ສ.ອາເມຣິກາ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນກວ່າ 1,300 ລາຍການ ເພື່ອຕອບໂຕ້ນະໂຍບາຍການຄ້າຂອງຈີນ - ອິດສະຫຼະ

ສ.ອາເມຣິກາ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນກວ່າ 1,300 ລາຍການ ເພື່ອຕອບໂຕ້ນະໂຍບາຍການຄ້າຂອງຈີນ



ສຳນັກຂ່າວຕ່າງປະເທດລາຍງານ 23 ມີນາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໃຊ້ອຳນາດຕາມມາດຕາ 301 ໃນກົດໝາຍການຄ້າ ສະບັບປີ 1974 ລົງນາມໃນຄຳສັ່ງຝ່າຍບໍລິຫານ ເມື່ອວັນພະຫັດ (22 ມີນາ) ທີ່ຜ່ານມາ ວ່າດ້ວຍການເພີ່ມອັດຕາພາສີນຳເຂົ້າສິນຄ້າຈາກຈີນຫຼາຍກວ່າ 1,300 ລາຍການ ຄິດໄລ່ເປັນມູນຄ່າລວມສູງເຖິງ 60,000 ລ້ານໂດລາສະຫະລັດ ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ພາຍໃນ 60 ວັນ ນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ ເພື່ອຕອບໂຕ້ຄວາມແຂງກະດ້າງຂອງຈີນ ໃນການດຳເນີນນະໂຍບາຍການຄ້າຂອງຈີນຕໍ່ສະຫະລັດ ອາເມຣິກາ.

ນອກຈາກນີ້, ທ່ານ ໂດໂນ ທຣຳ ຍັງມອບໝາຍໃຫ້ໜ່ວຍງານທີ່ກ່ຽວຂ້ອງຮ້ອງຟ້ອງຕໍ່ອົງການການຄ້າໂລກ (WTO) ວ່ານະໂຍບາຍການຄ້າຂອງລັດຖະບານຈີນລະເມີດກົດໝາຍດ້ານຊັບສິນທາງປັນຍາຂອງສະຫະລັດ ອາເມຣິກາ ໂດຍໃນສ່ວນຂອງລາຍການສິນຄ້າສົ່ງອອກຈາກຈີນໄປຍັງສະຫະລັດ ອາເມຣິກາທີ່ຕ້ອງພົບກັບກຳແພງພາສີສູງສຸດ 25% ນັ້ນ ກະຊວງການຄ້າຂອງສະຫະລັດ ອາເມຣິກາ ຈະປະກາດໃຫ້ຮູ້ອີກຄັ້ງພາຍໃນອະນາຄົດອັນໃກ້ນີ້.

ໃນດ້ານຂອງເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງວໍຊິງຕັນຖະແຫຼງວ່າ ລັດຖະບານຈີນຈະຕໍ່ສູ້ກັບສົງຄາມການຄ້າໃນຄັ້ງນີ້ຢ່າງເຖິງທີ່ສຸດ ແລະ ເຕືອນວ່າສຸດທ້າຍແລ້ວສະຫະລັດ ອາເມຣິກາ ຈະເປັນຝ່າຍເຈັບປວດ ໂດຍເລີ່ມມີການຄາດການແລ້ວ່າ ສິນຄ້າຂອງສະຫະລັດ ອາເມຣິກາ ທີ່ຈະຖືກມາດຕະການຕອບໂຕ້ຈາກຈີນ ອາດຈະລວມເຖິງການສົ່ງອອກໃນໝາກຖົ່ວເຫຼືອງ ທີ່ຈີນຊື້ຈາກສະຫະລັດ ອາເມຣິກາເຖິງປີລະ 14,000 ລ້ານໂດລາສະຫະລັດ ແລະ ຂໍ້ຕົກລົງລະຫວ່າງໂບອິ້ງ ກັບ ເຊຍະ ເໝິນ ແອລາຍ ທີ່ຫາກໍ່ລົງນາມກັນເມື່ອຕົ້ນອາທິດນີ້ ໃນການທີ່ສາຍການບິນຈາກຈີນສັ່ງຊື່ຍົນໂບອິ້ງຫຼາຍລຸ້ນ ລວມມູນຄ່າ 3,600 ລ້ານໂດລາສະຫະລັດ.

ນອກຈາກນີ້, ເມື່ອຕົ້ນເດືອນນີ້ ທ່ານ ໂດໂນ ທຣຳ ກໍ່ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານໃນການເພີ່ມກຳແພງພາສີສິນຄ້ານຳເຂົ້າປະເພດເຫຼັກ ແລະ ອະລູມິນຽມໃນອັດຕາ 25% ແລະ 10% ຕາມລຳດັບ ໂດຍມາດຕະການດັ່ງກ່າວມີຜົນບັງຄັບໃຊ້ຢ່າງເປັນທາງການຕັ້ງແຕ່ວັນທີ 23 ມີນາ 2018 ຕາມເວລາທ້ອງຖິ່ນ ປັດຈຸບັນຈີນເປັນປະເທດຜູ້ຜະລິດ ແລະ ສົ່ງອອກເຫຼັກ ແລະ ອະລູມິນຽມລາຍໃຫຍ່ທີ່ສຸດຂອງໂລກ.


No comments

Powered by Blogger.