ຕຳຫຼວດຟິລິບປິນຂ້າຜູ້ຄ້າຢາເສບຕິດພາຍໃນວັນດຽວ 13 ຄົນ ພ້ອມຈັບກຸ່ມອີກວ່າ 100​ ຄົນ - ອິດສະຫຼະ

ຕຳຫຼວດຟິລິບປິນຂ້າຜູ້ຄ້າຢາເສບຕິດພາຍໃນວັນດຽວ 13 ຄົນ ພ້ອມຈັບກຸ່ມອີກວ່າ 100​ ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 22​ ມີນາ 2018 ວ່າ: ຕຳຫຼວດຟິບິລປິນຂ້າຜູ້ຕ້ອງສົງໄສຄ້າຢາເສບຕິດ 13 ຄົນ ແລະ ຈັບກຸມອີກກວ່າ 100 ຄົນ ໃນປະຕິບັດການກວາດລ້າງອາຊະຍາກຳເມື່ອວັນພຸດ (21 ມີນາ) ທີ່ຜ່ານມາ ໃນແຂວງບູລາຄັນ ທີ່ຕັ້ງຢູ່ທິດເໜືອຂອງນະຄອນຫຼວງມະນິລາ.

ປະຊາຊົນກວ່າ 4,000 ຄົນ ຖືກຕຳຫຼວດຟິລິບປິນຂ້າ ໃນປະຕິບັດການສົງຄາມປາບປາມຢາເສບຕິດໃນໄລຍະເວລາ 20​ ເດືອນຜ່ານມາ ແລະ ອີກຫຼາຍພັນຄົນຖືກຂ້າໂດຍກຸ່ມມືປືນລຶກລັບ ຜູ້ເສຍຊີວິດສ່ວນໃຫຍ່ຢູ່ໃນເຂດຊຸມຊົນແອອັດຂອງມະຫານະຄອນມະນິລາ ລວມທັງແຂວງບູລາຄັນ ແລະ ແຂວງຄາບີເຕ ທີ່ຢູ່ໃກ້ຄຽງກັນ.

ກຸ່ມສິດທິມະນຸດ ແລະ ຝ່າຍກົງກັນຂ້າມທາງການເມືອງຂອງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນຄົນປັດຈຸບັນກ່າວວ່າ ການປະຫານຜູ້ເສບຢາເສບຕິດ ແລະ ນັກຄ້າລາຍຍ່ອຍໄດ້ແຜ່ຂະຫຍາຍເປັນວົງກວ້າງ ແຕ່ຕຳຫຼວດຢືນຢັນວ່າ ຈະຂ້າສະເພາະຜູ້ຄ້າທີ່ຕໍ່ສູ້ຂັດຂືນການຈັບກຸມຂອງເຈົ້າໜ້າທີ່ເທົ່ານັ້ນ.

ຕຳຫຼວດແຂວງບູລາຄັນກ່າວວ່າ: ຕຳຫຼວດໃຊ້ວິທີລໍ້ຊື້ 60 ຈຸດ ໃນ 9 ເມືອງຂອງແຂວງບູລາຄັນ ເມື່ອວັນພຸດ (21 ມີນາ) ທີ່ຜ່ານມາ ໂດຍທ່ານ ໂຣເມໂຣ ຄາຣາມັດ ຜູ້ບັນຊາການຕຳຫຼວດບູລາຄັນກ່າວວ່າ: ປະຕິບັດການເຫຼົ່ານີ້ເປັນສ່ວນໜຶ່ງຂອງການເພີ່ມທະວີຄວາມເຂັ້ມງວດ ໃນການປາບປາມກວາດລ້າງຢາເສບຕິດ ແລະ ອາຊະຍາກຳໃນຮູບແບບອື່ນໆໃນເຂດແຂວງບູລາຄັນ.

ທ່ານ ໂມເມໂຣ ຄາຣາມັດ ກ່າວອີກວ່າ ປະຕິບັດ 24 ຊົ່ວໂມງທີ່ຜ່ານມາຂອງວັນທີ 21 ມີນາ 2018 ມີຜູ້ຕ້ອງສົງໄສເສຍຊີວິດແລ້ວ 13 ຄົນ ໂດຍແຕ່ລະຄົນເປີດສາກຍິງກ່ອນ ເຮັດໃຫ້ເຈົ້າໜ້າທີ່ຕ້ອງຍິງຕອບໂຕ້ເພື່ອປ້ອງກັນຕົນເອງ ແລະ ມີຜູ້ຖືກຈັບກຸມກວ່າ 100 ​ຄົນ ເຈົ້າໜ້າທີ່ຢຶດຂອງກາງອາວຸປືນໄດ້ 19 ກະບອກ ແລະ ຢາເສບຕິດປະມານ 250 ຖົງ.

ເມື່ອເດືອນສິງຫາ 2017 ທີ່ຜ່ານມາ ຕຳຫຼວດຂ້າຜູ້ຕ້ອງສົງໄສຄ້າຢາເສບຕິດໃນແຂວງບູລາຄັນ ເສຍຊີວິດ 32 ຄົນ ໃນມື້ດຽວ ແລະ ອີກ 10 ຄົນເມື່ອເດືອນກຸມພາ 2018 ທີ່ຜ່ານມາ

No comments

Powered by Blogger.