ຄຳທຳນາຍ ປີໃໝ່ລາວ ພ.ສ 2561 (2018) ຕາມປະຕິທິນລາວບູຮານ - ອິດສະຫຼະ

ຄຳທຳນາຍ ປີໃໝ່ລາວ ພ.ສ 2561 (2018) ຕາມປະຕິທິນລາວບູຮານ



ຄຳທຳນາຍບຸນປີໃໝ່ລາວ (ຄ.ສ 2018) ຕາມປະຕິທິນລາວ ວັດປ່າໂພນເພົາ ວະນາຮາມ ຫຼວງພະບາງ ປີຈໍ - ເປີກເສັດ - ສຳລິດທິສົກ - ອະທິກະມາດ, ພ.ສ 2560-2561, ຈ.ສ 1379-1380, ຄ.ສ 2018 ວັນສັງຂານລ່ວງກົງກັບວັນເສົາ ແຮມ 14 ຄ່ຳ ເດືອນ 5 ພ.ສ 2560 - ກົງກັບວັນທີ 14 ເມສາ ຄ.ສ 2018,​ ເວລາ 09 ໂມງ 01 ນາທີ 48 ວິນາທີ.

ວັນສັງຂານເນົາ ກົງກັບວັນອາທິດ (ມື້ເມິງເປົ້າ) ຂຶ້ນ 1 ຄ່ຳ ເດືອນ 6 ພ.ສ 2560 - ກົງກັບວັນທີ 15 ເມສາ ຄ.ສ 2018

ວັນສັງຂານຂຶ້ນ: ກົງກັບວັນຈັນ (ມື້ເບີກຍີ່) ຂຶ້ນ 2 ຄ່ຳ ເດືອນ 6 ພ.ສ 2560 - ກົງກັບວັນທີ 16 ເມສາ ຄ.ສ 2018, ເວລາ 12​ ໂມງ 59 ນາທີ 24 ວິນາທີ, ປ່ຽນວັນຖະເຫຼີງສົກປີໃໝ່ລາວ ຈຸນລະສັກກະລາດ ເປັນ 1380.

ນາມມະຫາສົງການ ນາງເທບພະທິດາທີ 7 ຊົງພະນາມວ່າ ມະໂຫທອນເທວີ ຊົງພາຫຸລັດທັດດອກສາມຫາວ (ດອກຜັກຕົບ), ອາພອນໄປດ້ວຍແກ້ວ ນິນລັດ (ແກ້ວສີດອກຜັກຕົບ), ສະເຫວີຍເນື້ອຊາຍ (ກວາງຊະນິດໜຶ່ງ) ເປັນພັກສາຫານ, ພະຫັດຂວາຊົງກົງຈັກ, ພະຫັດຊ້າຍຊົງຕີສູນ (ຫາກ 3 ງ່າມ), ສະເດັດນັ່ງມາເທິງຫຼັງມະຍຸລະປັກ (ນົກຍຸງ) ເປັນພາຫະນະ.

ເກນພິລຸນະສາດ: ພະພຸດ ເປັນອະທິບໍດີ, ນາກຫຼິ້ນນ້ຳ 5 ໂຕ, ບັນດານໃຫ້ຝົນຕົກ 500 ຫ່າ, ຕົກໃນຂອບຈັກກະວານ 200 ຫ່າ, ຕົກໃນປ່າຫິມະພານ 150 ຫ່າ, ຕົກໃນມະຫາສະໝຸດ 100 ຫ່າ, ຕົກໃນມະນຸດໂລກ 50 ຫ່າ.

ເກນທາລາທິຄຸນ: ຕົກລາສີເຕໂຊ, ນ້ຳຈະໜ້ອຍ, ຝົນຈະມີອຸດົມທຸກໆແຫ່ງ, ນາດອນ ແລະ ນາລຸ່ມຈະດີທັງສອງຢ່າງເໝືອນກັນ, ຈະມີລົມພັດບາງຄັ້ງບາງຄາວຈາກທິດທັງ 4 ຕາມລະດູການ.

ເກນທັນຍາຫານ: ຊື່ວ່າ ລາພະ, ເຂົ້າກ້າໄຮ່ນາຈະໄດ້ຜົນ 10 ສ່ວນ ເສຍແຕ່ສ່ວນດຽວ, ປະຊາຊົນຈະມີຄວາມສຸກສະບາຍດີ, ທັນຍາຫານຈະມີບໍລິບູນອຸດົມດີ.

ຜະລາມັດສະມັງສາຫານ: ໝາກໄມ້ຈະບໍ່ດົກ, ຊິ້ນປາຫານຫານຈະມີອຸດົມສົມບູນ.

ລຸກຂະຊາດ: ໄມ້ເດື່ອກ້ຽງ, ເດື່ອປ່ອງເປັນພະຍາ, ຄົນທັງຫຼາຍຈະຢູ່ເປັນສຸກ.

ເກນກາລະໂຍກ: ວັນສຸກເປັນທຸງໄຊ, ວັນເສົາເປັນອະທິບໍດີ, ວັນເສົາເປັນອຸບາດ, ວັນອາທິດເປັນໂລກາວິນາດ.

No comments

Powered by Blogger.