ລັດຖະບານປະຊຸມທີ່ຖ້ຳເມືອງວຽງໄຊ ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ-ສັງຄົມ 2018 - ອິດສະຫຼະ

ລັດຖະບານປະຊຸມທີ່ຖ້ຳເມືອງວຽງໄຊ ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ-ສັງຄົມ 2018



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ລັດຖະບານໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ 1 ປະຈໍາປີ 2018 ຈັດຂຶ້ນຢູ່ເມືອງ ວຽງໄຊ ແຂວງຫົວພັນ ໃນວັນທີ 22-23 ມີນາ 2018 ນີ້ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເຊິ່ງເປັນກອງປະຊຸມສັນຈອນເທື່ອທໍາອິດທີ່ມີລັກສະນະພິເສດຂອງຄະນະລັດຖະບານຊຸດທີ 8 ໂດຍຈັດຂຶ້ນໃນໄລຍະເວລາທີ່ພໍດີກັບວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018).

ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ການເຜີຍແຜ່ແນະນໍາ ແລະ ຊຸກຍູ້ແຕ່ຫົວທີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2018 ລວມມີ:

- ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018, ບັນດາໂຄງການຈຸດສຸມພັດທະນາຂອງລັດຖະບານຢູ່ສູນກາງ ແລະ ທ້ອງຖິ່ນ, ການປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ແລະ ການລົງທຶນຜ່ານປະຕູດຽວ.

- ການຜັນຂະຫຍາຍຜົນ ແລະ ການຈັດຕັ້ງປະຕິບັດແຜນການຮ່ວມມືລາວ-ຫວຽດນາມ, ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແຜນການຮ່ວມມືລາວ-ຈີນ.

- ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາ 2 ເດືອນ, ຄາດຄະເນງວດ 1 ແລະ ຄາດຄະເນ 6 ເດືອນຕົ້ນປີ 2018 ແລະ ທິດທາງແຜນການປີ 2018.

- ການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ.

- ການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ, ການດັດສົມໂຮງງານປຸງແຕ່ງໄມ້, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

- ສະພາບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2018.

- ຄວາມຄືບໜ້າໃນການກະກຽມໃມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ.


ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ຈຸດປະສົງຂອງການຈັດກອງປະຊຸມລັດຖະບານຢູ່ເມືອງວຽງໄຊໃນຄັ້ງນີ້ ເນື່ອງຈາກວ່າສະຖານທີ່ດັ່ງກ່າວ ເປັນສະຖານທີ່ໆມີຄວາມໝາຍ, ຄວາມສໍາຄັນຍິ່ງ, ເປັນຖິ່ນກໍາເນີດຂອງສູນບັນຊາສູ້ຮົບ ແລະ ຖານທີ່ໝັ້ນຂອງການປະຕິວັດ, ທັງເປັນຈຸດກໍາເນີດຂອງ ສປປ.ລາວ. ປີນີ້ຍັງເປັນປີກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018). ພ້ອມກັນນີ້ກໍ່ເປັນປີທີ່ພວກເຮົາຫາກໍ່ສະເຫຼີມສະຫຼອງວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ (11 ມີນາ 1968-11 ມີນາ 2018). ສິ່ງສໍາຄັນກວ່ານີ້ ແມ່ນການສ້າງເງື່ອນໄຂໃຫ້ພວກເຮົາໝົດທຸກຄົນໄດ້ທົບທວນ ແລະ ລໍ້າລຶກເຖິງບຸນຄຸນອັນໃຫຍ່ຫຼວງສູງສົ່ງຂອງຜູ້ນໍາປະຕິວັດ, ບຸນຄຸນຂອງການປະຕິວັດ, ບຸນຄຸນອັນໃຫຍ່ຫຼວງທີ່ຝັ່ງໄວ້ໃນຫົວໃຈຂອງປະຊາຊົນລາວຕະຫຼອດໄປ ໂດຍສະເພາະແມ່ນຜູ້ເສຍສະຫຼະເພື່ອພາລະກິດຂອງການປະຕິວັດ ປົດປ່ອຍຊາດ, ປົດປ່ອຍປະຊາຊົນອອກຈາກການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນ ເຊິ່ງນໍາມາເຖິງປັດຈຸບັນ ຄື: ການປົກປັກຮັກສາ ແລະ ພັດທະນາ ສປປ.ລາວ ຂອງພວກເຮົາ.

ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການປະກອບຄໍາເຫັນຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ໂດຍລົງເລິກເຖິງຂໍ້ຄົງຄ້າງທີ່ຍັງປະຕິບັດບໍ່ທັນໄດ້ດີ, ວິເຄາະວິໄຈເຖິງສາຍເຫດ ແລະ ສະເໜີທິດທາງ, ມາດຕະການແກ້ໄຂຕົວຈິງ ເພື່ອຮັບປະກັນການຄຸ້ມຄອງ ແລະ ບໍລິຫານປະເທດດໍາເນີນໄປດ້ວຍປະສິດທິພາບ ແລະ ມີປະສິດທິຜົນສູງ.


ນອກຈາກນີ້, ໃນຕອນເຊົ້າມື້ດຽວກັນ (22 ມີນາ) ຄະນະລັດຖະບານ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນທ່ານ ປະທານ ໄກສອນ ພົມວິຫານ ຢູ່ເມືອງວຽງໄຊ ແຂວງຫົວພັນ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈສູ່ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍ່ຄືນັກຮົບປະຕິວັດຂອງລາວທີ່ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິບັດລາວ ຈົນສາມາດຍາດໄດ້ໄຊຊະນະແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.




No comments

Powered by Blogger.