ລັດເຊຍເອົາຄືນ ໂຈມຕີຕອບໂຕ້ກຸ່ມກໍ່ການຮ້າຍທີ່ຍິງຍົນຮົບລັດເຊຍຕົກໃນຊີຣີ (ວິດີໂອ) - ອິດສະຫຼະ

ລັດເຊຍເອົາຄືນ ໂຈມຕີຕອບໂຕ້ກຸ່ມກໍ່ການຮ້າຍທີ່ຍິງຍົນຮົບລັດເຊຍຕົກໃນຊີຣີ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ກຸມພາ 2018 ວ່າ: ກະຊວງປ້ອງກັນປະເທດລັດເຊຍ ໄດ້ອອກຖະແຫຼງການເມື່ອວັນອາທິດທີ່ຜ່ານມາວ່າ ຝູງຍົນຮົບຂອງກອງທັບລັດເຊຍໄດ້ປະຕິບັດການໂຈມຕີຕອບໂຕ້ທາງອາກາດໃນເມືອງຊາຣາເກັບ ເຊິ່ງເປັນເຂດຢຶດຄອງຂອງກຸ່ມ Hayat Tahrir Al Sham (HTS) ຫຼື ອະດີດກຸ່ມ Al-Nusra  ໃນແຂວງອິດລິບ ທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງຊີຣີ ພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ກຸ່ມ HTS ກ່າວອ້າງເປັນຜູ້ໃຊ້ລະບົບຂີປະນາວຸດຕໍ່ຕ້ານໄພທາງອາກາດແບບ MANPADS ຍິງຍົນຮົບ Su-25 ຂອງກອງທັບລັດເຊຍຕົກໃນບໍລິເວນດັ່ງກ່າວ ພາຍຫຼັງທີ່ຍົນບິນຢູ່ໃນລະດັບຕ່ຳ ແລະ ໄດ້ຂ້ານັກບິນ 1 ຄົນທີ່ສາມາດດີດຕົວອອກຈາກຍົນມາໄດ້ຢູ່ພາກພື້ນດິນ.


ຂະນະທີ່ສຳນັກຂ່າວໃນລັດເຊຍລາຍງານເພີ່ມເຕີມ ໂດຍອ້າງອີງຂໍ້ມູນຈາກກະຊວງປ້ອງກັນປະເທດລັດເຊຍ ວ່າປະຕິບັດການໂຈມຕີທາງອາກາດຄັ້ງນີ້ ສາມາດສັງຫານສະມາຊິກກຸ່ມກໍ່ການຮ້າຍຫຼາຍກວ່າ 30 ຄົນ, ດ້ານກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການໃນເວລາຕໍ່ມາ ປະຕິເສດວ່າບໍ່ໄດ້ເປັນຜູ້ສະໜັບສະໜູນ MANPADS ໃຫ້ແກ່ກຸ່ມກະບົດ HTS ແລະ ຢືນຢັນວ່າລັດຖະບານສະຫະລັດ ອາເມຣິກາ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ການໃຊ້ອາວຸດຊະນິດນີ້ໃນສະໜາມຮົບ.


ເຊິ່ງລັດເຊຍໄດ້ເຂົ້າໄປປະຕິບັດການທາງທະຫານໃນຊີຣີເມື່ອປາຍປີ 2015 ຕາມຄຳຮ້ອງຂໍຂອງທ່ານ ບາຊາ ແອວ-ອັສຊາດ ປະທານປະເທດຊີຣີ ແລະ ໄດ້ສ້າງຈຸດປ່ຽນສຳຄັນໃຫ້ກັບສົງຄາມຊີຣີທີ່ແກ່ຍາວເຂົ້າສູ່ປີທີ 7 ແລ້ວ, ດ້ວຍການສາມາດຢຶດແຂວງອະເລບໂປ ເຊິ່ງເປັນແຂວງຂະໜາດໃຫຍ່ທີ່ສຸດໃນພາກເໜືອຂອງຊີຣີກັບຄືນມາໄດ້ ເມື່ອປີທີ່ຜ່ານມາ, ແຕ່ພື້ນທີ່ສ່ວນໃຫຍ່ຂອງແຂວງອິດລິບທີ່ຢູ່ໃກ້ກັນຍັງຢູ່ພາຍໃຕ້ການຢຶດຄອງຂອງກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີຣີ.


No comments

Powered by Blogger.