ຝຣັ່ງປັ່ນປ່ວນທົ່ວປະເທດ ແຮງງານຢຸດວຽກປະທ້ວງນະໂຍບາຍລັດຖະບານ - ອິດສະຫຼະ

ຝຣັ່ງປັ່ນປ່ວນທົ່ວປະເທດ ແຮງງານຢຸດວຽກປະທ້ວງນະໂຍບາຍລັດຖະບານ



ສຳນັກຂ່າວຕ່າງປະເທດລາຍງານ 22​ ມີນາ 2018 ວ່າ: ຄູ, ພະນັກງານຂັບລົດໄຟ ແລະ ເຈົ້າໜ້າທີ່ຫໍບັງຄັບການບິນ ພ້ອມໃຈກັນຢຸດວຽກປະທ້ວງ ໃນເມືອງຕ່າງໆທົ່ວປະເທດຝຣັ່ງ ເພື່ອຕໍ່ຕ້ານແຜນການປະຕິຮູບຂອງລັດຖະບານທີ່ນຳໂດຍທ່ານ ເອມມານູເອວ ມາຄຼອງ ປະທານປະເທດ.


ທ່ານ ໂລຮອງ ແບເກີ ເລຂາທິການສະຫະພາບແຮງງານ CFDT ກ່າວວ່າ: ການຢຸດວຽກປະທ້ວງໃຫຍ່ໃນຄັ້ງນີ້ ຖືເປັນການສົ່ງສັນຍານເຕືອນຕໍ່ລັດຖະບານຂອງທ່ານ ເອມມານູເອວ ມາຄຼອງ.

ເຈົ້າໜ້າທີ່ລັດທີ່ເຂົ້າຮ່ວມການປະທ້ວງ ຕ້ອງການຂຶ້ນເງິນເດືອນ ແລະ ຕໍ່ຕ້ານແຜນການປະຕິຮູບທີ່ຈະເຮັດໃຫ້ມີຜູ້ຕົກງານ 120,000 ຄົນ ພາຍໃນປີ 2022 ສ່ວນພະນັກງານຂອງບໍລິສັດລົດໄຟແຫ່ງຊາດ SNCF ປະຕິເສດແຜນການຂອງລັດຖະບານ ທີ່ຈະປ່ຽນແປງບໍລິສັດ ກ່ອນເປີດໃຫ້ມີການແຂ່ງຂັນທາງທຸລະກິດ.

ການປະທ້ວງຖືເປັນການທົດສອບຄັ້ງຫຼ້າສຸດ ສຳລັບຜູ້ນຳສາຍກາງອາຍຸ 40 ປີ ທີ່ພະຍາຍາມຊຸກດັນແຜນປະຕິຮູບກິດຈະການລົດໄຟຂອງລັດ ແລະ ໜ່ວຍງານອື່ນໆຂອງລັດ ເຊິ່ງໃນອະດີດສະຫະພາບແຮງງານຂອງຝຣັ່ງມັກຈະເປັນຝ່າຍປະສົບຄວາມສຳເລັດ ໃນການກົດດັນໃຫ້ລັດຖະບານກັບລຳນະໂຍບາຍ ແຕ່ທ່ານ ມາຄຼອງ ແລະ ຄະນະລັດຖະມົນຕີຈະບໍ່ຍອມປະຕິບັດຕາມແຮງກົດດັນ ເຖິງແມ່ນວ່າການປະທ້ວງຈະເຮັດໃຫ້ປະເທດປັ່ນປ່ວນຫຼາຍເດືອນຈາກການຢຸດວຽກກໍ່ຕາມ.

ການປະທ້ວງໃນວັນທີ 22​ ມີນານີ້ ເຮັດໃຫ້ບໍລິການລົດໄຟຄວາມໄວສູງຖືກຍົກເລີກປະມານ 60%, ລົດໄຟລະຫວ່າງເມືອງ 75% ແລະ ຖ້ຽວບິນໂດຍສານເຂົ້າອອກສະໜາມບິນ 5 ແຫ່ງຂອງນະຄອນຫຼວງປາຣີສຖືກຍົກເລີກການເດີນທາງປະມານ 30%.





No comments

Powered by Blogger.