ຈີນໃຊ້ມາດຕະການຕອບໂຕ້ ການຂຶ້ນພາສີນຳເຂົ້າສິນຄ້າຈີນ ຂອງ ສ.ອາເມຣິກາ - ອິດສະຫຼະ

ຈີນໃຊ້ມາດຕະການຕອບໂຕ້ ການຂຶ້ນພາສີນຳເຂົ້າສິນຄ້າຈີນ ຂອງ ສ.ອາເມຣິກາ



ສຳນັກຂ່າຕ່າງປະເທດລາຍງານ 23 ມີນາ 2018 ວ່າ: ກະຊວງການຄ້າຂອງຈີນ ອອກຖະແຫຼງການວ່າ ລັດຖະບານຈີນບໍ່ເຄີຍມີຄວາມຕ້ອງການທີ່ຈະສ້າງສົງຄາມການຄ້າກັບປະເທດໃດໆ ແຕ່ກໍ່ບໍ່ມີຄວາມຕື່ນຢ້ານຫາກຕ້ອງປະເຊີນໜ້າກັບສະຖານະການແບບນັ້ນ ໂດຍລັດຖະບານຈີນຫວັງເປັນຢ່າງຍິ່ງວ່າ ລັດຖະບານສະຫະລັດ ອາເມຣິກາຈະທົບທວນການຕັດສິນໃຈຂອງຕົນໃນບັນຫານີ້ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຄວາມສຳພັນຂອງສອງຝ່າຍ ແລະ ເພື່ອບໍ່ໃຫ້ເກີດຜົນກະທົບເປັນຕ່ອງໂຊ້ໄປຍັງປະເທດອື່ນໆ.

ເຖິງຢ່າງໃດກໍ່ຕາມ ລັດຖະບານຈີນໄດ້ປະກາດລາຍຊື່ສິນຄ້າຂອງສະຫະລັດ ອາເມຣິກາຈຳນວນ 128 ລາຍການ ທີ່ອາດຕ້ອງຖືກມາດຕະການກຳແພງພາສີທີ່ສູງຂຶ້ນຈາກຈີນ ຫາກຍັງບໍ່ສາມາດຜ່ອນຄາຍຄວາມຂັດແຍ່ງຄັ້ງນີ້ໄດ້ ກ່ອນທີ່ມາດຕະການຂອງສະຫະລັດ ອາເມຣິກາ ຈະມີຜົນບັງຄັບໃຊ້ ໂດຍລັດຖະບານຈີນໄດ້ແບ່ງການໃຊ້ມາດຕະການອອກເປັນ 2 ສ່ວນຄື: ອັດຕາພາສີ 15% ສຳລັບສິນຄ້າ 120 ລາຍການ ລວມເຖິງໝາກໄມ້, ວາຍ ແລະ ທໍ່ເຫຼັກ ຄິດໄລ່ເປັນມູນຄ່າລວມ 977 ລ້ານໂດລາສະຫະລັດ ແລະ ອັດຕາພາສີ 25% ສຳລັບຊີ້ນສັດແຊ່ແຂງ ແລະ ຜະລິດຕະພັນອະລູມິນຽມຈາກສະຫະລັດ ອາເມຣິກາອີກ 8 ລາຍການ ຄິດໄລ່ເປັນມູນຄ່າ 1,900 ລ້ານໂດລາສະຫະລັດ ເພື່ອສ້າງຄວາມສົມດຸນທາງການຄ້າ ແລະ ເປັນການທົດແທນທີ່ຈີນຕ້ອງສູນເສຍຜົນປະໂຫຍດຈາກມາດຕະການກຳແພງພາສີເຫຼັກ ແລະ ອະລູມິນຽມ ທີ່ລັດຖະບານສະຫະລັດ ອາເມຣິກາປະກາດໃຊ້ກ່ອນໜ້ານີ້.

ນອກຈາກນີ້, ກະຊວງການຄ້າຂອງຈີນ ຍັງປະກາດກຽມຍື່ນຄຳຮ້ອງເຖິງອົງການການຄ້າໂລກ (WTO) ກ່ຽວກັບນະໂຍບາຍການຄ້າທີ່ບໍ່ເປັນທຳຂອງລັດຖະບານສະຫະລັດ ອາເມຣິກາ, ທ່າທີດັ່ງກ່າວຂອງຈີນເກີດຂຶ້ນພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງນາມໃນຄຳສັ່ງຝ່າຍບໍລິຫານ ເມື່ອວັນພະຫັດ (22 ມີນາ) ທີ່ຜ່ານມາ ໂດຍໃຊ້ອຳນາດຕາມມາດຕາ 301 ໃນກົດໝາຍການຄ້າ ສະບັບປີ 1974 ໃຫ້ເພີ່ມອັດຕາພາສີນຳເຂົ້າສິນຄ້າຈາກຈີນຫຼາຍກວ່າ 1,300 ລາຍການ ຄິດໄລ່ເປັນມູນຄ່າລວມສູງເຖິງ 60,000 ລ້ານໂດລາສະຫະລັດ ເພື່ອຕອບໂຕ້ນະໂຍບາຍການຄ້າທີ່ແຂງກະດ້າງຂອງຈີນ ລວມເຖິງການທີ່ຈີນລະເມີດຊັບສິນທາງປັນຍາ ແລະ ລັກຂໍ້ມູນດ້ານເຕັກໂນໂລຊີການຄ້າ ແລະ ຊັບສິນທາງປັນຍາຂອງສະຫະລັດ ອາເມຣິກາ.


No comments

Powered by Blogger.