະຕິບັດພາລະກິດສຳຫຼວດດາວອັງຄານໃນມື້ທີ 1,865  ຫຼັງຈາກຖືກສົ່ງໄປຍັງດາວອັງຄານ ແລະ ຍານສຳຫຼວດໄດ້ລົງສູ່ພື້ນຜິວດາວອັງຄານຕັ້ງແຕ່ປີ 2012.


ເຊິ່ງພາບ Paranoma ດັ່ງກ່າວ, ຍານ Curiosity ຖ່າຍຈາກສັນພູ Vera Rubin ທີ່ມີຄວາມສູງປະມານ 327 ແມັດຈາກພື້ນພຽງ ເຊິ່ງຍັງສະແດງໃຫ້ເຫັນສ່ວນໜຶ່ງຂອງປາກພູໄຟ Gale Crater ທີ່ມີຄວາມກວ້າງເຖິງ 96 ໄມ ທີ່ຄາດວ່າມີອາຍຸຍາວນານປະມານ 3.5-3.8 ພັນລ້ານປີກ່ອນ.

ເຖິງຢ່າງໃດກໍ່ຕາມ ອົງການ NASA ໄດ້ມີການປັບສີພາບບໍລິເວນປາກພູໄຟ ໃນແບບທີ່ຄວນຈະເປັນຕາມຊ່ວງເວລາທີ່ມີແສງ ໂດຍນັບຕັ້ງແຕ່ຍານ Curiosity ລົງສູ່ພື້ນຜິວດາວອັງຄານເມື່ອ 5 ປີກ່ອນ ໄດ້ເດີນທາງສຳຫຼວດດາວອັງຄານແລ້ວເປັນໄລຍະທາງ 11 ໄມ ນັບຈາກຈຸດຕັ້ງຕົ້ນ ຫຼັງຈາກໄດ້ເດີນທາງເປັນເວລາຍາວນານໃນອະວະກາດຈາກໂລກໄປຍັງດາວອັງຄານ ທີ່ມີໄລຍະທາງກວ່າ 350 ລ້ານໄມ.


No comments

Powered by Blogger.