ເກົາຫຼີເໜືອຮຽກຮ້ອງໃຫ້ເລຂາທິການໃຫຍ່ UN ຢຸດຕິພຶດຕິກຳການເປັນຂ້ອຍຂ້າມ້າໃຊ້ຂອງ ສ.ອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອຮຽກຮ້ອງໃຫ້ເລຂາທິການໃຫຍ່ UN ຢຸດຕິພຶດຕິກຳການເປັນຂ້ອຍຂ້າມ້າໃຊ້ຂອງ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 24 ກຸມພາ 2018 ວ່າ: ສຳນັກງານຄະນະຜູ້ແທນຖາວອນເກົາຫຼີເໜືອປະຈຳສະຫະປະຊາຊາດ ອອກຖະແຫຼງການເມື່ອວັນທີ 22​ ກຸມພາ ທີ່ຜ່ານມາວ່າ: ຄຳຖະແຫຼງຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ເທິງເວທີປະຊຸມຄວາມໝັ້ນຄົງມິວນິກ (MSC) ທີ່ປະເທດເຢຍລະມັນ ເມື່ອອາທິດທີ່ຜ່ານມາ ວ່າການເພີ່ມມາດຕະການຂວໍ້າບາດຕໍ່ລັດຖະບານເກົາຫຼີເໜືອເປັນສິ່ງທີ່ຈຳເປັນ ເພື່ອເພີ່ມແຮງກົດດັນໃຫ້ກັບເກົາຫຼີເໜືອຈົນກວ່າຈະຍອມຢຸດຕິໂຄງການພັດທະນາອາວຸດນິວເຄຼຍນັ້ນ ເປັນການສະແດງທັດສະນະທີ່ຂາດການໄຕ່ຕອງຢ່າງຮອບຄອບຂອງເລຂາທິການໃຫຍ່ສະຫະປະຊາຊາດ.



ຂະນະດຽວກັນ, ລັດຖະບານເກົາຫຼີເໜືອຮຽກຮ້ອງໃຫ້ທ່ານ ອັນໂຕນິໂອ ກູເຕເຣສ ຢຸດຕິພຶດຕິກຳການເປັນຂ້ອຍຂ້າມ້າໃຊ້ຂອງສະຫະລັດ ອາເມຣິກາ ແລະ ສະແດງບົດບາດໃນຖານະຜູ້ແທນຂອງລັດຖະບານສະຫະລັດ ອາເມຣິກາໃນເລື່ອງການຂວໍ້າບາດເກົາຫຼີເໜືອຕະຫຼອດເວລາ, ເຖິງຢ່າງໃດກໍ່ຕາມສຳນັກງານເລຂາທິການສະຫະປະຊາຊາດ ແລະ ກະຊວງການຕ່າງປະເທດສະຫະລັດ ອາເມຣິກາຍັງບໍ່ສະແດງທ່າທີຕໍ່ຖະແຫຼງການດັ່ງກ່າວຂອງເກົາຫຼີເໜືອ.



ໃນອີກດ້ານໜຶ່ງ, ທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາ ກ່າວຕໍ່ກອງປະຊຸມໃຫຍ່ສາມັນປະຈຳປີຂອງສະຫະພາບອະນຸຮັກນິຍົມອາເມຣິກາ ທີ່ລັດແມຣີແລນວ່າ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຄືຕົວແທນຂອງ “ຄອບຄົວຜີສາດ” ເຊິ່ງຮອງຜູ້ນຳປະເທດສະຫະລັດ ອາເມຣິກາ ແລະ ຄະນະເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອທີ່ປະກອບດ້ວຍທ່ານ ນາງ ຄິມ ໂຢ-ຈອງ ແລະ ທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີເໜືອ ແມ່ນໄດ້ນັ່ງຢູ່ໃນໄລຍະທີ່ຕິດໆກັນ ລະຫວ່າງການເຂົ້າຮ່ວມພິທີເປີດການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເກົາຫຼີໃຕ້ ເມື່ອວັນທີ 9 ກຸມພາ ທີ່ຜ່ານມາ ເຊິ່ງຫຼາຍຝ່າຍຕີລາຄາການຈັດຕຳແໜ່ງບ່ອນນັ່ງລະຫວ່າງຕົວແທນຂອງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອວ່າ ເປັນການສື່ສານທາງການເມືອງບາງຢ່າງ.



No comments

Powered by Blogger.